ບິ່ງແຍງດູແລບຸນເຕັດໃຫ້ແກ່ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ

07:58 | 26/01/2022

ຄະນະໄດ້ມອບຂອງຂວັນ 180 ພູດໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບັນດາຕາແສງ ທິ້ງເວື້ອງ, ເມືອງ ງວຽນບິ່ງ; ເວິນຈີ່ງ, ດຶກລອງ ຂອງເມືອງ ແທກອານ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມ, ມອບຂອງຂວັນບຸນເຕັດ ຢູ່ແຂວງ ກາວບັ່ງ
ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ຢ້ຽມຢາມ, ມອບຂອງຂວັນບຸນເຕັດ ຢູ່ແຂວງ ກາວບັ່ງ

ຕອນບ່າຍວັນທີ 24 ມັງກອນ, ທ່ານເລຂາທິການສູນກາງພັກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດປີຂານ ໃຫ້ແກ່ພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ ແລະ ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ຢູ່ແຂວງ ກາວບັ່ງ. ຄະນະໄດ້ມອບຂອງຂວັນ 180 ພູດໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບັນດາຕາແສງ ທິ້ງເວື້ອງ, ເມືອງ ງວຽນບິ່ງ; ເວິນຈີ່ງ, ດຶກລອງ ຂອງເມືອງ ແທກອານ; ສະໜັບສະໜູນການກໍ່ສ້າງເຮືອນມະຫາສາມັກຄີ 5 ຫຼັງໃຫ້ແກ່ 5 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຢູ່ຕາແສງ ດຶກລອງ ແລະ ທິ້ງເວື້ອງ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂດ້ວັນຈຽນ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງ ພໍ່ແມ່ປະຊາຊົນ ຈະມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຊອກຫາວິທີເພື່ອເສີມຂະຫຍາຍເງື່ອນໄຂທຳມະຊາດສັງຄົມຂອງຕົນ ເພື່ອພັດທະນາການຜະລິດ, ດຳເນີນທຸລະກິດ ແນໃສ່ຍົກສູງຊີວິດການເປັນຢູ່, ດ້ານວັດຖຸ, ຈິດໃຈ, ປະຕິບັດຖືກຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ຍາມໃດພວກເຮົາກໍ່ສາມັກຄີກັນ, ມານະພະຍາຍາມເພື່ອພ້ອມກັນສ້າງສາບ້ານເກີດເມືອງນອນ ກາວບັ່ງ ໃຫ້ນັບມື້ນັບພັດທະນາ”.

ໃນວັນດຽວກັນ, ທ່ານ ຫງວຽນຊວນທັງ, ປະທານສະພາທິດສະດີສູນກາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດຢູ່ແຂວງ ກວາງນິງ; ທ່ານ ຫວູຮົ່ງແທັງ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ໄປອວຍພອນບຸນເຕັດ ແລະ ມອບຂອງຂວັນຫຼາຍພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ອວງບີ ແລະ ນະຄອນ ຮະລອງ.

vovworld.vn

ເຫດການ
302 Found

Found

The document has moved here.