ຍສໝ - ຕົ້ນອາທິດນີ້, ສະຫາຍ ອາເປີ໋ດ- ຮອງເລຂາພັກແຂວງ, ຜູ້ແທນສະພາແຫ່ງຊາດແຂວງກອນຕູມ ໄດ້ເປັນປະທານພິທີຕ້ອນຮັບ ຄະນະຜູ້ແທນປະຕິບັດງານ ແຂວງເຊກອງ (ສປປ ລາວ) ໂດຍ ສະຫາຍ ພອນເພັດ ກິນລະວົງ, ຮອງເລຂາພັກແຂວງ, ຜູ້ແທນສະພາແຫ່ງຊາດ, ປະທານສະພາປະຊາຊົນ ຫົວໜ້າຄະນະຊີ້ນຳ ການຄົ້ນຄວ້າປະຫວັດສາດແຂວງເຊກອງ ເປັນຫົວໜ້ານຳພາຄະນະ ເດີນທາງໄປເຮັດວຽກ ຢູ່ເມືອງ ກອນຕູມ ສສ ຫວຽດນາມ.
ຍສໝ - ວັນທີ 11 ເດືອນກັນຍາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງ ໄດ້ຈັດຕັ້ງກອງປະຊຸມເພື່ອຜັນຂະຫຍາຍແຜນການຈັດຕັ້ງບັນດາຫ້ອງຄົ້ນຄ້ວາ, ແລກປ່ຽນບັນຫາສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ. ສະຫາຍ ມາຍວັນຈິ້ງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຄະນະກຳກັບໄດ້ເປັນປະທານກອງປະຊຸມ.
ຍສໝ - ໃນຕອນເຊົ້າຂອງວັນທີ 10 ກັນຍາ 2019, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງໄດ້ຈັດຕັ້ງ ບັນດາຊຸດຄົ້ນຄວ້າ, ແລກປ່ຽນຫົວເລື່ອງສະເພາະກັບພະນັກງານຂອງພັກປະຊາຊົນປະຕິວັດລາວ.
ຕອນເຊົ້າຂອງວັນທີ 9 ກັນຍານີ້ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກໄດ້ມີກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໂດຍການເປັນກຽດເຜີຍແຜ່ຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງເຂົ້າຮ່ວມຮັບຟັງມີຄະນະປະຈໍາພັກ, ຄະນະພັກຮອງປະທານ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານເຂົ້າຮ່ວມຮັບຟັງ.
ໃນວັນທີ 27 ສິງຫາ 2019, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະ ກະຖາເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນຂອງຊາດ ແລະ ສາກົນ ແກ່ຄະນະພັກ, ຄະນະກົມ ພ້ອມດວ້ຍພະນັກງານ-ລັດຖະກອນ ຄື: ວັນຢຶດອຳນາດທົ່ວປະເທດ 23 ສິງຫາ 1945 ຄົບຮອບ 74 ປີ ແລະ ວັນຢຶດອຳນາດ ທົ່ວປະເທດໃນເດືອນ 23 ສິງຫາ ປີ 1975 ຄົບຮອບ 44 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ, ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ, ວັນເກີດ ທ່ານ ຟີແດນ ກາສໂຕຣ ຣຸດສ ຄົບຮອບ 93 ປີ, ດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ, ຄຳແນະນຳຂອງກະຊວງພາຍໃນ ກ່ຽວກັບການຈັດຕັ້ງ ປະຕິບັດດຳລັດ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ.
ສູນກາງແນວລາວສ້າງຊາດ (ສ ນ ຊ) ຮ່ວມກັບ ຄະນະຮັບຜິດຊອບຊີ້ນຳລະດັບຊາດປັບປຸງມະຕິ05 ໄດ້ຈັດກອງປະຊຸມທາບທາມ ຄຳເຫັນຕໍ່ມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໄໝ່ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-16 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມ ສນຊ ພາຍໃຕ້ການເປັນ ປະທານ ຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ,ສະຫະພັນນັກຮົບເກົ່າ ແລະ ແນວລາວສ້າງຊາດ 7 ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສານປະຊາຊົນສູງສຸດ ໄດ້ເປີດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ແລະ ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 6 ສະ ໄໝທີ III ຂອງອົງຄະນະພັກ ສານປະຊາຊົນສູງສຸດຂຶ້ນໃນວັນທີ 14 ສິງຫາ ຜ່ານມາ ທີ່ສານປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພາ ແສງດາຣາ ເລຂາຄະ ນະບໍລິຫານງານພັກ ສານປະ ຊາຊົນສູງສຸດ ພ້ອມທັງຮອງເລຂາ, ສະມາຊິກພັກສົມບູນ, ຜູ້ພິພາກສາແພ່ງ ປະເພດ 4 ເຂົ້າຮ່ວມ.
ຍສໝ - ໃນໂອກາດທີ່ຄະນະຜູ້ແທນ ສະຫະພັນ ກຳມະບານແຂວງສະຫວັນນະເຂດ (ສປປ ລາວ) ນຳໂດຍ ທ່ານ ບຸນລຽນ ຈັນວັນເພັງ ປະທານ ຄະນະກຳມະການປະຊາຊົນແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກວ້າງຈິ, ຕອນເຊົ້າວັນທີ 14 ສິງຫາ 2019, ຮອງເລຂາຄະນະປະຈຳພັກແຂວງ ທ່ານ ຫງວ໋ຽນ ດັງ ກວາງ ໄດ້ມີກອງປະຊຸມພົບປະໂອ້ລົມ ແລະ ຕ້ອນຮັບຄະນະ.
ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ໃນວັນທີ 29 ກໍລະ ກົດ 2019 ໄດ້ຈັດຕັ້ງກອງປະຊຸມເປີດກວ້າງ ຂອງຄະນະພັກອົງການຫ້ອງວ່າ ການກະຊວງປ້ອງກັນປະເທດ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ.
ຍສໝ - ສຸສານວິລະຊົນສາກົນ ຫວຽດນາມ - ລາວ ຕັ້ງຢູ່ໃຈກາງເມືອງ ແອັງເຊີນ, ເປັນສະຖານທີ່ເຕົ້າໂຮມອັດຖິທະຫານວິລະຊົນ ຫຼາຍກວ່າ 11 ອັດຖິ, ເຊິ່ງແມ່ນທະຫານອາສາສະຫມັກ ແລະ ຜູ້ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະ ຊີວິດ ຢູ່ ປະເທດລາວ. ໃນນັ້ນ, ມີປະມານ 3.500 ຫຼຸມຝັງສົບທີ່ມີຊື່, ບ້ານເກີດເມືອງນອນ, ສ່ວນທີ່ຍັງເຫຼືອແມ່ນ ຍັງບໍ່ທັນມີຊື່ ແລະ ທີ່ຢູ່ຄັກແນ່.
ໃນວັນທີ 18 ກໍລະກົດ 2019 ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາ ເຊື່ອມຊຶມ ເອກະສານ ສຳຄັນຂອງຊາດ ຄື ມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ X, ກົດໝາຍວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ແລະ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ໃຫ້ກຽດປາຖະກະຖາ ໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ, ຄະນະກົມ, ພ້ອມດ້ວຍພະນັກງານພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກ ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ (13/7/1909-13/7/2019) ຂຶ້ນໃນວັນທີ 17 ກໍລະກົດ ນີ້ ທີ່ຫ້ອງວ່າການປະທານປະເທດ ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ສະຫະພັນບານບ້ວງແຫ່ງຊາດລາວ ຮ່ວມກັບສະໂມສອນລາວ-ບອລເລີ ແລະ ໂຮງຮຽນກຽດຕິສັກນາໆຊາດ ຈັດການແຂ່ງຂັນກີລາບານບ້ວງ 3 ຄູນ 3 ໄວໜຸ່ມໃນໄລຍະພັກແລ້ງປີ 2019 ຂຶ້ນວັນທີ 5-7 ກໍລະກົດ 2019 ຢູ່ໂຮງຮຽນກຽດຕິສັກນາໆຊາດ.
ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ຍສໝ - ເມື່ອມໍ່ໆມານີ້, ຢູ່ແຂວງຈ່ຽງຊູ ສປ ຈີນ, ທ່ານນາງ ຫງວຽນ ທິ້ ກິມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Lou Qinjian, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈ່ຽງຊູ.
ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 98 ປີ, ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ສະມາຊິກພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງ ຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການ ສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.
ພິທີມອບ-ຮັບໜ້າທີ່ເລຂາພັກ ເຈົ້ານະຄອນ-ຫຼວງພະບາງ ລະຫວ່າງ ຜູ້ເກົ່າກັບຜູ້ໃໝ່. ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງ ແຂວງ, ນະຄອນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2019, ທ່ານ ຫງວຽນ ແທງ ລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເນ່ືອງໃນໂອກາດຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.