ການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

11:37 | 19/11/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18-11-1930 / 18-11-2019), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ການນໍາບັນດາກະຊວງ, ຂະແໜງການ ແລະຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ.

ການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.(ພາບ: mattran.org.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18-11-1930 / 18-11-2019), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ນີ້ແມ່ນໂອກາດເພື່ອໃຫ້ພະນັກງານຮັບຟັງຄວາມເຫັນຂອງປະຊາຊົນຜ່ານລະບົບການເມືອງຢູ່ຮາກຖານ; ພ້ອມທັງປາດຖະໜາຢາກໃຫ້ພະນັກງານ, ອໍານາດການປົກຄອງ ແລະປະຊາຊົນໃນບໍລິເວນ ຈະພ້ອມກັນຮັກສາມູນເຊື້ອອັນລໍ້າຄ່າສາມັກຄີເປັນຈິດໜຶ່ງໃຈດຽວ, ໂດຍສະເພາະແມ່ນໃນສະຖານະການສາກົນ ແລະພາກພື້ນໃນປັດຈຸບັນ.

ການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.(ພາບ: thanhnien.vn)

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 17 ພະຈິກ, ທີ່ວັດຊ໊ອກຈ່າ, ບ້ານຊ໊ອກຈ່າ B, ຕາແສງແທງເຊີນ, ເມືອງຈ່າກູ໊ (ແຂວງຈ່າວິງ), ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ເຂົ້າຮ່ວມມີທ່ານ ເຈິ່ນແທງເໝິ້ນ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ. ທີ່ວັນບຸນ, ທ່ານນາງ ຫງວຽນທິກິມເງິນ, ທ່ານ ເຈິ່ນແທງເໝິ້້ນ ແລະຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງໄດ້ມອງຂອງຂວັນໃຫ້ໝູ່ຄະນະອົງຄະນະພັກຕາແສງແທງເຊີນ; ໝູ່ຄະນະໜ່ວຍພັກ; ມອບເງິນເພື່ອກໍ່ສ້າງເຮືອນມະຫາສາມັກຄີຈໍານວນ 25 ຫຼັງຈາກກອງທຶນເພື່ອຄົນທຸກຍາກສູນກາງ ໃຫ້ແຂວງຈ່າວິງ; ມອບຂອງຂວັນໃຫ້ນັກຮຽນຈໍານວນ 100 ພູດ...

(ໄຊພອນ)

ເຫດການ
302 Found

Found

The document has moved here.