ພັກ, ລັດ ຫວຽດນາມ ຖືເປັນສໍາຄັນພິເສດເຖິງບັນຫາຊາຍແດນຜືນແຜ່ນດິນ

07:30 | 21/10/2019

ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ ຍາມໃດກໍແມ່ນສິ່ງທີ່ສັກກາລະບູຊາຂອງແຕ່ລະຊົນຊາດ. ເພາະສະນັ້ນ, ບັນຫາຊາຍແດນຜືນແຜ່ນດິນຍາມໃດກໍໄດ້ຮັບການຖືເປັນສໍາຄັນພິເສດຈາກພັກ, ລັດ ຫວຽດນາມ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍານົດວ່າ: “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໜັກແໜ້ນ...” ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ”. ປະຕິບັດມະຕິ ແລະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານຊາຍແດນ, ຜືນແຜ່ນດິນຂອງປະເທດເຮົາຍາດໄດ້ບັນດາຜົນງານພົ້ນເດັ່ນຫຼາຍຢ່າງ, ໃນນັ້ນຕ້ອງເວົ້າເຖິງວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກໍາປູເຈຍ.

ຫວຽດນາມມີເສັ້ນຊາຍແດນທາງບົກທີ່ຕິດຈອດກັບ 3 ປະເທດ ຈີນ, ລາວ ແລະກໍາປູເຈຍ. ເພື່ອຮັບໃຊ້ເປົ້າໝາຍຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ ແລະສໍາລັບແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫວຽດນາມ ຍາມໃດກໍປາດຖະໜາຢາກພ້ອມກັບບັນດາປະເທດບ້ານໃກ້ເຮືອນຄຽງກໍ່ສ້າງເສັ້ນຊາຍແດນລວມໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ຫວຽດນາມ ໄດ້ປະຕິບັດສໍາເລັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກກັບຈີນ ແລະລາວ. ໃນຂະນະນັ້ນ, ມາຮອດປັດຈຸບັນ, ວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກໍາປູເຈຍ ໄດ້ປະຕິບັດສໍາເລັດປະມານ 84%.

ພັກ, ລັດ ຫວຽດນາມ ຖືເປັນສໍາຄັນພິເສດເຖິງບັນຫາຊາຍແດນຜືນແຜ່ນດິນ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ເຊັນສົນທິສັນຍາສະບັບເພີ່ມເຕີມ ປີ 2019 ລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເສັ້ນຊາຍແດນທາງບົກລະຫວ່າງຫວຽດນາມ - ກໍາປູເຈຍ ມີລວງຍາວທັງໝົດປະມານ 1.245 ກິໂລແມັດ, ໄປຜ່ານ 10 ແຂວງຂອງຫວຽດນາມ ແລະ 9 ແຂວງຂອງກໍາປູເຈຍ. ບົນພື້ນຖານສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດ ປີ 1985 ແລະສົນທິສັນຍາສະບັບເພີ່ມເຕີມຂອງສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດ ປີ 2005, ຫວຽດນາມ ແລະກໍາປູເຈຍ ໄດ້ຜັນຂະຫຍາຍວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກແຕ່ຕົ້ນປີ 1986. ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນຕົ້ນເດືອນຕຸລາ ຜ່ານມາຂອງທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ, ສອງປະເທດໄດ້ເຊັນເອກະສານນິຕິກໍາສອງສະບັບເພື່ອຮັບຮູ້ໝາກຜົນວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກ (ປະມານ 84%) ນັ້ນແມ່ນ “ສົນທິສັນຍາສະບັບເພີ່ມເຕີມຂອງສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນແຫ່ງຊາດປີ 1985 ແລະສົນທິສັນຍາສະບັບເພີ່ມເຕີມ 2005 ລະຫວ່າງ ສສ ຫວຽດນາມ ແລະລາຊະອານາຈັກກຳປູເຈຍ”, “ອະນຸສັນຍາວ່າດ້ວຍການຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກລະຫວ່າງສສ ຫວຽດນາມ ແລະລາຊະອານາຈັກກໍາປູເຈຍ”. ນີ້ແມ່ນຂີດໝາຍປະຫວັດສາດທີ່ມີຄວາມໝາຍສໍາຄັນໃນວິວັດການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງສອງປະເທດພາຍຫຼັງ 30 ກວ່າປີດໍາເນີນການເຈລະຈາ, ສະແດງໃຫ້ເຫັນວ່າຖ້າມີເຈດຕະນາດີ, ມີຄວາມຕັດສິນໃຈ, ມີຄວາມຮັບຜິດຊອບ, ມີຄວາມໄວ້ວາງໃຈ ແລະຄວາມມານະພະຍາຍາມລວມ, ບັນຫາທີ່ຫຍຸ້ງຍາກຄື ຊາຍແດນຜືນແຜ່ນດິນ ກໍ່ສາມາດເຫັນດີເປັນເອກະພາບແກ້ໄຂໄດ້ບົນພື້ນຖານກົດໝາຍສາກົນ.

ປັດຈຸບັນ, ປະລິມານວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກໍາປູເຈຍ ໃນພູມີປະເທດຕົວຈິງທີ່ຍັງເຫຼືອນັ້ນ, ລ້ວນແລ້ວແຕ່ແມ່ນບັນດາບັນຫາທີ່ສັບສົນ. ຫວຽດນາມ ແລະກໍາປູເຈຍ ໄດ້ເຫັນດີເປັນເອກະພາບຈະດໍາເນີນການຜັນຂະຫຍາຍວຽກງານຄຸ້ມຄອງຊາຍແດນຕາມໝາກຜົນຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນຢູ່ບັນດາເຂດທີ່ໄດ້ປະຕິບັດສໍາເລັດການຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນ, ພ້ອມທັງສືບຕໍ່ມານະພະຍາຍາມ ແລະຮ່ວມມືຢ່າງແໜ້ນແຟ້ນກວ່າອີກເພື່ອປະຕິບັດໃຫ້ສໍາເລັດ 16 % ປະລິມານວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທີ່ຍັງເຫຼືອ. ຍ້ອນວຽກງານຂີດເສັ້ນຊາຍແດນ ແລະປັັກຫຼັກໝາຍຊາຍແດນຍັງບໍ່ທັນປະຕິບັດໄດ້ສໍາເລັດ 100% ສະນັ້ນວຽກງານຄຸ້ມຄອງຂອງລັດກ່ຽວກັບຊາຍແດນທາງບົກລະຫວ່າງຫວຽດນາມ - ກໍາປູເຈຍ ຄວນສຸມໃສ່ບາງເນື້ອໃນດັ່ງນີ້.

ທີໜຶ່ງແມ່ນ, ຊາບຊຶມ ແລະຈັດຕັ້ງປະຕິບັດເປັນຢ່າງດີບັນດາທັດສະນະ, ແຜນນະໂຍບາຍຂອງພັກ, ລັດເຮົາກ່ຽວກັບບັນຫາຊາຍແດນແຫ່ງຊາດຢ່າງເປັນປະຈໍາ. ຊາຍແດນແຫ່ງຊາດຂອງສສ ຫວຽດນາມ ແມ່ນສິ່ງທີ່ສັກກາລະບູຊາ, ບໍ່ສາມາດແຕະຕ້ອງໄດ້. ການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດມີຄວາມໝາຍສໍາຄັນພິເສດສໍາລັບອະທິປະໄຕຜືນແຜ່ນດິນແຫ່ງຊາດອັນຄົບຖ້ວນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ... ຫວຽດນາມ ຢືນຢັນຄວາມປາດຖະໜາຢາກກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ມີສະຖຽນລະພາບອັນຍາວນານກັບບັນດາປະເທດບ້ານໃກ້ເຮືອນຄຽງ; ຢຶດໝັ້ນທິດນໍາແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ່ງກັນກ່ຽວກັບຊາຍແດນຜືນແຜ່ນດິນໂດຍສັນຕິວິທີບົນພື້ນຖານການເຄົາລົບເອກະລາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ, ສອດຄ່ອງກັບກົດໝາຍ ແລະພຶດຕິກໍາຕົວຈິງຂອງສາກົນ.

ທີສອງແມ່ນ, ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໃນທົ່ວປະເທດກ່ຽວກັບວຽກງານຊາຍແດນເວົ້າລວມ; ພ້ອມທັງ, ສື່ຂ່າວຢ່າງກວ້າງຂວາງ, ເປີດເຜີຍ, ໂປ່ງໃສກ່ຽວກັບວິວັດການເຈລະຈາແກ້ໄຂບັນຫາຊາຍແດນຫວຽດນາມ - ກໍາປູເຈຍ ເພື່ອໃຫ້ຫາງສຽງ ຮັບຮູ້ຢ່າງຖືກຕ້ອງ, ຄົບຖ້ວນກ່ຽວກັບໝາກຜົນ ເຊິ່ງສອງປະເທດ ບັນລຸໄດ້ພາຍໃຕ້ແງ່ມູມພາວະວິໄສ, ວິທະຍາສາດ, ບໍ່ໃຫ້ພວກກຸ່ມຄົນບໍ່ດີກໍ່ກວນ, ບິດເບືອນຄວາມຈິງ, ສະກັດກັ້ນວິວັດການແກ້ໄຂການຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນ...

ທີສາມແມ່ນ, ອໍານາດການປົກຄອງທ້ອງຖິ່ນບັນດາແຂວງຊາຍແດນຫວຽດນາມ - ກໍາປູເຈຍ ຄວນເອົາໃຈໃສ່ເພີ່ມທະວີການຄຸ້ມຄອງເຂດຊາຍແດນທາງບົກຕາມບັນດາເອກະສານນິຕິກໍາ ແລະຂໍ້ຕົກລົງທີ່ສອງຝ່າຍ ໄດ້ລົງນາມແລ້ວ. ພິເສດ, ໃນຂະນະທີ່ສອງຝ່າຍຍັງບໍ່ທັນປະຕິບັດສໍາເລັດ 100% ວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທາງບົກນັ້ນ, ຄວນຊາບຊຶມເນື້ອໃນ “ໃນຂະນະຍັງລໍຖ້າການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ກ່ຽວກັບຊາຍແດນນັ້ນຕ້ອງຮັກສາການຄຸ້ມຄອງຫຼັກໝາຍທີ່ມີໃນປັດຈຸບັນ; ບໍ່ປ່ຽນແປງ, ບໍ່ເຄື່ອນຍ້າຍບັນດາຫຼັກໝາຍຊາຍແດນ; ສຶກສາອົບຮົມເພື່ອບໍ່ໃຫ້ປະຊາຊົນບຸກລຸກໄປເຮັດໄຮ່ເຮັດນາແບບເສລີ ແລະພ້ອມກັນຮ່ວມມືຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ” ເຊິ່ງໄດ້ລະບຸໄວ້ໃນແຈ້ງການຖະແຫຼງຂ່າວຮ່ວມຫວຽດນາມ - ກໍາປູເຈຍ 1995.

ທີສີ່ແມ່ນ, ຖັນແຖວພະນັກງານທີ່ເຮັດວຽກງານຊາຍແດນ, ພະນັກງານເປັນເສນາທິການ, ຄົ້ນຄວ້າ ແລະບັນດາອົງການສື່ມວນຊົນ ຕ້ອງກໍາແໜ້ນບັນດາຂໍ້ກໍານົດກ່ຽວກັບການຄຸ້ມຄອງຊາຍແດນທາງບົກຫວຽດນາມ - ກໍາປູເຈຍ; ເປັນເຈົ້າການຄົ້ນຄວ້າ, ມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະຄົບຖ້ວນກ່ຽວກັບວິວັດທະນາການເຈລະຈາ ແລະລົງນາມບັນດາເອກະສານນິຕິກໍາກ່ຽວກັບຊາຍແດນຜືນແຜ່ນດິນ, ບົນພື້ນຖານນັ້ນກໍ່ສ້າງເຫດຜົົນອ້າງອີງດ້ານນິຕິກໍາ ແລະເຕັກນິກໃຫ້ໜັກແໜ້ນເພື່ອຕໍ່ສູ້ປົກປັກຮັກສາບັນດາຜົນປະໂຫຍດຂອງປະເທດ ກໍຄືບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການແກ້ໄຂບັນຫາຊາຍແດນຜືນແຜ່ນດິນລະຫວ່າງຫວຽດນາມ ກັບກໍາປູເຈຍ, ຊ່ວຍກໍານົດທິດຫາງສຽງ, ປະຕິເສດບັນດາຖ້ອຍທໍານອງທີ່ບິດເບືອນຄວາມຈິງຂອງບັນດາອິດທິກໍາລັງປໍລະປັກ.

ເຖິງວ່າມີຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ານການເວລາປະຫວັດສາດກໍຕາມ, ຫວຽດນາມ ແລະກໍາປູເຈຍ ຍາມໃດກໍຍັງແມ່ນສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງທີ່ຮັກແພງໃກ້ຊິດ, ມີການພົວພັນທີ່ສະໜິດແໜ້ນມາແຕ່ດົນນານ. ເລື່ອງພ້ອມກັນຮ່ວມມືມິດຕະພາບກໍານົດເສັ້ນຊາຍແດນໃຫ້ແກ່ຄົນລຸ້ນຫຼັງ, ມີຄວາມໝາຍເລິກເຊິ່ງ ແລະທັງແມ່ນຄວາມຮັບຜິດຊອບຂອງການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດຫວຽດນາມ - ກໍາປູເຈຍ ທຸກໆຄົນ. ພວກເຮົາເຊື່ອໝັ້ນວ່າ ບັນດາໝາກຜົນທີ່ບັນລຸໄດ້ຈະສ້າງກໍາລັງໜູນອັນສໍາຄັນເພື່ອໃຫ້ສອງຝ່າຍແກ້ໄຂປະລິມານວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນ 16 % ທີ່ຍັງເຫຼືອນັ້ນໃຫ້ສໍາເລັດ 100% ເສັ້ນຊາຍແດນທາງບົກຫວຽດນາມ - ກໍາປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ ແລະກາຍເປັນມໍລະດົກປະຫວັດສາດໃຫ້ແກ່ປະຊາຊົນສອງປະເທດ ຕະຫຼອດໄປ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.