ບົດຖະແຫລງຂ່າວ ທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານ ສະພາວິທະຍາສາດ ແຫ່ງຊາດ ເນື່ອງໃນວັນວິທະຍາສາດແຫ

11:19 | 10/10/2019

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ໃນປີ 2013 ໄດ້ຮັບຮອງ​ເອົາກົດໝາຍ ວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ກໍານົດເອົາວັນທີ 12 ຕຸລາ ເປັນວັນວິທະຍາສາດແຫ່ງຊາດ, ເນື່ອງຈາກວ່າວັນທີ 12 ຕຸລາ ປີ1987 ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງ ສະພາວິທະຍາສາດ-ເຕັກນິກແຫ່ງລັດ ຄັ້ງທຳອິດ ຂອງ ສປປ ລາວ. ສະນັ້ນ ວັນທີ 12 ຕຸລາ ຈຶ່ງເປັນວັນປະກາດເອກະລາດ ຂອງປະເທດລາວ ແລະ ທັງເປັນ ວັນວິທະຍາສາດແຫ່ງຊາດອີກດ້ວຍ. ເນື່ອງໃນໂອກາດວັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາ ພັກ-ລັດ, ບັນດານັກປະຕິບັດອາວຸໂສ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກສຶກສາ, ນັກຮຽນຮູ້-ປັນຍາຊົນ ແລະ ຊາວຜູ້ອອກແຮງງານ ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ຢ່າງສຸດອົກສຸດໃຈ ! !

ບົດຖະແຫລງຂ່າວ ທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານ ສະພາວິທະຍາສາດ ແຫ່ງຊາດ ເນື່ອງໃນວັນວິທະຍາສາດແຫ

ທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານ ສະພາວິທະຍາສາດ ແຫ່ງຊາດ.(ພາບ:ໜັງສືພິມປ້ອງກັນຄວາມສະຫົງບ)

ໃນໄລຍະຜ່ານມາ ພັກ ແລະ ລັດ ໄດ້ເອົາໃຈໃສ່ຕໍ່ການພັດທະນາ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາຢ່າງຈົດຈໍ່ ຊຶ່ງສະແດງອອກ ໃນແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ໄດ້ເລັງໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສໍາລັບການຄົ້ນຄວ້າ - ພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະ​ວັດ​ຕະ​ກຳ ເພື່ອການພັດທະນາ ຢູ່ປະເທດເຮົາ. ອັນພົ້ນເດັ່ນທີ່ສຸດແມ່ນ ການສ້າງຕັ້ງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນໃນເດືອນກັນຍາ ປີ 2011 ໄດ້ກາຍເປັນບາດກ້າວກະໂດດໃໝ່ ໃຫ້ແກ່ການສ້າງປະຖົມປັດໃຈຕົ້ນຕໍ ເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະ​ວັດ​ຕະ​ກຳ ຢູ່ປະເທດເຮົາ. ເລີ່ມຈາກນັ້ນເປັນຕົ້ນມາ ຄະນະພັກ ແລະ ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຊີ້ນຳ-ນຳພາ ສະມາຊິກພັກ-ພະນັກງານ ລັດຖະກອນໃນທົ່ວຂະແໜງການ ​ແຕ່ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ, ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ IX ແລະ ຄັ້ງທີ່ x ຂອງພັກຢ່າງເປັນຂະບວນ​ຟົດຟື້ນ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈັດຕັ້ງປະຕິບັດໜ້າທີ່ໃໝ່, ໜັກໜ່ວງ ແລະ ມີກຽດທີ່ພັກ ແລະ ລັດມອບໝາຍໃຫ້. ມາເຖິງປະຈຸບັນນີ້ ວຽກງານຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ແຕ່ສູນກາງເຖິງທ້ອງຖິ່ນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເປັນລະບົບ, ຢູ່ຂັ້ນກະຊວງ ປະ​ກອບມີ 2 ຫ້ອງການ, 8 ກົມ ແລະ 4 ສະຖາບັນ ຊຶ່ງຮັບຜິດຊອບເປັນເສນາທິການໃຫ້ລັດຖະບານ ໃນການນຳໃຊ້ ແລະ ຄົ້ນຄວ້າພັດທະນາ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ໃນທົ່ວ ປະເທດ. ຢູ່ບັນດາແຂວງ ແລະ ນະຄອນຫຼວງ ກໍ່ໄດ້ມີການປັບປຸງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ເຂັ້ມແຂງໄດ້ທົ່ວ 18 ພະແນກແລ້ວ, ໄດ້ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ໃນບັນດາເມືອງຈຸດສຸມພັດທະນາ ທີ່ມີເງື່ອນໄຂ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ຕາມມະຕິ ຂອງກົມການເມືອງສູນກາງພັກ ​ເພື່ອລົງຊ່ວຍແຂວງ, ເມືອງ ແລະ ບ້ານ ຕາມເນື້ອໃນຈິດໃຈ ຂອງວຽກງານ 3 ສ້າງ.

ໃນໄລຍະ ຜ່ານມານີ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າ ສ້າງ ແລະ ປັບປຸງກົດໝາຍ 08 ສະບັບ ແລະ ນິຕິກໍາລຸ່ມກົດໝາຍ ອີກຈໍານວນໜຶ່ງ, ໄດ້ດໍາເນີນກອງ ປະຊຸມນັກວິທະຍາສາດທໍາມະຊາດ ທົ່ວປະເທດ ຄັ້ງທີ l ຊຶ່ງເປັນຄັ້ງປະຫວັດສາດ ຂອງ ປະເທດເຮົາ ສຳເລັດຜົນຢ່າງສະຫງ່າງາມ, ໄດ້ດໍາເນີນກອງປະຊຸມ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ສໍາເລັດແລ້ວ 2 ຄັ້ງ ແລະ ໄດ້ສ້າງແຜນຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຖິງ ປີ 2030 ຊຶ່ງເປັນແຜນຍຸດທະສາດການພັດທະນາ ທີ່ເຊື່ອມສານ ກັບການພັດທະນາ ຂອງບັນດາກະຊວງ, ຂະແໜງການ ກໍ່ຄື ພາກພື້ນ ແລະ ສາກົນ ໃນໄລຍະໃໝ່ແຫ່ງຍຸກອຸດສະຫະກຳ 4.0 ນີ້.

ສໍາລັບການພັດທະນາພື້ນຖານໂຄງລ່າງ ກໍໄດ້ສໍາເລັດການກໍ່ສ້າງ ບັນດາຫ້ອງທົດລອງທີ່ທັນສະໄໝ ​ເພື່ອຮັບໃຊ້ການຄົ້ນຄວ້າດ້ານຊີວະວິທະຍາ, ເຕັກໂນໂລຊີຊີວະພາບ, ພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ປັດຕະພີວິທະຍາ, ສຳເລັດການສ້າງສູນຂໍ້ມູນເອເລັກໂຕຼນິກຂະໜາດໃຫຍ່ ເຖິງ 400 TB ຊຶ່ງເປັນສູນຂໍ້ມູນເອເລັກໂຕຣນິກ ແບບປະຢັດພະລັງງານ ແລະ ທັນສະໄໝທີ່ສຸດ ຢູ່ໃນປະເທດເຮົາ ກໍ່ຄື ໃນພາກພື້ນອາຊີອາຄະເນ ຊຶ່ງເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ ນຳໃຊ້ລະບົບຖານຂໍ້ມູນມະຫາສານ (Big data) ແລະ ເຕັກໂນໂລຊີດີຈີຕ໋ອນ ຢູ່ປະເທດເຮົາ. ​ໄດ້ສ້າງ​ຕັ້ງສະ​ຖາ​ບັນການ​ຄຸ້ມ​ຄອງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຊຶ່ງເປັນບ່ອນຍົກລະດັບ, ບໍາລຸງສ້າງ ບຸກຄະລາກອນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ພາຍໃນປະເທດ ຕິດພັນກັບການ ຄົ້ນຄວ້າ-ພັດທະນາ, ການຖ່າຍທອດ ແລະ ດັດປັບນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ, ສົ່ງເສີມຫົວຄິດປະດິດສ້າງ, ສ້າງບຸກຄະລາກອນທີ່ເປັນມືອາຊີບທາງດ້ານວິຊາການ ເພື່ອສາມາດຄຸ້ມຄອງ ແລະ ຄົ້ນຄວ້າ-ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະໃໝ່.

ໃນດ້ານການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ, ເປັນຕົ້ນແມ່ນ ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ການຖ່າຍທອດເຕັກໂນໂລຊີ ກໍ່ໄດ້ຮັບການປັບປຸງຍົກລະດັບ ໃຫ້ດີຂຶ້ນ ເພື່ອບໍລິການຮັບ​ໃຊ້ສັງຄົມ ຢ່າງກວ້າງຂວາງເຖິງຮາກຖານທ້ອງຖິ່ນ, ໃນນັ້ນ ໄດ້ໃຫ້ຄໍາປຶກສາ, ຮັບຄໍາຮ້ອງຂໍຈົດທະບຽນ ຊັບສິນອຸດສາຫະກໍາ, ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໄດ້ທັງໝົດ 2,700 ກວ່າສະບັບ; ໄດ້ສ້າງຕັ້ງຫ້ອງກວດສອບຄຸນນະພາບນ້ຳມັນເຊື້ອໄຟ ປະຈໍາຢູ່ບັນດາດ່ານສາກົນ ຈຳ​ນວນ 17 ດ່ານ​, ສ້າງຫ້ອງກວດກາເຄື່ອນທີ່ ແລະ ຫ້ອງກວດກາລະບັບສູນກາງ ຊຶ່ງສາມາດຕິດ​ຕາມ​ການ​ຄຸ້ມ​ຄອງ​ ບໍ​ລິ​ມາດ​ການ​ນຳ​ເຂົ້າ, ກວດ​ກາ​ຄຸນ​ນະ​ພາບ ​ຕາມ​ມາດ​ຕະ​ຖານ​ແຫ່ງ​ຊາດ ແລະ ຮັບປະກັນໃຫ້ສັງຄົມ ໄດ້ຊົມໃຊ້ນ້ຳມັນທີ່ມີຄຸນນະພາບ, ປົກປັກຮັກສາສິ່ງແວດລ້ອມ. ໄດ້ກວດສອບກົງເຕີ ໄຟຟ້ານໍາເຂົ້າມາໃໝ່ ຈໍານວນ 127,500 ກວ່າໜ່ວຍ ແລະ ໃຫ້ການບໍລິການ ຖ່າຍທອດເຕັກໂນໂລຊີດ້ານຕ່າງໆອີກດ້ວຍ. ພ້ອມກັນນັ້ນ, ຍັງໄດ້ເພີ່ມທະວີ ວຽກງານໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ດ້ວຍຫຼາຍຮູບການ​ເຊັ່ນ: ຈັດງານວາງສະແດງ ແລະ ສ້າງກິດຈະກໍາຕ່າງໆ ໃນໂອກາດສະເຫຼີມສະຫຼອງ ວັນລະນຶກທີ່ສໍາຄັນແຫ່ງຊາດ, ປັບປຸງຍົກລະດັບເວັບໄຊທ໌ ຂອງກະຊວງ, ໃຫ້ການບໍລິການຫ້ອງສະໝຸດວິທະຍາ ສາດ ແລະ ເຕັກໂນໂລຊີ, ໜັງສືພີມ ວິທະຍາສາດ ແລະ ການພັດທະນາ, ວາລະສານເຄື່ອງໝາຍການຄ້າ​ ເພື່ອຮັບໃຊ້ມວນຊົນຢ່າງຕໍ່ເນື່ອງ; ຈັດປະຊຸມສໍາມະນາ-ວິຊາການ ແລະ ການປາຖະກະຖາກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອຖ່າຍທອດ ຄວາມຮູ້ ແລະ ເຕັກໂນໂລຊີ ທັນສະໄໝໃຫ້ແກ່ນັກວິຊາການ, ນັກຮຽນຮູ້ ປັນຍາຊົນ, ບັນດາຜູ້ປະກອບການ ແລະ ທົ່ວສັງຄົມ ອີກດ້ວຍ.

ວຽກງານພົວພັນ ແລະ ຮ່ວມມື ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ; ເປັນຕົ້ນແມ່ນ ໄດ້ມີການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ. ຫວຽດນາມ, ສປ. ຈີນ, ໄທ, ຍີ່ປຸ່ນ, ກໍາປູເຈຍ, ສ. ເກົາຫຼີ, ມາເລເຊຍ ແລະ ອື່ນໆ. ນອກຈາກນັ້ນ, ຍັງມີການຮ່ວມມືຫຼາຍຝ່າຍໃນກອບອາຊຽນ, ຮ່ວມມືກັບ ອົງການຄົ້ນຄວ້າ-ພັດທະນາວິທະຍາສາດ ຂອງ ພາກພື້ນອາຊີ, ອົງການອຸຍແນັສໂກ, ອົງການພະລັງງານປະລໍາມະນູສາກົນ, ອົງການມາດຕະຖານສາກົນ, ອົງການຊັບສິນທາງປັນຍາໂລກ ຊຶ່ງເປັນການ ປະຕິບັດພັນທະຂອງ ສປປ ລາວ ໃນຖານະເປັນປະເທດສະມາຊິກ ຂອງບັນດາການຈັດຕັ້ງດັ່ງກ່າວ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ດ້ານທຶນຮອນ ແລະ ດ້ານເຕັກນິກວິຊາການ ໃຫ້ນັບມື້ຫຼາຍຂຶ້ນ ແລະ ເປັນເຈົ້າການ ເຊື່ອມໂຍງເຂົ້າໃນວົງການວິທະຍາສາດ, ເຕັກໂນໂລຊີ ແລະ ນະ​ວັດ​ຕະ​ກຳ ຂອງສາກົນ ໃຫ້ມີປະສິດທິຜົນ. ຄຽງຄູ່ກັບຜົນງານຈໍານວນໜຶ່ງທີ່ກ່າວມານັ້ນ, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ກໍຍັງມີບັນຫາຄົງຄ້າງ ທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ແກ້ໄຂຜ່ານຜ່າ, ເປັນຕົ້ນແມ່ນ ຕ້ອງສືບຕໍ່ປັບປຸງການຈັດຕັ້ງ ແລະ ການພັດທະນາບຸກຄະລາກອນໃຫ້ເຂັ້ມແຂງ, ສືບຕໍ່ນໍາໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດສິນຄ້າ ແລະ ຫັນເປັນທັນສະໄໝເພື່ອຮອງຮັບເອົາ ການປະຕິວັດອຸດສະຫະກຳ 4.0 ຢູ່ປະເທດເຮົາ. ສະນັ້ນ, ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ ຕາມທິດພັດທະນາແບບຍືນຍົງນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະສືບຕໍ່ຈັດຕັ້ງປະຕິບັດ 6ແຜນງານຍຸດທະສາດ ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ໄລຍະແຕ່ນີ້ ຮອດປີ 2030 ແນໃສ່ເຮັດໃຫ້ຂະແໜງ ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ກາຍເປັນກຳລັງແຮງຂັບເຄື່ອນ ໃຫ້ແກ່ການພັດທະນາປະເທດ ໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ຍືນຍົງສີຂຽວໃນຍຸກສະໄໝອຸດສະຫະກຳ 4.0 ນີ້.

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ຂອງປະເທດເຮົາ ໃນປີນີ້ ອີກເທື່ອໜຶ່ງ ຂ້າພະເຈົ້າຂໍສະແດງຄວາມ ຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງ ບັນດາທ່ານຜູ້ນໍາ ພັກ-ລັດ, ບັນດານັກປະຕິວັດອາວຸໂສ ທີ່ຍາມໃດກໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຊຸກຍູ້ສົ່ງເສີມການຄົ້ນຄວ້າ-ພັດທະນາ ແລະ ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພັດທະນາປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ.

ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດານັກວິທະຍາສາດ, ນັກຄົ້ນຄວ້າ, ນັກຮຽນຮູ້, ປັນຍາຊົນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ການຄົ້ນຄວ້າປະດິດສ້າງຂອງຕົນ ເພື່ອສູ້ຊົນປະຕິບັດໜ້າທີ່ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອປະກອບສ່ວນຢ່າງສົມກຽດເຂົ້າໃນ ພາລະກິດພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາ, ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດທີ່ເປັນຂົງເຂດບຸລິມະສິດ, ພັດທະນາເຕັກໂນໂລຊີ ທີ່ສອດຄ່ອງ ແລະ ສ້າງເປັນຜະລິດຕະພັນ ນະວັດຕະກຳທີ່ມີຄຸນນະພາບ, ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງປະເທດເຮົາ ບົນຈິດໃຈບຸກທະລຸຕາມມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ, ພ້ອມກັນສືບຕໍ່ສ້າງຜົນງານວິທະຍາສາດ ໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແລະ ອອກແຮງຄົ້ນຄວ້າ-ພັດທະນາ ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ທີ່ແສນຮັກຂອງພວກເຮົາ ໃຫ້ມີຄວາມກ້າວໜ້າພັດທະນາ ແລະ ຈະເລີນຮຸ່ງເຮືອງ ເພື່ອໃຫ້ປະເທດເຮົາຮັບຮອງ ແລະ ກ້າວເດີນຕາມກະແສຟອງແຫ່ງ ການປະຕິວັດອຸດສະຫະກຳ ຄັ້ງທີ່ 4 ຂອງໂລກເພື່ອສ້າງປະເທດລາວມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ຂໍຂອບໃຈ!

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.