ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ເຜີຍແຜ່ ເອກະສານສຳຄັນຂອງຊາດ ແລະ ສາກົນ

17:30 | 27/08/2019

ໃນ​ວັນ​ທີ 27 ສິງ​ຫາ 2019, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ (ຄຕພ) ​ໄດ້​ຈັດ​ປາຖະ ກະຖາເຜີ​ຍ​ແຜ່, ​ເຊື່ອມ​ຊຶມ ​ເອກະສານ​ສຳຄັນ​ຂອງ​ຊາດ ​ແລະ ສາກົນ ແກ່ຄະນະ​ພັກ, ຄະນະ​ກົມ ພ້ອມ​ດວ້ຍພະນັກງານ​-ລັດຖະກອນ ຄື: ວັນ​ຢຶດອຳນາດ​ທົ່ວ​ປະ​ເທດ 23 ສິງຫາ 1945 ຄົບຮອບ 74 ປີ ​ແລະ ວັນຢຶດອຳນາດ ​ທົ່ວ​ປະ​ເທດ​ໃນ​ເດືອນ 23 ສິງຫາ ປີ 1975 ຄົບຮອບ 44 ປີ, ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບຮອບ 69 ປີ, ວັນ​ລັດຖະທຳ​ມະນູນ​ ​ແຫ່ງ ສປປ ລາວ ຄົບຮອບ 28 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ, ວັນ​ເກີດ ທ່ານ ຟີ​ແດນ ກາສ​ໂຕຣ ຣຸດສ ຄົບຮອບ 93 ປີ, ດຳລັດ​ຂອງ​ລັດຖະບານ ວ່າ​ດ້ວຍ​ການ​ແຂ່ງຂັນ ​ແລະ ຍ້ອງຍໍ, ຄຳ​ແນະນຳຂອງ​ກະຊວງ​ພາຍ​ໃນ​ ກ່ຽວກັບ​ການຈັດ​ຕັ້ງ​ ປະຕິບັດ​ດຳລັດ ​ວ່າ​ດ້ວຍ​ການ​ແຂ່ງຂັນ ​ແລະ ຍ້ອງຍໍ​.

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ເຜີຍແຜ່ ເອກະສານສຳຄັນຂອງຊາດ ແລະ ສາກົນ

ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ຫົວໜ້າຄະນະ​ພົວພັນ ​ຕ່າງປະ​ເທດ​ສູນ​ກາງ​ພັກ

ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ຫົວໜ້າຄະນະ​ພົວພັນ ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຫວນ​ຄືນ​ມູນ​ເຊື້ອ, ການ​ຕໍ່ສູ້​ກູ້​ຊາດອັນ​ພິລະ​ອາດ​ຫານ ຂອງ​ປະຊາຊົນ​ລາວ ກ່ອນ​ທີ່​ບໍ່​ທັນ​ມີ​ນຳພາ ​ແລະ ການ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ແບບເກົ່າ ​ແລ​ະ ​ໃໝ່. ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ປະຕິ ວັດ ຄື​ພັກ​ກອມ​ມູນິດ​ອິນ​ດຸ​ຈີນ ​ເຊິ່ງ​ເປັນ​ຕົ້ນ​ກຳ​ເນີ​ດຂອງ​ພັກປະຊາຊົນ ປະຕິວັດ​ລາວ ຈົນ​ກ້າວ​ໄປ​ເຖິງ​ໄຊ ຊະນະ​ສຸດ​ທ້າຍ, ສຳ​ເລັດ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ສະຖາປະນາ​ເປັນ ສປປ ລາວ​ໃນ​ປີ 1975 ​ເຊິ່ງ​ເປັນ​ການ​ເປີດ​ສັງກາດ​ໃໝ່ ​ໃຫ້​ແກ່​ການ​ເປັນ​ເຈົ້າ​ຊະຕາກຳ ປະ​ເທດ​ຊາດ ຂອງ​ປະຊາຊົນ​ລາວ. ຈາກ​ນັ້ນ, ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ໄດ້​ຫວນ​ຄືນ​ປະຫວັດ​ສາດ ການ​ກຳ​ເນີ​ດ, ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ແລະ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ແລະ ຜົນງານ​ທີ່​ພົ້ນ​ເດັ່ນ ຂອງ​ແນວ​ລາວ​ສ້າງ​ຊາດ ຕະຫລອດ​ໄລຍະ​ເວລາ 69 ປີ ຜ່ານມາ ​ແລະ ຫວນຄືນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ອາຊຽນ,ການ​ສ້າງ​ປະ​ຊາ​ຄົມ​ອາຊຽນ ​ແລະ ຜົນ​ປະ​ໂຫຍ​ດທີ່ ສປປ ລາວ ​ໄດ້​ຮັບ​ໃນ​ການ​ຮ່ວມ​ມື​ກັບ​ອາຊຽນ ​ແລະ ສາກົນ,ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ຄວາມ​ຫຍຸ້ງ​ຍາກ ​ແລະ ສິ່ງ​ທ້າ​ທາຍ​ທີ່​ປະ​ເທດ​ເຮົາ ຈະ​ຕ້ອງ​ປັບ​ຕົວ​​ໃນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ.

ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ເຜີຍແຜ່ ເອກະສານສຳຄັນຂອງຊາດ ແລະ ສາກົນ

ບັນຍາກາດທີ່ກອງປະຊຸມ

ໃນ​ໂອກາດ​ດຽວກັນ​, ທ່ານ ສົມ​ພອນ ສີ​ຈະ​ເລີ​ນ ຮອງ​ຫົວໜ້າຄະນະ​ພົວພັນ ​ຕ່າ​ງປະ​ເທດ​ສູນ​ກາງ​ພັກ ​ໄດ້​ເນັ້ນ​​ເຖິງ​ຄວາມ​ສຳຄັນ ​ຂອງ​ລັດຖະທຳ​ມະນູນ ​ແລະ ການ​ປະ​ຕິ​ບັດ ລັດຖະທຳ​ມະນູ​ນ, ການ​ສ້າງ​ກົດໝາຍ​ ແນ​ໃສ່ສ້າງ​ລັດ​ເຮົາ​ໃຫ້ເປັນ​ລັດ ທີ່​ຄຸ້ມ​ຄອງ​ດ້ວຍ​ກົດໝາຍ ​ເພື່ອ​ປົກ​ປ້ອງ​ສິດ​ທິອັນ​ຊອບ​ທຳ ​ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ ມາສູ່​ປະຊາຊົນ​ລາວ ​ບັນດາ​ເຜົ່າ; ພ້ອມນັ້ນ,ໄດ້ຍົກ​ໃຫ້​ເຫັນ​ເຖິງ​ຊີວິດ ​ແລະ ການ​ເຄືອ​ນ​ໄຫວ​ປະຕິວັດ​ຂອງ ທ່ານ ຟີ​ແດນກາສ​ໂຕຣ ຣຸດສ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ, ວິລະ​ຊົນ ​ແລະ ນັກ​ປະຕິວັດທີ່​ດີ​ເດັ່ນ​ ຂອງ​ປ​ະຊາ​ຊົນ​ກູ​ບາ ​ແລະປະຊາຊົນ ຊາວ​ຜູ້​ອອກ​ແຮງງານ​ທີ່​ຮັກ​ຫອມ ສັນຕິພາບ​ໃນ​ໂລກ; ​ຍົກ​ໃຫ້​ເຫັນ​​ເນື້ອ​ໃນ, ຫລັກການ, ລະບຽບການ ​ແລະ ມາດ​ຕະການ ​ໃນ​ການ​ຄຸ້ມ​ຄອງ, ຕິດຕາມ, ກວດກາ​ການ​ເຄື່ອ​ນ​ໄຫວ ວຽກງານ​​ແຂ່ງຂັນ​-ຍ້ອງຍໍ ​ເພື່ອ​ເຮັດ​ໃຫ້​ວຽກງານ​ດັ່ງກ່າວ ​ໄດ້​ຮັບ​ການຈັດ​ຕັ້ງ​ປະ ຕິບັດ​ໃຫ້​ມີ​ປະສິດ​ທິພາ​ບ ​ແລະ ຄວາມ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.