ກະຊວງພາຍໃນ ຈັດຕັ້ງເຊື່ອມຊຶມ ເອກະສານສຳຄັນຂອງພັກ

15:17 | 23/09/2019

ກອງປະຊຸມເຊື່ອມຊຶມມະ ຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X, ມະຕິຂອງກົມການເມືອງສູນກາງ ພັກ ສະບັບເລກທີ 076/ກມສພ ລົງວັນທີ 19 ສິງຫາ 2019 ວ່າ ດ້ວຍການປັບປຸງການແບ່ງຂັ້ນ ຄຸ້ມຄອງ ເພື່ອສ້າງຄວາມເຂັ້ມ ແຂງຂອງລະບົບບໍລິຫານລັດ ໃນໄລຍະໃໝ່ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງກະ ຊວງພາຍໃນໄດ້ຈັດຂຶ້ນໃນວັນທີ 19 ກັນຍາ ທີ່ຫ້ອງປະຊຸມຂອງກະຊວງດັ່ງກ່າວ.

ກະຊວງພາຍໃນ ຈັດຕັ້ງເຊື່ອມຊຶມ ເອກະສານສຳຄັນຂອງພັກ

ສະຫາຍ ຄຳໝັ້ນ ສູນວິເລີດ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ

ສະຫາຍ ຄຳໝັ້ນ ສູນວິເລີດ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ ໄດ້ເຜີຍແຜ່ເຊື່ອມຊຶມບັນດາມະຕິຂ້າງເທິງ ທີ່ເປັນເອກະສານສຳຄັນຂອງພັກ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງເນື້ອໃນມະຕິກອງປະຊຸມຄົບ ຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ວ່າ: ມະຕິດັ່ງກ່າວໄດ້ຜ່ານການຄົ້ນຄວ້າປຶກສາຫາລື ໃນແຕ່ລະບັນຫາຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນໃນຫຼາຍບັນຫາຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະ ໄໝທີ X ໂດຍໃຫ້ສຸມໃສ່ການສືບຕໍ່ສະກັດກັ້ນການຮົ່ວໄຫຼ ຂອງແຫຼ່ງລາຍຮັບດ້ວຍການແກ້ໄຂຊ່ອງວ່າງ, ເພີ່ມມາດຕະການດ້ານວິໄນຕໍ່ເຈົ້າໜ້າທີ່, ເລັ່ງການຫັນໄປສູ່ທັນສະໄໝ ໃນການຄຸ້ມຄອງລາຍຮັບ-ລາຍຈ່າຍ; ຄົ້ນຄວ້າເຈລະຈາ ເພື່ອກຳນົດທາງອອກຕົວຈິງ ໃນການແກ້ໄຂໜີ້ສິນກັບບັນດາປະເທດ ແລະ ສະຖາບັນການເງິນສາກົນ; ເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອຫຼຸດ ຜ່ອນຄວາມກົດດັນການໃຊ້ເງິນຕາຕ່າງປະເທດ ແລະ ຍູ້ແຮງ ການພັດທະນາຜະລິດຕະພັນສິນຄ້າຕົວຈິງ, ຮັບໃຊ້ນັກທ່ອງທ່ຽວເພື່ອດຶງດູດເງິນຕາເຂົ້າປະເທດ ທັງເປັນການຊຸກຍູ້ສົ່ງເສີມການຜະລິດຂອງປະຊາ ຊົນ ໂດຍກົງ; ປະຕິຮູບບັນດາລັດວິສາຫະກິດຢ່າງຈິງຈັງເນັ້ນປະສິດທິຜົນຕົວຈິງກ່ຽວກັບການຫັນຮູບແບບການຄຸ້ມຄອງບັນດາລັດວິສາຫະກິດຕົ້ນຕໍດ້ວຍ ຮູບການຫຸ້ນສ່ວນຢ່າງເໝາະສົມ ພ້ອມທັງຄົ້ນຄວ້າປັບປຸງລະບຽບການຄຸ້ມຄອງລັດຕໍ່ການເຄື່ອນໄຫວຂອງຫົວໜ່ວຍລັດວິສາຫະກິດ ໂດຍສະເພາະບັນຫາເງິນເດືອນ ແລະ ເງິນອຸດໜູນຂອງຜູ້ບໍລິຫານ ແລະ ພະນັກງານ.

ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການແບ່ງຂັ້ນຄຸ້ມຄອງ ໃນລະບົບອົງການບໍລິຫານລັດ ແລະ ການດຳເນີນຄະດີຕາມຂະບວນຍຸຕິທຳ, ມະຕິດັ່ງກ່າວໄດ້ມອບໃຫ້ກົມການເມືອງຊີ້ນຳການປັບປຸງບັນດາເນື້ອໃນທີ່ ໄດ້ປຶກສາຫາລືວຽກງານການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຄຳສັ່ງຂອງກົມການ ເມືອງກ່ຽວກັບການເພີ່ມທະວີການຊີ້ນຳວຽກງານດັ່ງກ່າວ; ກ່ຽວກັບການແບ່ງຂັ້ນຄຸ້ມຄອງມອບໃຫ້ກົມການເມືອງສືບຕໍ່ຊີ້ນຳການປັບປຸງເນື້ອໃນເລິກເຊິ່ງຮັດກຸມ ແລະ ອອກເປັນມະຕິຂອງກົມການເມືອງສູນກາງພັກກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໃນລະບົບອົງການບໍລິຫານລັດແຕ່ລະຂັ້ນ; ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ, ມະຕິກອງປະຊຸມໄດ້ມອບໃຫ້ກົມການເມືອງສູນກາງພັກ ອອກເປັນມະຕິສະເພາະ ເພື່ອເປັນພື້ນຖານໃນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ສ້າງການຫັນປ່ຽນທີ່ຕັ້ງໜ້າ ແລະ ແຂງແຮງຕໍ່ຂົງເຂດວຽກງານຍຸຕິທຳ. ສະຫາຍ ຄຳໝັ້ນ ສູນວິເລີດ ຍັງໄດ້ເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 076/ກມສພ ລົງວັນທີ 19 ສິງຫາ 2019 ວ່າດ້ວຍການປັບປຸງການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງກະຊວງພາຍໃນ.

(ແຫຼ່ງ​ຂໍ້​ມູນ​: www.pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.