ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

09:33 | 01/08/2019

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ.(ພາບ:TTXVN)

ກ່າວຄຳເຫັນອັດພິທີ, ທ່ານຮອງຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສົມພອນ ສີຈະເລີນ ເນັ້ນໜັກວ່ານັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດ ຫວຽດນາມ ລ້ວນແຕ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ ແລະລະບົບການເມືອງທີ່ໂປ່ງໃສ, ໝັ້ນຄົງ, ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່. ຄຽງຄູ່ກັນນັ້ນ, ທ່ານຢັ້ງຢືນວ່າ ສອງພັກສືບຕໍ່ເພີ່ມທະວີການກໍ່ສ້າງພັກ ແລະ ລະບົດການເມືອງໂປ່ງໃສ, ໝັ້ນຄົງ, ຍົກສູງກຳລັງຄວາມສາມາດນຳພາ ແລະ ກຳອຳນາດຂອງແຕ່ລະພັກເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໃນສະພາບການປະຕິວັດອຸດສາຫະກຳ 4.0, ເສດຖະກິດດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນໄດ້ດຳເນີນຢ່າງແຮງ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ກອງປະຊຸມສຳມະນາຄັ້ງທີ VIII ລະຫວ່າງ ສອງພັກຈະໄດ້ຈັດຕັ້ງຢູ່ປະເທດ ສປປ.ລາວ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.