ເນື່ອງໃນໂອກາດກະກຽມຕ້ອນຮັບປີໃໝ່ລາວ, ແຕ່ວັນທີ 4 – 6 ເມສາ 2019, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4 ນໍາໂດຍພົນຈັດຕະວາ ຫງວຽນຢວານແອງ ຫົວໜ້າການທະຫານກອງບັນຊາການທະຫານເຂດ 4 ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ; ກອງບັນຊາການທະຫານບັນດາແຂວງ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະກອງພົນທີ 4 ກອງທັບປະຊາຊົນລາວ.
ທ່ານ ເລກວາງຕຸ່ງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ກ່ຽວກັບການໜູນຊ່ວຍສ້າງສໍານວນເອກະສານ ເພື່ອສະເໜີ ປ່າສະຫງວນແຫ່ງຊາດ ຫີນໜາມນໍ່ ເປັນມໍລະດົກທາງທໍາມະຊາດຂອງໂລກ.
ວັນທີ 5 ເມສາ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເປັນຫົວໜ້າຄະນະ ໄດ້ໄປອວຍພອນບຸນປີໃໝ່ປະຈໍາຊາດລາວຢູ່ກະຊວງການຕ່າງປະເທດລາວ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບຄະນະ.
ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ 2019, ວັນທີ 5 ເມສາ, ທ່ານ ເຈີ່ນວັນມຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ພ້ອມກັບຄະນະປະຕິບັດງານ ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ສະຖານກົງສຸນໃຫຍ່ລາວ ປະຈໍານະຄອນດ່ານັ້ງ.
ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດ ຮ່ວມກັບ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສວນພຶກສາ, ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562.
ສະຫາຍ ນາງ ອີເມີ້ຍ ຮອງເລຂາ,ຜູ້ປະຈຳການພັກແຂວງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ໄດ້ເດີນທາງມາອວຍພອນການນຳແຂວງຈໍາປາສັກ ໃນໂອກາດບຸນປີໃໝ່ລາວ ພສ 2562 ໃຫ້ກຽດຕ້ອນຮັບການອວຍພອນຄັ້ງນີ້ໂດຍ ສະຫາຍ ປອ ບຸນຖອງ ດີວິໄຊ ກຳມະການສູນກສງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ສະຫາຍເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ພິທີຈັດຂຶ້ນທີ້ຫ້ອງວ່າການແຂວງ ໃນວັນທີ 4 ເມສາ 2019.
ໃນລະຫວ່າງວັນທີ 1 – 4 ເມສາ ປີ 2019, ກົມພະລາທິການທະຫານເຂດ 4 ໄດ້ເປັນປະທານສົມທົບກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ແລະແຂວງບໍລິຄໍາໄຊ ແຫ່ງ ສປປ ລາວ ຈັດຕັ້ງຄະນະປະຕິບັດງານໂດຍທ່ານພັນເອກພິເສດ ຟ້າມມິງດຶກ, ຫົວໜ້າການເມືອງກົມພະລາທິການທະຫານເຂດ 4 ເປັນຫົວໜ້າຄະນະໄປກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ.
ໃນວັນທີ 1 ເມສາ 2019 ນີ້ ທ່ານ ປອ ຄໍໍາພຽມ ບົວລະພາ ຮອງເລຂາພັກແຂວງ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງເຊກອງ ພ້ອມຄະນະ ໄດ້ຕ້ອນຮັບ ແລະຮ່ວມເຮັດວຽກກັບຄະນະສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ເຊິ່ງນໍາໂດຍ ຂອງທ່ານ ເລວັນເຫງ້ຍ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະພາຍໃນຂັ້ນແຂວງ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດັກລັກ ພ້ອມຄະນະ ຢູ່ທີ່ໂຮງແຮມຫົງຄໍາແຂວງເຊກອງ.
ໃນວັນທີ 5 ເມສາ 2019, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຄງການທາງລົດໄຟ ລາວ-ຈີນ ທີ່ຈຸດສະຖານີເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານບໍລິສັດຜູ້ຮັບເໝົາລາວ-ຈີນ, ແລະ ທ່ານ ຈີ້ ໂກ ຈ່ຽງ, ປະທານສະພາບໍລິຫານບໍລິສັດລົດໄຟລາວຈີນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.
ທັບນັກກີລາແລ່ນ-ລານທີມຊາດລາວ ຍາດມາໄດ້ 1 ຫຼຽນຄຳ 1 ຫຼຽນເງິນ 1 ຫຼຽນທອງ ລວມ 3 ຫຼຽນ ໃນການແຂ່ງຂັນກີລາແລ່ນ-ລານ ລາຍການ ສິງກະໂປ ໂອເພັນ ແຊັມປ້ຽນຊິບ 2019 ຢູ່ປະເທດສິງກະໂປ ຈັດຂຶ້ນວັນທີ 28-29 ມີນາ 2019.
ຍສໝ - ສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນແມ່ນຮູບແບບໜຶ່ງເຊິ່ງຍົກສູງຄຸນນະພາບດ້ານການຮຽນພາສາຫວຽດນາມໃຫ້ແກ່ນັກສຶກສາລາວ.
ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78.
ໃນວັນທີ 3 ເມສາ 2019 ທະນາຄານພັດທະນາອາຊີ ປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານຂອງ ເອດີບີປະຈໍາປີ 2019 ຂຶ້ນຢູ່ສໍານັກງານ ເອດີບີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຢາຊຸຊິ ເນກິຊິ ຜູ້ຕາງໜ້າສໍານັກງານ ເອດີບີ ປະຈໍາລາວ, ມີພະນັກງານພາຍໃນ ເອດີບີພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວໄດ້ຕົກລົງເຫັນດີໃນການເປີດບັ້ນຈຸດສູງໃນການປາບປາມອາດຊະຍາກໍາຢາເສບຕິດທີ່ເຂດຊາຍແດນຂອງສອງປະເທດ.
ໃນວັນທີ 2 ເມສາ 2019 ນີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງຄະນະການບິນກອງທັບເຮືອແຫ່ງ ສ.ຣັດເຊຍ ເຊິ່ງ ນໍາໂດຍ ທ່ານ ພົນຈັດຕະວາ ໂກຊິນ ອີໂກຣີ ຫົວໜ້າການບິນກອງທັບເຮືອ ແຫ່ງ ສ.ຣັດ ເຊຍ ພ້ອມດ້ວຍຄະນະຢູ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ທີ່ຄະນະເດີນທາງມາເຮັດວຽກ ຢູ່ລາວ ໃນລະຫວ່າງວັນທີ 1-5 ເມສາ ນີ້.
ຕອນບ່າຍວັນທີ 1 ເມສາ, ທີ່ແຂວງຈໍາປາສັກ, ປະເທດລາວ, ກອງພົນທະຫານຮາບທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ລາວ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ແລະທະຫານເຂດ 5, (ກອງທັບປະຊາຊົນຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມສາມັນຄັ້ງທີ 29 ປີ 2019. ທ່ານພັນເອກ ວັນທອງ ບຸດທະວົງ ຫົວໜ້າກອງພົນທະຫານຮາບທີ 5 ແລະທ່ານພົນຕີ ຫງວຽນລອງກ໊າງ, ຜູ້ບັນຊາການທະຫານເຂດ 5 ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.
ສັບປະດາວຽງຈັນສະອາດໄດ້ເລີ່ມປະຕິບັດ ມາແຕ່ປີ 2018 ແລ້ວ ໂດຍປະຕິບັດຕາມມະຕິກອງປະຊຸມປະຈຳເດືອນ ມີນາ 2018 ຂອງອົງການປົກຄອງນະຄອນຫລວງວຽງຈັນ ໂດຍເປັນເອກະພາບຈັດຕັ້ງ ປະຕິບັດທົ່ວນະຄອນຫລວງວຽງຈັນ ຫລື ເອີ້ນຊື່ເຕັມວ່າ “ ສັບປະດາ ວຽງຈັນ ສະອາດ”.
ຍສໝ - ພິທີບູຊາບັນພະບຸລຸດ ຮູ່ງເວືອງ ຈະໄດ້ຈັດຂຶ້ນໃນລະຫວ່າງແຕ່ວັນທີ 05-06 ເມສາ 2019 ຢູ່ນະຄອນຫຼວງວຽງຈັນ, ລາວ.
ກອງປະຊຸມຂອງຄະນະບໍລິຫານງານສະຫະພັນນັກຂ່າວອາຊຽນໄດ້ເປີດຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມູນຕຣີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽວ (ຖວທ) ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ.
ຍສໝ - ໃນວັນທີ 29 ມີນາ, ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຈັດການມອບ-ຮັບເຄື່ອງຄອມພີວເຕີ 20 ຊຸດ ເຊິ່ງເປັນຂອງຂວັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ແກ່ໂຮງຮຽນສອງພາສາຫວຽດນາມ ແລະ ລາວ.