ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ອວຍພອນບຸນປີໃໝ່ລາວ

09:41 | 07/04/2019

ວັນທີ 5 ເມສາ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເປັນຫົວໜ້າຄະນະ ໄດ້ໄປອວຍພອນບຸນປີໃໝ່ປະຈໍາຊາດລາວຢູ່ກະຊວງການຕ່າງປະເທດລາວ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບຄະນະ.

ໃນນາມລັດຖະບານຫວຽດນາມ ແລະສະຖານທູດຫວຽດນາມ ປະຈໍາ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ມອບຊໍ່ດອກໄມ້ພ້ອມກັບຄໍາອວຍພອນທີ່ດີງາມເຖິງທ່ານ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ອວຍພອນບຸນປີໃໝ່ລາວ

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນບຸນປີໃໝ່ໃຫ້ທ່ານ ສະເຫຼີມໄຊ ກົມມະສິດ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າສາຍພົວພັນແບບພິເສດ ຫວຽດນາມ-ລາວ ນັບມື້ນັບບັນລຸໄດ້ໝາກຜົນຢ່າງແທດຈິງ, ພິເສດແມ່ນເລື່ອງສອງຝ່າຍຈັດການພົບປະ ແລະການຢ້ຽມຢາມລະຫວ່າງການນໍາສອງປະເທດ ເປັນປະຈໍາເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດ ແລະຂໍ້ຄົງຄ້າງໃນການຮ່ວມມືລະຫວ່າງສອງປະເທດ.

ຕາມທ່ານ ສະເຫຼີມໄຊ ກົມມະສິດ ແລ້ວ, ສປປ ລາວ ຍາມໃດກໍ່ຖືບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ແມ່ນບຸນປີໃໝ່ຂອງຕົນ ແລະກົງກັນຂ້າມ, ຫວຽດນາມ ກໍ່ຖືບຸນປີໃໝ່ປະຈໍາຊາດຂອງລາວ ແມ່ນບຸນປີໃໝ່ຂອງຫວຽດນາມ, ເລື່ອງຢ້ຽມຢາມຖາມຂ່າວສຸຂະພາບ ແລະສະຫງວນຄໍາອວຍພອນອັນດີງາມໃຫ້ກັນເນື່ອງໃນໂອກາດບຸນປີໃໝ່ແມ່ນສັນຍາລັກອັນດີງາມໃນສາຍພົວພັນແບບພິເສດ ລາວ-ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.