ຫວຽດນາມ ໜູນຊ່ວຍ ລາວ ສ້າງສໍານວນເອກະສານ ເພື່ອສະເໜີປ່າສະຫງວນແຫ່ງຊາດ ຫີນໜາມນໍ່

06:23 | 08/04/2019

ທ່ານ ເລກວາງຕຸ່ງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບຄະນະພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ກ່ຽວກັບການໜູນຊ່ວຍສ້າງສໍານວນເອກະສານ ເພື່ອສະເໜີ ປ່າສະຫງວນແຫ່ງຊາດ ຫີນໜາມນໍ່ ເປັນມໍລະດົກທາງທໍາມະຊາດຂອງໂລກ.

ຫວຽດນາມ ໜູນຊ່ວຍ ລາວ ສ້າງສໍານວນເອກະສານ ເພື່ອສະເໜີປ່າສະຫງວນແຫ່ງຊາດ ຫີນໜາມນໍ່

ບັນຍາກາດທີ່ການເຮັດວຽກ. (ພາບ: ກົມຮ່ວມມືສາກົນ)

ນີ້ແມ່ນການເຄື່ອນໄຫວທີ່ນອນໃນແຜນການ ເຊິ່ງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ລົງນາມໃນບົດບັນທຶກຊ່ວຍຈໍາ ໃນວັນທີ 10 ມັງກອນ 2018.

ທີ່ການຕ້ອນຮັບ, ທ່ານ ເລກວາງຕຸ່ງ ຢືນຢັນວ່າ, ດ້ວຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະຕັ້ງໜ້າໜູນຊ່ວຍຝ່າຍລາວ ໃນການສ້າງສໍານວນເອກະສານສະເໜີຂອງປ່າສະຫງວນແຫ່ງຊາດ ຫີນໜາມນໍ່.

ທ່ານ ເລກວາງຕຸ່ງ ກໍເນັ້ນໜັກວ່າ: ສອງຝ່າຍຄວນຕັ້ງໜ້າຊຸກຍູ້ການຮ່ວມມືພັດທະນາເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກໍາປູເຈຍ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ. ໃນນັ້ນ, ຫວຽດນາມ ແລະລາວ ຄວນສົມທົບກັນ, ຄຸ້ມຄອງບັນດາມໍລະດົກທາງທໍາມະຊາດຢ່າງມີປະສິດທິຜົນ ເພື່ອສ້າງເປັນສະຖານທີ່ລວມດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.