ການນໍານະຄອນດ່ານັ້ງ ອວຍພອນບຸນປີໃໝ່ປະຈໍາຊາດລາວ

08:47 | 07/04/2019

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ 2019, ວັນທີ 5 ເມສາ, ທ່ານ ເຈີ່ນວັນມຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ພ້ອມກັບຄະນະປະຕິບັດງານ ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ສະຖານກົງສຸນໃຫຍ່ລາວ ປະຈໍານະຄອນດ່ານັ້ງ.

ການນໍານະຄອນດ່ານັ້ງ ອວຍພອນບຸນປີໃໝ່ປະຈໍາຊາດລາວ

ທ່ານ ເຈີ່ນວັນມຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ມອບຂອງຂວັນໃຫ້ສະຖານກົງສຸນໃຫຍ່ລາວ ປະຈໍານະຄອນດ່ານັ້ງ. (ພາບ: cadn.com.vn)

ທ່ານ ເຈີ່ນວັນມຽນ ຢັ້ງຢືນວ່າ, ນະຄອນດ່ານັ້ງ ຍາມໃດກໍ່ຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ຍາວນານລະຫວ່າງສອງປະເທດ ແລະພ້ອມແລ້ວທີ່ຈະໜູນຊ່ວຍສະຖານກົງສຸນໃຫຍ່ລາວ ໃນການເຄື່ອນໄຫວຕ່າງໆ ເພື່ອແນໃສ່ຍູ້ແຮງການຮ່ວມມືຮອບດ້ານສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດເວົ້າລວມ ແລະນະຄອນດ່ານັ້ງເວົ້າສະເພາະ.

ທ່ານ ວຽງໄຊ ພົມມະຈັນ ຂອບໃຈທ່ານ ເຈີ່ນວັນມຽນ ພ້ອມກັບຄະນະປະຕິບັດງານນະຄອນດ່ານັ້ງ ທີ່ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ ແລະໃຫ້ຮູ້ວ່າ, ທ່ານເອງຈະເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງນະຄອນດ່ານັ້ງ ກັບບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງກວ່າອີກ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.