ນັກສຶກສາລາວ 500 ຄົນ ໄປທັດສະນະສຶກສາຢູ່ເຮືອນພໍ່ແມ່ປະຊາຊົນ

08:59 | 05/04/2019

ຍສໝ - ສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນແມ່ນຮູບແບບໜຶ່ງເຊິ່ງຍົກສູງຄຸນນະພາບດ້ານການຮຽນພາສາຫວຽດນາມໃຫ້ແກ່ນັກສຶກສາລາວ.

ນັກສຶກສາລາວ 500 ຄົນ ໄປທັດສະນະສຶກສາຢູ່ເຮືອນພໍ່ແມ່ປະຊາຊົນ

ບັນດານ້ອງນັກຮຽນລາວ ແລະ ຄູອາຈານຂອງໂຮງຮຽນມິດຕະພາບ T78

ໃນຕອນເຊົ້າຂອງວັນທີ 3 ເມສາ, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນຮ່າໂນ້ຍ ແລະ ໂຮງຮຽນມິດຕະພາບ T78 ໄດ້ຈັດກອງປະຊຸມສະຫຼຸບວຽກງານເຄື່ອນໄຫວໃນປີ 2018 ຂອງສະມາຄົມ ແລະ ໄລຍະເວລາ 5 ປີ ຂອງລາຍການສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນ.

ປີ 2018, ການນໍາຂັ້ນສູງຂອງສອງປະເທດໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ເຂົ້າຮ່ວມບັນດາກິດຈະກໍາສະເຫຼີມສະຫຼອງຕ່າງໆຢູ່ແຕ່ລະປະເທດ, ຜ່ານນັ້ນກໍ່ໄດ້ສະແດງໃຫ້ເຫັນການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ລາຍການສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນ ໂດຍໂຮງຮຽນມິດຕະພາບ T78 ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ສົກຮຽນ 2014 – 2015 ເປັນຕົ້ນມາ, ເຊິ່ງໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກສຶກສາລາວ ແລະ ພໍ່ແມ່ປະຊາຊົນທ້ອງຖິ່ນ.

ນັກສຶກສາລາວ 500 ຄົນ ໄປທັດສະນະສຶກສາຢູ່ເຮືອນພໍ່ແມ່ປະຊາຊົນ

ທ່ານ ຫງວຽນ ຫງອກ ຫວຽດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນຮ່າໂນ້ຍ

ກ່ຽວກັບລາຍການສົ່ງນັກສຶກສາລາວໄປທັດສະນະສຶກສາທີ່ເຮືອນພໍ່ແມ່ປະຊາຊົນ, ທ່ານ ຫງວຽນ ຫງອກ ຫວຽດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນຮ່າໂນ້ຍ ໄດ້ໃຫ້ຮູ້ວ່າ: ຜ່ານລາຍການນີ້ກໍ່ຈະຊ່ວຍໃຫ້ພວກເຮົາໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນເປັນພິເສດລະຫວ່າງ ຫວຽດນາມ - ລາວ.

ນີ້ແມ່ນຮູບແບບໜຶ່ງເຊິ່ງຍົກສູງຄຸນນະພາບດ້ານການຮຽນພາສາຫວຽດນາມໃຫ້ແກ່ນັກສຶກສາລາວຂອງໂຮງຮຽນມິດຕະພາບ T78.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.