ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

18:31 | 04/04/2019

ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78.

ຕອນເຊົ້າວັນທີ 03 ເມສາ, ສະມາຄົມມິດຕະພາບລະຫວ່າງຫວຽດນາມ - ລາວ ນະຄອນຮ່າໂນ້ຍ ແລະ ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຂອງ ສະມາຄົມໃນປີ 2018 ແລະ ໄລໄຍ 5 ປີ ຈັດຕັ້ງປະຕິບັດໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ”.


ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

ບັນດາຜູ້ແທນຖ່າຍຮູບກັບນັກສຶກສາລາວ ຢູ່ໂຮງຮຽນມິດຕະພາບ T78. (ພາບ: vov)

ຕາມບົດລາຍງານທີ່ໄດ້ສະເໜີຢູ່ກອງປະຊຸມ, ປີ 2018, ການນໍາຂັ້ນສູງ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນແລະກັນ ແລະ ບັນດາການເຄື່ອນໄຫວສະເຫຼີມສະເຫຼີມດ້ວຍຫຼາຍຮູບຫຼາຍແບບ ແລະ ແທດຈິງເປັນປະຈໍາ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.

ກ່ຽວກັບໝາກຜົນຂອງໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ” ໃນຕະຫຼອດໄລຍະ 5 ປີ ຜ່່ານມາ, ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

“ໂດຍເລີ່ມແຕ່ສົກຮຽນ 2014 – 2015 ມາຮອດປັດຈຸບັນ,ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງຜັນຂະຫຍາຍໂຄງການດັ່ງກ່າວໃນຕະຫຼອດໄລຍະ 5 ປີຢ່າງລຽນຕິດ, ມີນັກສຶກສາເກືອບ 500 ຄົນເຂົ້າຮ່ວມລາຍການດັ່ງກ່າວ ແລະ ໄດ້ຮັບການສະໜັບສະໜູນຈາກອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທ້ອງຖິ່ນ, ໝາກຜົນຂອງໂຄງການທົດລອງດັ່ງກ່າວໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ແມ່ນພື້ນຖານເພື່ອໃຫ້ໂຮງຮຽນສືບຕໍ່ຜັນຂະຫຍາຍ ແລະ ເປີດກວ້າງໃນຊຸມປີຕໍ່ໄປ”.

ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78. ພ້ອມທັງແມ່ນສ້າງກາລະໂອກາດ ພົບປະແລກປ່ຽນວັດທະນະທໍາ ແລະ ສ້າງການເຊື່ອມຕໍ່ຄວາມຮັກແພງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ.

ເຫດການ
302 Found

Found

The document has moved here.