ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຈະເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາກູ້ຢືມເງິນ ຈຳນວນ 20 ລ້ານໂດລາສະຫະລັດ ຈາກສະມາຄົມ ເພື່ອການ ພັດທະນາ ສາກົນ (IDA) ເພື່ອປະຕິບັດໂຄງການ ປັບປຸງຄຸ້ມຄອງ ລະບົບການເງິນແຫ່ງລັດ ເປັນທັນສະໄໝ (E-FITS) ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ເປັນຜູ້ຮ່ວມລົງນາມເຊັນສັນຍາ.
ຍສໝ - ໃນລະຫວ່າງແຕ່ວັນທີ 11-12 ພຶດສະພາ 2019, ໂຮງຮຽນສາຂາມະຫາວິທະຍາໄລດ່າໜັງທີ່ກອນຕູມ ໄດ້ຈັດລາຍການພົບປະແລກປ່ຽນນັກສຶກສາສາກົນຫວຽດນາມ-ລາວ-ກໍາປູເຈຍ-ຝລັ່ງ.
ຍສໝ - ໃນ ວັນທີ 9 ພຶດສະພາ, ຢູ່ ພະແນກພົວພັນຕ່າງປະເທດ, ຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມຂອງ ແຂວງ ດ້ຽນບ່ຽນ ໄດ້ມີການເຮັດວຽກພົບກັບຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມ ກັບ ສອງແຂວງ: ແຂວງຫຼວງພະບາງ ແລະ ຜົ້ງສາລີ (ສປປລາວ). ຝ່າຍຫວຽດນາມມີ ທ່ານ ເລ ແທ່ງ ໂດ, ສະມາຊິກຄະນະກໍາມະການປະຈໍາແຂວງ, ຮອງເຈົ້າແຂວງ, ຫົວຫນ້າຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງ ດ້ຽນບ່ຽນ, ແລະ ຜູ້ນໍາຂອງບັນດາພະແນກການທີ່ກ່ຽວຂ້ອງ.
ຍສໝ - ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.
ຍສໝ - ໃນເມື່ອວັນທີ 15 ເດືອນມັງກອນ ປີ 2019, ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມໄດ້ມີການພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢູ່ສຽມຣຽບ, ກໍາປູເຈຍ.
ຍສໝ - ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2019, ທີ່ຕາແສງພົນສະຫວັນ, ແຂວງຊຽງຂວາງ, ປະເທດລາວ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ແຂວງຕ່າງໆຂອງ ລາວ ໄດ້ມີການພົບປະເຈລະຈາ, ເຊັນເອກະສານມອບຮັບ, ກະກຽມສົ່ງອັດຖິທະຫານອາສາສະໝັັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 98 ຊຸດ ກັບຄືນປະເທດ.
ຍສໝ - ໃນວັນທີ 11 ພຶດສະພາ 2019, ທີ່ແຂວງຫົວພັນ ສປປ ລາວ, ຄະນະຊີ້ນໍາ 515 ແຂວງແທງຮວ໋າ ແລະ ຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ຈັດພິທີມອບຮັບ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 18 ຊຸດ ກັບຄືນປະເທດ.
ຍສໝ - ເມື່ອມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບສະພາກາແດງແຂວງລົງມືກໍ່ສ້າງເຮືອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ເມືອງສະໝ້ວຍ, ແຂວງສາລະວັນ ສປປ ລາວ.
ຍສໝ - ໃນຂອບເຂດງານສັບປະດາວັດທະນະທໍາລາວ ປະຈໍາປີ 2018 ທີ່ ຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ທີ່ໄດ້ຮ່ວມກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ພ້ອມອໍານາດການປົກຄອງແຂວງເຊີນລາໄດ້ຈັດຕັ້ງລາຍການສະແດງສິນລະປະຂອງ ຄະນະສິນລະປະກອນແຫ່ງຊາດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ພຶດສະພາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ບາຢົກ, ແຂວງ ກວາງບີ່ງ, ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ລາວ ກັບຄືນປະເທດ.
ໂຮງໝໍເຊດຖາທິຣາດ ຮ່ວມກັບມະຫາວິທະຍາໄລຂອນແກ່ນປະເທດໄທ ຈັດກອງປະຊຸມວິຊາການ ຄັ້ງທີ I ພາຍໃຕ້ຫົວຂໍ້ “ການບໍລິການຢ່າງຮີບດ່ວນໃນພາວະເສັ້ນເລືອດສະໜອງຕີບ ຫຼື ອຸດຕັນ ກະທັນຫັນ ຕາມລະບົບການບໍລິການຂອງມະຫາວິທະຍາໄລຂອນແກ່ນສູ່ວຽງຈັນ” ຈັດຂຶ້ນວັນທີ 9 ພຶດສະພາ 2019 ທີ່ໂຮງໝໍເຊດຖາທິຣາດ.
ກົມຄື້ນຄວາມຖີ່ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈັດສຳມະນາກ່ຽວກັບການກະກຽມຄວາມພ້ອມເພື່ອກ້າວໄປສູ່ຍຸກ 5 ຈີ ຂຶ້ນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່ ມີຜູ້ຕາງໜ້າຈາກພາກລັດ ແລະ ບໍລິສັດທີ່ໃຫ້ການບໍລິການດ້ານໂທລະຄົມມະນາຄົມເຂົ້າຮ່ວມ.
ຍສໝ - ໄຊຊະນະດ້ຽນບຽນຟູ ບໍ່ພຽງແຕ່ໄຊຊະນະແຫ່ງກອງທັບຫວຽດນາມ ແລະ ປະຊາຊົນຫວຽດນາມ, ຫາກຍັງແມ່ນໄຊຊະນະແຫ່ງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍອີກດ້ວຍ, ເປັນພັນທະມິດໃນການຕໍ່ສູ້ ແລະ ຮ່ວມສູ້ຮົບໃນຂຸມຕະຄອງດຽວກັນ.
ຍສໝ - ຄະນະໂຄສະນາສຶກສາ ສູນກາງພັກຄອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນເອກກະພາບໃນການເພີ່ມທະວີວຽກງານການໂຄສະນາເຜີຍແຜ່, ຕໍ່ສູ້, ຕ້ານແນວຄິດກໍ່ຄືທັດສະນະອັນບໍ່ຖຶກຕ້ອງ ແລະ ເປັນປໍລະປັກ; ຍູ້ແຮງການຮ່ວມມືດ້ານວຽກງານໂຄສະນາອົບສຶກສາ, ຮ່ວມມື ດ້ານວິທະຍາສາດເຕັກນິກ, ປະສານສົມທົບໃນວຽກງານການກໍ່ສ້າງ, ອົບຮົມພະນັກງານ.
ຍສໝ - ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2019, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທຸຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄູນ ຜາສຸກ ຜູ້ພິພາກສາ ສານປະຊາຊົນສູງສຸດ, ຫົວໜ້າຄະນະສານປົກຄອງຂອງສານປະຊາຊົນສູງສຸດລາວ.
ຍສໝ - ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.
ຍສໝ - ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2019, ທີ່ສຸສານນັກຮົບນະຄອນເຫ້ວ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫ້ວ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງ ອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 18 ຊຸດທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ສຸສານນັກຮົບແຫ່ງຊາດຫຼັກ 9, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ.
ໃນລະຫວ່າງຕົ້ນອາທິດທີ່ຜ່ານມາ, ຄະນະຜູ້ແທນລັດຖະບານສະຫະລັດອາເມລິກາ ນຳໂດຍທ່ານດຣ. ໂຣເບີດ ໂພບ, ຫົວໜ້າກົມຮ່ວມມືຫລຸດຜ່ອນໄພຂົ່ມຂູ່ (CTR), ອົງການຫລຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ.