ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 98 ຊຸດ ທີ່ທ້ອນໂຮມຢູ່ ລາວ ຈະຖືກສົ່ງຄືນປະເທດ

08:31 | 13/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2019, ທີ່ຕາແສງພົນສະຫວັນ, ແຂວງຊຽງຂວາງ, ປະເທດລາວ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ແຂວງຕ່າງໆຂອງ ລາວ ໄດ້ມີການພົບປະເຈລະຈາ, ເຊັນເອກະສານມອບຮັບ, ກະກຽມສົ່ງອັດຖິທະຫານອາສາສະໝັັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ 98 ຊຸດ ກັບຄືນປະເທດ.

ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 98 ຊຸດ ທີ່ທ້ອນໂຮມຢູ່ ລາວ ຈະຖືກສົ່ງຄືນປະເທດ

ບັນຍາກາດທີ່ການພົບປະເຈລະຈາ. ພາບ: vovworld.vn

ທີ່ການພົບປະເຈລະຈາ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ຄະນະປະຕິບັດງານພິເສດ 3 ແຂວງຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ສປປ ລາວ ໄດ້ຕີລາຄາສູງໃນວຽກງານສົມທົບກັນຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2018 - 2019.

ກອງທ້ອນໂຮມແຂວງເງ້ອານໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ສ້າງເງື່ອນໄຂສະດວກທີ່ສຸດຈາກບັນດາທ້ອງຖິ່ນເພື່ອນມິດລາວ, ບົນພື້ນຖານນໍ້າໃຈສາມັກຄີແບບພິເສດ; ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 98 ຊຸດ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານພິເສດແຂວງເງ້ອານກໍ່ໄດ້ສະເໜີຝ່າຍລາວໃຫ້ການສົມທົບກັນໃນການກໍ່ສ້າງອານຸສາວະລີທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເມືອງແປກ, ແຂວງຊຽງຂວາງ ສປປ ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.