ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ

08:47 | 08/05/2019

ໃນລະຫວ່າງຕົ້ນອາທິດທີ່ຜ່ານມາ, ຄະນະຜູ້ແທນລັດຖະບານສະຫະລັດອາເມລິກາ ນຳໂດຍທ່ານດຣ. ໂຣເບີດ ໂພບ, ຫົວໜ້າກົມຮ່ວມມືຫລຸດຜ່ອນໄພຂົ່ມຂູ່ (CTR), ອົງການຫລຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ.

ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ

ບັນຍາກາດການພົບປະສອງຝ່າຍ.

ໂດຍໄດ້ມີໂອກາດໄດ້ພົບປະກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານຂອງລາວ, ກໍ່ຄື ກັບຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳລາວ, ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີ ຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແລະ ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານ ຊຶ່ງຈະເປັນການເພີ່ມທະວີເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ. ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ຮ່ວມກັບຄະນະຜູ້ແທນດັ່ງກ່າວ, ໂດຍທຳອິດແມ່ນໄດ້ຮ່ວມກັບທ່ານດຣ. ໂຣເບີດ ໂພບ ແລະ ຄະນະ ພົບປະກັບ ລັດຖະມົນຕີກະຊວງສາທາລະນະສຸກຂອງລາວ, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ຄວາມໝັ້ນຄົງດ້ານສຸຂະພາບ.

ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ

ບັນດາຜູ້ແທນທັງສອງຝ່າຍຮ່ວມຖ່າຍຮູບທີ່ລະນຶກ.

ຕໍ່ມາ ໃນລະຫວ່າງ ພົບປະຢູ່ທີ່ກະຊວງກະສິກຳແລະປ່າໄມ້, ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ແລະ ທ່ານດຣ. ໂພບ ໄດ້ທົບທວນຄືນເຖິງການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ເພື່ອຝຶກອົບຮົມເສີມສ້າງຄວາມຄວາມຮູ້ຄວາມສາມາດໃຫ້ນັກສັດຕະວະແພດຂອງລາວ, ການເຝົ້າລະວັງກ່ຽວກັບພະຍາດສັດ, ຄວາມສໍາຄັນຂອງການປ້ອງກັນສຸຂະພາບຄົນ ແລະ ເສດຖະກິດການກະສິກຳຂອງ ສປປ ລາວ. ນອກຈາກນີ້, ທ່ານດຣ. ໂຣເບີດ ໂພບ ຍັງໄດ້ພົບກັບບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງລາວ ຊຶ່ງລວມມີ ທ່ານພົນຈັດຕະວາ ບົວສິງ ອິນທະວົງ, ຫົວໜ້າກົມເສນາຮັກ, ເພື່ອປຶກສາຫາລືກ່ຽວກັບວິທີທາງໃນການສ້າງຄວາມສາມາດໃຫ້ກັບຂະແໜງການວຽກງານສາທາຂອງທະຫານ.

ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ


ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ແມ່ນຄູ່ຮ່ວມງານທີ່ສຳຄັນສຳລັບ ສປປ ລາວ ເພາະວ່າບັນດານັກຊ່ຽວຊານທາງດ້ານສາທະລະນະສຸກຂອງທັງສອງປະເທດ ໄດ້ປະຕິບັດງານຮ່ວມກັນເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງໃນໄລຍະຍາວ. ທ່ານ ໄດ້ກ່າວຕື່ມວ່າ: ການເດີນທາງມາຢ້ຽມຢາມສປປ ລາວຂອງທ່ານດຣ. ໂຣເບີດ ໂພບ ພ້ອມດ້ວຍທິມງານ, ລວມເຖິງການປະຕິບັດງານຮ່ວມມືກັນ ກັບບັນດາເຈົ້າໜ້າທີ່ທັງຝ່າຍທະຫານ ແລະ ພົນລະເຮືອນ ຢູ່ ສປປ ລາວ, ສະແດງໃຫ້ເຫັນເຖິງການເຄົາລົບຂອງສະຫະລັດອາເມລິກາຕໍ່ອະທິປະໄຕຂອງ ສປປ ລາວ ເພື່ອຊ່ວຍໃຫ້ປະເທດລາວບັນລຸເປົ້າໝາຍທາງດ້ານວຽກງານສາທາລະນະສຸກ. ການຮ່ວມມືດັ່ງກ່າວນີ້ໄດ້ຮວບຮວມເອົາກິດຈະກຳທາງດ້ານຂະແໜງສາທາລະນະສຸກ ສຳລັບການປິ່ນປົວເບິ່ງແຍງສຸຂະພາບຄົນ ແລະ ສັດຂອງຝ່າຍທະຫານ ແລະ ພົນລະເຮືອນເຂົ້າກັນ ເພື່ອນຳເອົາວິທີການແບບຄົບວົງຈອນມາສູ່ຄວາມໝັ້ນຄົງທາງດ້ານສຸຂະພາບຢູ່ໃນສປປ ລາວ.

ບັນດານັກວິຊາການມືອາຊີບດ້ານສາທາລະນະສຸກຂອງລາວ ທີ່ຜ່ານການຝຶກອົບຮົມຈາກສະຫະລັດອາເມລິກາ ໄດ້ເປັນສ່ວນອັນສຳຄັນໃນການຮັບມືກັບໄພພິບັດນໍ້າຖ້ວມ ທີ່ເກີດຂື້ນຢູ່ແຂວງອັດຕະປື ເມື່ອເດືອນສິງຫາ 2018 ຜ່ານມາ, ການລະບາດຂອງພະຍາດໄຂ້ຫວັດໃຫຍ່ ເມື່ອບໍ່ດົນມານີ້, ແລະ ການລະບາດຂອງພະຍາດໝາກແດງທີ່ກຳລັງເກີດຂື້ນໃນທົ່ວປະເທດລາວໃນປະຈຸບັນ. ການເຝົ້າລະວັງຂອງລັດຖະບານລາວ ແລະ ການກວດຫາພະຍາດທີ່ເກີດຂື້ນກັບຄົນ ແລະ ສັດໃນໄລຍະເລີ່ມຕົ້ນນັ້ນ ໄດ້ຊ່ວຍຫລຸດຜ່ອນການແຜ່ລະບາດຂອງການຕິດເຊື້ອ ແລະ ຈຳກັດຜົນກະທົບດ້ານລົບຕໍ່ສຸຂະພາບ ແລະ ເສດຖະກິດຂອງປະເທດລາວ. ນອກຈາກການພົບປະກັບເຈົ້າໜ້າທີ່ຝ່າຍລາວແລ້ວ, ທ່ານດຣ. ໂຣເບີດ ໂພບ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມຫ້ອງວິເຄາະ ແລະ ສູນວິໄຈທາງດ້ານການແພດຂອງລາວ ເພື່ອຕິດຕາມເບິ່ງໂຄງການຝຶກອົບຮົມ ທີ່ລັດຖະບານສະຫະລັດ ອາເມລິກາໃຫ້ການສະໜັບສະໜູນ ສຳລັບນັກວິຊາການດ້ານວຽກງານສາທາລະນະສຸກທີ່ເປັນມືອາຊີບ ຊຶ່ງໄດ້ເສີມສ້າງຄວາມສາມາດທາງດ້ານການຄົ້ນຄວ້າ ວິໄຈ ຢູ່ໃນ ສປປ ລາວ. ການປະຕິບັດງານຮ່ວມກັນເພື່ອປັບປຸງຄວາມໝັ້ນຄົງດ້ານສຸຂະພາບ ແມ່ນການເສີມສ້າງອະທິປະໄຕຂອງລາວໃຫ້ເຂັ້ມແຂງ ແລະ ທັງຊ່ວຍປ້ອງກັນໄພຂົ່ມຂູ່ສຸຂະພາບຈາກພາຍນອກ ໃນຂະນະທີ່ປະເທດຊາດສືບຕໍ່ພັດທະນາຢ່າງໄວວາ.

ນອກຈາກຄວາມພະຍາຍາມດັ່ງກ່າວເພື່ອຕ້ານ ແລະ ສະກັດກັ້ນພະຍາດຕິດຕໍ່ແລ້ວ, ລັດຖະບານສະຫະລັດອາເມລິກາ ຍັງໄດ້ໃຫ້ການສະໜັບສະໜູນໂຄງການດ້ານສຸຂະພາບທີ່ຫລາກຫລາຍຢູ່ໃນສປປ ລາວເພື່ອສົ່ງເສີມວຽກງານໂພຊະນາການ, ນ້ຳສະອາດ, ສຸຂະອານາໄມ ແລະ ວິດຖ່າຍ, ສຸຂະພາບແມ່ ແລະ ເດັກ, ລວມທັງ ໃຫ້ການຊ່ວຍເຫລືອຄົນພິການ ແລະ ໂຄງການອາຫານໃນໂຮງຮຽນຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: Lao National Radio)

ເຫດການ
302 Found

Found

The document has moved here.