ພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດ

08:20 | 09/05/2019

ຍສໝ - ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.

ພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດ

ພິທີໄວ້ອາໄລ, ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນປະເທດ. ພາບ:vovworld.vn

ໃນລະຫວ່າງວັນທີ 7 – 8 ພຶດສະພາ 2019, ຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ, ປະເທດລາວໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ 7 ຊຸດທີ່ເສຍສະຫຼະຊີວິດ ເມື່ອປະຕິບັດໜ້າທີ່ ສາກົນຢູ່ລາວ ກັບຄືນປະເທດ. ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ ຫາ ເດືອນເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິ້ງ.

ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.