|
ພາບປະກອບ
ການສຳມະນາຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບສະພາບການພັດທະນາເຕັກໂນໂລຊີໂທລະສັບເຄື່ອນທີ່ 5 ຈີ ແລະ ຄວາມພ້ອມຂອງລາວ ໃນດ້ານນະໂຍບາຍກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານຂໍ້ກຳນົດມາດຕະຖານເຕັກນິກຕໍ່ກັບລະບົບໂທລະສັບເຄື່ອນທີ່ 5 ຈີ ຜົນປະໂຫຍດຂອງປະຊາຊົນທີ່ຈະໄດ້ຮັບຈາກລະບົບດັ່ງກ່າວ ແລະ ຄວາມພ້ອມຂອງບໍລິສັດຕໍ່ກັບໂຄງຮ່າງພື້ນຖານຮູບແບບການດຳເນີນທຸລະກິດ ແລະ ແຜນການໃນການນຳໃຊ້ເຕັກໂນໂລຊີໃນລາວຂອງບໍລິສັດ ໃນການກ້າວເຂົ້າສູ່ 5 ຈີ ເພື່ອເປັນບ່ອນອີງໃນການກຳນົດທິດທາງການພັດທະນາເຄືອຂ່າຍລະບົບໂທລະສັບເຄື່ອນທີ່ໃນລາວ.
ໂອກາດນີ້ ທ່ານ ໄຊລືຊາ ອິນສີຊຽງໃໝ່ ໃຫ້ຮູ້ວ່າ: ການສຳມະນາຄັ້ງນີ້ເປັນການປຶກສາຫາລືກຽມຄວາມພ້ອມກ້າວໄປສູ່ຍຸກ 5 ຈີ ເຊິ່ງໃນຄວາມເປັນຈິງແລ້ວເຕັກໂນໂລຊີ 5 ຈີ ບາງປະເທດ ໂດຍສະເພາະປະເທດທີ່ພັດທະນາແລ້ວໄດ້ມີການນຳໃຊ້ ແລະ ບາງປະເທດໄດ້ມີການທົດລອງໃນບາງຂົງເຂດ ເພື່ອສຶກສາວ່າລະບົບ 5 ຈີ ມີຜົນປະໂຫຍດທາງດ້ານການນຳເອົາຄວາມທັນສະໄໝມາສູ່ປະເທດ ແຕ່ສຳລັບລາວເຮົາເປັນປະເທດໜຶ່ງທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝປັດຈຸບັນພວກເຮົາມີລະບົບ 2 ຈີ 3 ຈີ ແລະ 4 ຈີ ເຊິ່ງລະບົບ 4 ຈີ ສາມາດນຳໃຊ້ໄດ້ຢູ່ໃນບັນດາຕົວເມືອງໃຫຍ່ໃນຂອບເຂດທົ່ວປະເທດ ເນື່ອງຈາກວ່າມີການຂະຫຍາຍຕົວດ້ານເຕັກໂນໂລຊີ ສະນັ້ນ ຄິດວ່າໃນນາມຜູ້ຄຸ້ມຄອງມະຫາພາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຕ້ອງໄດ້ມີການກະກຽມຕົນເອງ ເປັນຕົ້ນປຶກສາຫາລືຜູ້ໃຫ້ບໍລິການທາງດ້ານຄົມມະນາຄົມໃນລາວ ກ່ຽວກັບຄວາມພ້ອມ ແລະ ລະບົບ 5 ຈີ ຈະນຳຜົນປະໂຫຍດຫຍັງແດ່ມາສູ່ສັງຄົມລາວ ແລະ ອື່ນໆ.
(ແຫຼ່ງຂໍ້ມູນ: vientianemai.net)