|
ທ່ານ ພົນຕີ ພູວົງ ວົງພົມ. ພາບ:TTXVN
ໃນຕອນເຊົ້າຂອງວັນທີ 9 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຊາດລາວ ໄດ້ສົມທົບກັບທູດດ້ານການປ້ອງກັນຊາດຫວຽດນາມປະຈໍາ ສປປ ລາວຈັດພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຟູ (07/5/1954-07/5/2019).
ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນຊາດ; ບັນດານາຍທະຫານເຊິ່ງເປັນການນໍາຂອງບັນດາກົມກອງທີ່ສັງກັດກະຊວງປ້ອງກັນຊາດລາວ ແລະ ນັກຮົບທະຫານປະຊາຊົນລາວຫຼາຍຮ້ອຍຄົນ; ການນໍາມິດຕະພາບ ລາວ - ຫວຽດນາມ.
ສ່ວນຝ່າຍຫວຽດນາມມີການເຂົ້າຮ່ວມຂອງທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດທະທູດ ຫວຽດນາມ ປະຈໍາ ສປປ ລາວ; ທ່ານ ພັນເອກພິເສດ ຕ່າວວັນຖ໋າຍ; ການນໍາປະຊາຄົມຫວຽດນາມຢູ່ລາວ ແລະ ຜູ້ຕາງໜ້າຂອງບັນດາວິສາຫະກິດຫວຽດນາມລົງທຶນຢູ່ລາວ.
ກ່າວຄໍາເຫັນທີ່ພິທີດັ່ງກ່າວ, ທ່ານ ພົນຕີ ພູວົງ ວົງພົມ ໄດ້ເນັ້ນໜັກວ່າບັ້ນສູ້ຮົບຢູ່ ດ້ຽນບຽນຟູ ໄດ້ສະແດງໃຫ້ເຫັນຄວາມກ້າຫານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ກອງທັບປະຊາຊົນລາວສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນໃນການຊ່ວຍເຫຼືອອັນຍິ່ງໃຫຍ່ ຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ກອງທັບ ແລະ ປະຊາຊົນລາວ ໃນພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ.
(ໄຊພອນ)