ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ

11:07 | 10/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 9 ພຶດສະພາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ບາຢົກ, ແຂວງ ກວາງບີ່ງ, ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ລາວ ກັບຄືນປະເທດ.

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ

ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ. ພາບ: TTXVN

ນີ້ແມ່ນຄັ້ງທີ 40 ແຂວງກວາງບີ່ງໄດ້ຮັບ, ຈັດພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບລາວກັບຄືນປະເທດ. ເຂົ້າຮ່ວມພິທີດັ່ງກ່າວມີຜູ້ຕາງໜ້າຂອງການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ການນຳແຂວງ ກວາງບີ່ງ ແລະ ແຂວງຄຳມ່ວນ ສປປ ລາວ.

ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວກັບຄືນບ້ານເກີດເມືອງນອນ.

ໃນລະດູແລ້ງ 2018 - 2019, ກຸ່ມທ້ອນໂຮມ 589 ຂຶ້ນກັບກອງບັນຊາການທະຫານແຂວງ ກວາງບີ່ງ ທີ່ໄດ້ຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ໄດ້ 17 ຊຸດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.