ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ

10:29 | 13/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ ທີ່ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມ 6 ຊຸດທີ່ໄດ້ເສຍສະຫຼະຊີວິດຢູ່ລາວ.

ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານເນິ່ມ. ພາບ: baohatinh.vn

ເຂົ້າຮ່ວມພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ລາວໃນຄັ້ງນີ້ມີຜູ້ຕາງໜ້າຄະນະປະຕິບັດງານພິເສດຂອງລັດຖະບານ, ກອງບັນຊາການທະຫານເຂດ 4, ການນຳນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊຂອງລາວ, ການນຳແຂວງຮ່າຕິ້ງ ພ້ອມດ້ວຍພະນັກງານ, ປະຊາຊົນ, ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີດັ່ງກ່າວ, ການນຳແຂວງຮ່າຕິ້ງ ແລະ ແຂວງບໍລິຄຳໄຊ ໄດ້ສະແດງຄວາມໂສກເສົ້າເສຍໃຈ ແລະ ຄວາມຮູ້ບຸນຄຸນທີ່ມີຕໍ່ບັນດານັກວິລະຊົນ, ນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ໄດ້ອຸທິດຊີວິດເລືອດເນື້ອຂອງຕົນເພື່ອນ້ຳໃຈສາມັກຄີຫວຽດນາມ-ລາວ, ເພື່ອພາລະກິດສາກົນອັນສູງສົ່ງ.

ໃນຕອນຄໍ່າຂອງວັນທີ 9 ພຶດສະພາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ຄະນະກໍາມະການປະຊາຊົນເມືອງເຮືອງເຊີນ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງຮ່າຕິ້ງ ໄດ້ຈັດຕັ້ງພິທີສູດໄຊຍະມຸງຄຸນຕໍ່ດວງວິນຍານຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເຊິ່ງຫາກໍ່ໄດ້ທ້ອນໂຮມກັບຄືນປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.