ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

15:56 | 08/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ທີ່ສຸສານນັກຮົບແຫ່ງຊາດຫຼັກ 9, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບລາວ.

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: baoquangtri.vn

ພິທີຕ້ອນຮັບຄັ້ງນີ້ເຊິ່ງແມ່ນຄັ້ງທີ 33 ນັບຕັ້ງແຕ່ ປີ 1993 ເປັນຕົ້ນມາ, ອີກເທື່ອໜຶ່ງກໍ່ເພື່ອຢັ້ງຢືນຄວາມຮັບຜິດຊອບຂອງ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ ສອງແຂວງ ກວາງຈີ້ - ສະຫວັນນະເຂດ ສໍາລັບບັນດານັກວິລະຊົນທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ.

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພາບ: baoquangtri.vn

ດ້ວຍຄວາມມານະພະຍາຍາມຜ່ານຜ່າຄວາມອຸປະສັກ, ທຸກຍາກລຳບາກ, ແຕ່ເດືອນ ຕຸລາ 2018 ຫາ ເດືອນ ພຶດສະພາ 2019, ພະນັກງານ ແລະ ນັກຮົບ ກົມກອງຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584, ກອງບັນຊາການທະຫານກວາງຈີ້ ທີ່ໄດ້ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ ຢູ່ ສປປ ລາວ 26 ອັດຖິ.

(ໄຊພອນ)

ເຫດການ
302 Found

Found

The document has moved here.