ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊຽວຊານ ຫວຽດນາມ 18 ຊຸດ ທີ່ເສຍສະຫຼະຊີວິດຢູ່ລາວ

15:57 | 08/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2019, ທີ່ສຸສານນັກຮົບນະຄອນເຫ້ວ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະ ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງເທື່ອທຽນເຫ້ວ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງ ອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 18 ຊຸດທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ.

ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊຽວຊານ ຫວຽດນາມ 18 ຊຸດ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊຽວຊານ ຫວຽດນາມ 18 ຊຸດ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ:thuathienhue.gov.vn

ທີ່ພິ​ທີໄວ້ອາໄລ, ປົງ​ອັດ​ຖິນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ​ຽວ​ຊານ ຫວຽດ​ນາມ, ຕາງໜ້າຂອງສອງທ້ອງຖິ່ນ ແມ່ນ ເທື່ອທຽນ - ເຫ້ວ ແລະ ສາລະວັນ (ລາວ) ໄດ້ກ່າວປາໄສເນັ້ນໜັກວ່າ: ປະຫວັດຊາດຂອງສອງປະເທດ ຫວຽດນາມ ແລະ ລາວ ຈະຈາລຶກຄຸນງາມຄວາມດີບັນດານັກວິລະຊົນຂອງປະເທດ ຫວຽດນາມ ເຊິ່ງໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດສາກົນອັນສູງສົ່ງ.

ການເສຍສະຫຼະ ແລະ ມີຄຸນງາມຄວາມດີອັນໃຫຍ່ຫຼວງນີ້ໄດ້ສ້າງໜ້າປະຫວັດສາດອັນສະຫງ່າງາມທີ່ເປັນມູນເຊື້ອກ່ຽວກັບຈິດໃຈສາມັກຄີ, ນຳໃຈມິດຕະພາບແບບພິເສດສະເໝີຕົ້ນສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ.

(ໄຊພອນ)

ເຫດການ