ຮອງປະທານສານປະຊາຊົນສູງສຸດຫວຽດນາມ ຕ້ອນຮັບຜູ້ພິພາກສາສານປະຊາຊົນສູງສຸດລາວ

11:01 | 09/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2019, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທຸຍຮ່ຽນ, ຮອງປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄູນ ຜາສຸກ ຜູ້ພິພາກສາ ສານປະຊາຊົນສູງສຸດ, ຫົວໜ້າຄະນະສານປົກຄອງຂອງສານປະຊາຊົນສູງສຸດລາວ.

ຮອງປະທານສານປະຊາຊົນສູງສຸດຫວຽດນາມ ຕ້ອນຮັບຜູ້ພິພາກສາສານປະຊາຊົນສູງສຸດລາວ

ທ່ານນາງ ຫງວຽນທຸຍຮ່ຽນ ແລະ ທ່ານ ຄູນ ຜາສຸກ. ພາບ:qdnd.vn

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທຸຍຮ່ຽນ ໄດ້ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ສານປະຊາຊົນສູງສຸດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ເພີ່ມທະວີການຮ່ວມມືລະຫວ່າງສານສອງປະເທດ, ພ້ອມທັງແບ່ງປັນບົດຮຽນຕ່າງໆໃນການຈັັດຕັ້ງ ແລະເຄື່ອນໄຫວຂອງລະບົບສານ. ກ່ອນນັ້ນ, ມີຫຼາຍຄະນະສານຂອງສອງປະເທດ ໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນດ້ານກົດໝາຍເວົ້າລວມ ແລະ ກົດໝາຍ ປົກຄອງເວົ້າສະເພາະ.

ທີ່ການຕ້ອນຮັບ, ທ່ານ ຄູນ ຜາສຸກ ກໍ່ໄດ້ໃຫ້ຮູ້ວ່າ, ຈຸດປະສົງໃນການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດລາວ ເພື່ອແນໃສ່ທາບທາມ ແລະ ຖອດຖອນບົດຮຽນຂອງຫວຽດນາມ ກ່ຽວກັບການຈັດຕັ້ງ ແລະເຄື່ອນໄຫວຂອງຄະນະສານປົກຄອງ.

(ໄຊພອນ)