ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ປີ 2020 ຈະບໍ່ບັນລຸໄດ້ຕາມແຜນ ກໍຄືຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ 6,5%.
ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ນັບແຕ່ເດືອນກຸມພາເປັນຕົ້ນມາ, ມາດຕະການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການ ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍບໍ ລິການການທ່ອງທ່ຽວທັງໝົດ ແລະ ເຮັດໃຫ້ເກືອບທັງໝົດຢຸດການບໍລິການ, ເຊິ່ງຫົວໜວ່ຍທຸລະກິດການ ທ່ອງທ່ຽວທີ່ປິດບໍລິການມີ ໂຮງແຮມ 539 ແຫ່ງ, ຕົວແທນບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວ 809 ແຫ່ງ, ພະນັກງານນຳທ່ຽວ 2.000 ກວ່າຄົນ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວອື່ນໆ ຕ່າງກໍໄດ້ຮັບຜົນກະທົບ.
ການສະໜອງທຶນເພື່ອການພັດທະນາໃນໄລຍະ 4 ປີ ຈະບໍ່ສາມາດບັນລຸໄດ້ຕາມແຜນທີ່ວາງໄວ້ ເນື່ອງຈາກວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ອາດຈະຂະຫຍາຍຕົວ ໂດຍສະເລ່ຍ ພຽງແຕ່ຢູ່ໃນລະດັບ 5,9% ຫຼຸດແຜນການທີ່ວາງໄວ້ 1,3% (ແຜນການ 7,2%).
ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ.
ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.
ຍສໝ - ອີງຕາມບົດລາຍງານເສດຖະກິດໂລກ ຂອງ ທະນາຄານໂລກ ແລ້ວ, Covid-19 ໄດ້ສ້າງຜົນກະທົບຕໍ່ປະເທດລາວໃນຫລາຍໆດ້ານ, ລວມທັງການທ່ອງທ່ຽວ, ການຄ້າ, ການລົງທືນ, ລາຄາສິນຄ້າ, ອັດຕາແລກປ່ຽນ...
ໃນວັນທີ 12 ມິຖຸນາ 2020 ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນປະທານຮ່ວມກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນພິທີເປີດປີສົ່ງເສີມ ເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ.
ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.
ທ່ານ ລີເບີ ລີບົວປາວ ຍັງໃຫ້ຮູ້ວ່າ: ສໍາລັບການຟື້ນຟູ ເສດຖະກິດໄລຍະສັ້ນ ແມ່ນຕ້ອງໃຊ້ທ່າແຮງໃຊ້ກໍລັງບົ່ມຊ້ອນ ທີ່ມີຢູ່ພາຍໃນປະເທດ, ເຊິ່ງຍັງສາມາດເຮັດໄດ້ຢູ່ ໂດຍສະເພາະ ການທ່ອງທ່ຽວພາຍໃນ ແລະ ການຜະລິດກະສິກໍາ-ຜະລິດ ສະບຽງອາຫານ ສະນັ້ນ ການສົ່ງເສີມຜະລິດ ສິນຄ້າຕອບສະໜອງ ພາຍໃນກໍເປັນໂອກາດດີ
ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສຳນັກຂ່າວສານປະເທດລາວ ກ່ຽວກັບທ່າແຮງ ໃນການຟື້ນຟູເສດຖະກິດ ຫລັງພະຍາດໂຄວິດ-19 ຜ່ອນເບົາລົງ ເປັນຕົ້ນແມ່ນ ສົ່ງເສີມການທ່ອງທ່ຽວ ພາຍໃນປະເທດພວກເຮົາ ເຊິ່ງປະຊາຊົນລາວ ມີທ່າແຮງໃນການຈັດບຸນປະເພນີ ຫລື ງານບຸນຕ່າງໆ ເຮັດໃຫ້ປະຊາຊົນທ່ຽວ ໄປມາຫາສູ່ກັນ ເກີດມີການໃຊ້ຈ່າຍ, ມີການທ່ອງທ່ຽວພາຍໃນ ສ້າງລາຍຮັບພາຍໃນ ເພື່ອສ້າງລາຍຮັບ ສ້າງວຽກເຮັດງານທໍາ ດ້ວຍກໍາລັງຂອງພາຍໃນປະ ເທດເຮົາເອງ.
ຍສໝ - ວັນທີ 5 ມິຖຸນາ, ກົມການເມືອງໄດ້ປະກາດໃຊ້ບົດສະຫຼຸບກ່ຽວກັບແຜນນະໂຍບາຍ ແກ້ໄຂ ຜົນກະທົບ ຂອງໂລກລະບາດ Covid – 19 ເພື່ອຟື້ນຟູ ແລະ ພັດທະນາ ພື້ນຖານເສດຖະກິດ.
ຍສໝ - ເຖິງຢ່າງໃດກໍ່ຕາມການຮ່ວມມືຂ້າມຊາດໃນການຮັບມືກັບໂລກລະບາດ Covid – 19 ຍັງບໍ່ຫຼາຍ, ແຕ່ບັນດາວິສາຫະກິດອົດສະຕາລີຢູ່ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ເຊື່ອໝັ້ນເຂົ້າການເຊື່ອມໂຍງເສດຖະກິດຢູ່ພາກພື້ນນີ້.
ຍສໝ - ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ປາດຖະໜາວ່າ ບັນດາວິສາຫະກິດອາເມລິກາ ມີຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ທຶນຮອນ ຈະໄດ້ສືບຕໍ່ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ດຶງດູດ ແລະ ປອດໄພສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດ.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນ ນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.
ຍສໝ - ຫວຽດນາມຈະສືບຕໍ່ແມ່ນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ບັນດານັກລົງທືນສາກົນ ຄວນມາລົງທືນຢູ່ປະເທດຫວຽດນາມ ຍ້ອນວ່າ ໃນປະຈຸບັນ, ມີຫລາຍໆປະເທດ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid-19 ແລະ ຄວາມສ່ຽງຂອງການເສດຖະກິດຖົດຖອຍ ກຳລັງປົກຄຸມທົ່ວໂລກ.
ຍສໝ - ທ່ານຮອງສາດສະດາຈານ, ປອ ຈູຮ່ວາງລອງ, ຢູ່ມະຫາວິທະຍາໄລ ອົດສະຕາລີ (ANU) ໃນວັນທີ 23 ພຶດສະພາໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດຈະຊຸກຍູ້ການຄ້າສອງຝ່າຍຍ້ອນວ່າ ຮົ້ວກີດຂວາງໄດ້ຫຼຸດຜ່ອນ.
ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).
ຍສໝ - ສັນຍາ EVFTA ໄດ້ຮັບຄວາມຫວັງວ່າ, ເມື່ອນຳເຂົ້າປະຕິບັດຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເລື່ອງຊອກຫາຕະຫຼາດ, ເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພີ່ມລະດັບພັດທະນາ, ໃນສະພາບໂລກລະບາດໂຄວິດ-19.
ຍສໝ - ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງ ແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ.