ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19

16:38 | 12/05/2020

ຍສໝ - ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່. 

ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍັ​ງ​ບໍ່​ທັນ​ຄິດໄລ່​ເຖິງ​ການປະ​ກ​າດ​ສິ້ນ​ສຸດ​ໂລກ​ລະ​ບາດ Covid – 19
ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19 ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ
ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19
ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວ ພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19.(ພາບປະກອບ)

ຕາມແຫຼ່ງຂ່າວຈາກທະນາຄານໂລກ (WB) ຢູ່ ຫວຽດນາມ, ຕໍ່ໜ້າສະພາບການໂລກລະບາດ Covid – 19, ຫວຽດນາມໄດ້ມີບັນດາການກະທຳຕ້ານໂລກລະບາດຢ່າງໄວວາ ແລະ ຂ້ຽວຂາດໃນໄຕມາດ 1 ປີ 2020, ພ້ອມທັງ, ປະຕິບັດການແຍກຫ່າງໃນສັງຄົມໃນທົ່ວປະເທດຢ່າງເຂັ້ມງວດໃນເດືອນເມສາ ດັ່ງນັ້ນຈຶ່ງກໍ່ຜົນກະທົບ, ຜົນສະທ້ອນເຖິງພື້ນຖານເສດຖະກິດ, ເຮັດໃຫ້ດັດຊະນີເສດຖະກິດຫຼັກແຫຼ່ງຫຼຸດລົງເກືອບໝົດຄື ການດຳເນີນທຸລະກິດຂາຍຍ່ອຍ, ການສົ່ງອອກ - ນຳເຂົ້າສິນຄ້າ ແລະ ບັນດາການເຄື່ອນໄຫວການບໍລິການ…ເຖິງຢ່າງໃດກໍ່ຕາມ, ບັນດານັກລົງທຶນຕ່າງປະເທດຍັງຄົງສືບຕໍ່ສົນໃຈເຖິງຕະຫຼາດ ຫວຽດນາມ. ຫຼັກຖານແມ່ນ ໃນເດືອນເມສາສາມາດດຶງດູດທຶນຈົດທະບຽນລົງທຶນໄດ້ 12 ຕື້ USD.

ຕາມ ຊ່ອງໂທລະພາບ Global News ຂອງ ການາດາ ແລ້ວ, ບັນດາທີ່ປຶກສາຊ່ວຍສະເພາະບັນດາບໍລິສັດຕ່າງປະເທດຍ້າຍສໍານັກງານໄປຍັງປະເທດອື່ນ ໄດ້ ຖະແຫຼງວ່າ ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕື່ມອີກໃຫ້ແກ່ວົງການນັກລົງທຶນຕ່າງປະເທດທີ່ມີຕໍ່ຫວຽດນາມ. ຫວຽດນາມ ພວມຢັ້ງຢືນທີ່ຕັ້ງຂອງຕົນຄືດັ່ງປະເທດທີ່ມີຄວາມປອດໄພ ສໍາລັບການດໍາເນີນທຸລະກິດ, ກໍາແໜ້ນ ແລະ ດຶງດູດຄວາມຕ້ອງການທາງດ້ານຜົນປະໂຫຍດຈາກບັນດາຜູ້ຜະລິດສາກົນ ທີ່ພວມຊອກຫາວິທີຫັນລະບົບສະໜອງຂອງເຂົາເຈົ້າເປັນຫຼາຍຝ່າຍ.

ຕາມReuters,ດ້ວຍຈຳນວນຜູ້ຕິດເຊື້ອ Covid–19 ມີໜ້ອຍແລະບໍ່ມີຜູ້ໃດເສຍຊີວິດ, ຫວຽດນາມຈະມີເງື່ອນໄຂສະດວກເພື່ອຟື້ນຟູພື້ນຖານເສດຖະກິດໄວກ່ວາເມື່ອທຽບໃສ່ກັບປະເທດອື່ນເກືອບທັງໝົດ.ບັນດາຜົນສຳເລັດຂອງຫວຽດນາມໃນການ ຮັບມືກັບໂລກລະບາດ ກໍ່ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ ເນື້ອເຊື່ອໃຈ ຂອງບັນດານັກລົງທຶນຕ່າງປະເທດ.

ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19
ປີ 2019 ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 775.000 ຕື້ດົ່ງ.(ພາບປະກອບ)

ຕາມຂໍ້ມູນຂ່າວຈາກກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລ້ວໃນ 4 ເດືອນຕົ້ນປີ, ຂະແໜງການທ່ອງທ່ຽວຖືກເສຍຫາຍຢ່າງໜັກໜ່ວງ, ຈໍານວນແຂກທ່ອງທ່ຽວສາກົນມາຫວຽດນາມ ບັນລຸພຽງແຕ່ 3,4 ລ້ານເທື່ອຄົນ, ໃນນັ້ນຕົ້ນຕໍແມ່ນແຂກມາທ່ຽວໃນເດືອນມັງກອນ ແລະເດືອນກຸມພາ. ສະເພາະເດືອນເມສາ ແມ່ນບໍ່ມີແຂກທ່ອງທ່ຽວສາກົນເລີຍ. ທ່ານ ເຈືອງນາມຖັ໋ງ ຊ່ຽວຊານຂັ້ນສູງຝ່າຍການຕະຫຼາດ (marketing) ແລະນະໂຍບາຍການທ່ອງທ່ຽວຂອງໂຄງການທ່ອງທ່ຽວແບບຍືນຍົງຂອງປະເທດສະວິດໃຫ້ຂໍ້ສັງເກດວ່າ: “ປີ 2019 ຂະແໜງການທ່ອງທ່ຽວສ້າງລາຍຮັບໄດ້ 775.000 ຕື້ດົ່ງ (ປະມານ 34 ຕື້ໂດລາສະຫະລັດ). ຍ້ອນຜົນກະທົບຂອງພະຍາດໂຄວິດ-19, ໃນປີ 2020, ຂະແໜງການທ່ອງທ່ຽວຫວຽດນາມ ຄາດຄະເນວ່າອາດຈະເສຍລາຍຮັບແຕ່ 24 ເຖິງ 29 ຕື້ໂດລາສະຫະລັດ”.

ພາຍຫຼັງໄລຍະຢຸດຕິການເຄື່ອນໄຫວຊົ່ວຄາວ, ສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ, ຄື: ຝູກ໊ວກ (ກຽນຢາງ), ກວາງນິງ, ຫາຍຝອງ, ແທັງຮວ໋າ, ດ່ານັ໊ງ, ເລິມດົ່ງ... ໄດ້ເປີດປະຕູຄືນໃໝ່, ເພື່ອຮັບໃຊ້ການຕ້ອນຮັບແຂກທ່ອງທ່ຽວທີ່ມາຢ້ຽມຢາມ, ທ່ອງທ່ຽວຢ່າງມີຄວາມປອດໄພ. ບັນດາບໍລິສັດການທ່ອງທ່ຽວ, ໂຮງແຮມ, ຄື: Fiditour, Vietravel, HanoidRedtours, JW Marriott ຝູກ໊ວກ Emerald Bay... ໄດ້ສ້າງແຜນການໂປຼໂມຊັນທີ່ຈັບໃຈຕື່ມອີກເພື່ອກາຍເປັນ “ຈຸດເຄັ່ງຮ້ອນ” ຂອງຕະຫຼາດ. ຢູ່ທ້ອງຖິ່ນຕ່າງໆ, ອໍານາດການປົກຄອງ ແລະບັນດາວິສາຫະກິດໄດ້ພ້ອມກັນເຂົ້າຮ່ວມ. ເປັນໜ້າເອົາໃຈໃສ່, ວັນທີ 6 ພຶດສະພາ, ສະຫະສະມາຄົມການທ່ອງທ່ຽວຫວຽດນາມ ເມື່ອຈັດຕັ້ງກອງປະຊຸມທົ່ວປະເທດທາງໄກດ້ວຍຫົວຂໍ້ “ມາດຕະການຟື້ນຟູການທ່ອງທ່ຽວພາຍຫຼັງພະຍາດໂຄວິດ-19” ໄດ້ເນັ້ນໜັກພິເສດເຂົ້າໂຄງການກະຕຸກຊຸກຍູ້ການທ່ອງທ່ຽວພາຍໃນປະເທດໃນຂອບເຂດທົ່ວປະເທດຄາດຄະເນການຜັນຂະຫຍາຍໃນເດືອນພຶດສະພານີ້. ທ່ານ ຫວູເທບິ່ງ, ຮອງປະທານສະຫະສະມາຄົມການທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ “ເພື່ອໃຫ້ພວກເຮົາປະຕິບັດການກະຕຸກຊຸກຍູ້ການທ່ອງທ່ຽວທົ່ວປະເທດສະນັ້ນຄວນເອົາໃຈໃສ່ບັນດາກໍາລັງຕ່າງໆຢ່າງຄົບຊຸດເພື່ອສະແດງໃຫ້ເຫັນກໍາລັງແຮງຂອງຂະແໜງການທ່ອງທ່ຽວຫວຽດນາມ.

ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍັ​ງ​ບໍ່​ທັນ​ຄິດໄລ່​ເຖິງ​ການປະ​ກ​າດ​ສິ້ນ​ສຸດ​ໂລກ​ລະ​ບາດ Covid – 19

ຍສໝ - ຕາມ​ຂໍ້​ກຳ​ນົດ​ທີ່​ພວມ​ປະ​ກາດ​ໃຊ້​ກ່​ຽວ​ກັບ​ການ​ປະ​ກາດ​ສິ້ນ​ສຸດ​ໂລກ​ລະ​ບາດ, ຖ້າ​ຫາກວ່າ 28 ວັນ​ຢ່າງ​ລຽ​ນ​ຕິດ​ນັບ​ແຕ່​ວັນ​ມີ​ຄົນສຸດ​ທ້າຍ ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ ໄດ້​ຮັ​ບ​ການ​ແຍກ​ຕົວ ແລະ ບໍ່​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ຕື່ມ​ອີກ ແມ່ນ​ອາດ​ຈະ​ປະ​ກາດ​ສິ້ນ​ສຸດ​ໂລກ​ລະ​ບາດ.

ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19 ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19

ຍສໝ - ແຂວງດ້ຽນບຽນ ແລະ ແຂວງກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອ ຂອງລາວ ແລະ ແຂວງສາລະວັນ ເພື່ອປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.

ເສດ ຖະ ກ ດຫວຽດ ນາມ ຈະ ຟ ນຕ ວ ຄ ນ ໃໝ ໂດຍໄວພາຍຫ ງສ ນ ສ ດ ໂລກລະບາດ ໂຄ ວ ດ 19 ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19

ຍສໝ - ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ, ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.