ສັນຍາ EVFTA ຊ່ວຍໃຫ້ຫວຽດນາມມີທີ່ຕັ້ງບົດບາດຢ່າງສະດວກໃນສະພາບການໃໝ່ຂອງ ເສດຖະກິດສາກົນ

15:00 | 24/05/2020

ຍສໝ - ທ່ານຮອງສາດສະດາຈານ, ປອ ຈູຮ່ວາງລອງ, ຢູ່ມະຫາວິທະຍາໄລ ອົດສະຕາລີ (ANU) ໃນວັນທີ 23 ພຶດສະພາໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດຈະຊຸກຍູ້ການຄ້າສອງຝ່າຍຍ້ອນວ່າ ຮົ້ວກີດຂວາງໄດ້ຫຼຸດຜ່ອນ.

ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ
ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ
ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ
ສັນຍາ EVFTA ຊ່ວຍໃຫ້ຫວຽດນາມມີທີ່ຕັ້ງບົດບາດຢ່າງສະດວກໃນສະພາບການໃໝ່ຂອງ ເສດຖະກິດສາກົນ (ພາບ: vov)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Sydney ກ່ຽວກັບຄວາມໝາຍຂອງ EVFTA ສຳລັບຫວຽດນາມໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັນສົນ, ທ່ານຮອງສາດສະດາຈານລອງແບ່ງປັນວ່າ EVFTA ຈະຊ່ວຍໃຫ້ຫວຽດນາມຫັນການພົວພັນເສດຖະກິດສາກົນເປັນຫຼາຍຮູບແບບ ແລະ ມີຄວາມໝາຍສຳຄັນກ່ວາອີກໃນສະພາບການໂລກລະບາດ. ໃນໄລຍະສັ້ນ ແລະ ໄລຍະກາງ, ສັນຍານີ້ຈະຊ່ວຍໃຫ້ຫວຽດນາມເປີດກ້ວາງການຕະຫຼາດສົ່ງອອກໄລຍະຫຼັງ Covid – 19, ເມື່ອຟື້ນຟູການເຄື່ອນໄຫວເສດຖະກິດຢູ່ບັນດາປະເທດ. ກົງກັນຂ້າມ, ວິສາຫະກິດ ແລະ ຜູ້ບໍລິໂພກຫວຽດນາມມີໂອກາດສຳຜັດກັບແຫຼ່ງສິນຄ້າ ແລະ ວັດສະດຸ ທີ່ມີຄຸນນະພາບດີ ແລະ ມີສະຖຽນລະພາບດ້ວຍລາຄາທີ່ເໝາະສົມ ຈາກສະຫະພາບເອີລົບ (EU).

ທ່ານຮອງສາດສະດາຈານລອງກໍ່ໃຫ້ຮູ້ວ່າ EU ຈະລົບລ້າງກ່ວາ 80% ພາສີນຳເຂົ້າ ນັບແຕ່ເວລາສັນຍາມີຜົນສັກສິດ ແລະ ປະມານ 90% ພາສີພາຍຫຼັງການປະຕິບັດມາເປັນໄລຍະໜຶ່ງສັ້ນໆ, ປະມານ 7 ປີ. ຄຽງຄູ່ກັນນັ້ນ, ບາງເງື່ອນໄຂການຄ້າຕ່າງໆຄືຮັບປະການຕົ້ນກຳເນີດດ້ວຍຕົນເອງ ແລະ ລະບຽບການພາສີກໍ່ໄດ້ຮັບການໂຍະຍານ. ທ່ານເນັ້ນໜັກວ່າ EVFTA ນຳຫວຽດນາມເຂົ້າທີ່ຕັ້ງບົດບາດທີ່ມີຄວາມສະດວກໃນສະພາບການໃຫຍ່ຂອງເສດຖະກິດໂລກ ທີ່ພວມສ້າງຂຶ້ນ, ເລີ່ມຈາກບັນດາຜົນກະທົບໂດຍກົງຈາກ ໂລກລະບາດ Covid – 19.

ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ ຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ - ເອີຣົບ ໃນສະພາບການລະບາດ COVID-19

ຍສໝ - ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ແລະ ທ່ານ Phil Hogan, ເຈົ້າໜ້າທີ່ອາວຸໂສ ຂອງອົງກອນການຄ້າ EU ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບການພົວພັນການຄ້າສອງຝ່າຍ. ສອງຝ່າຍຫວັງວ່າ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນກໍລະກົດຈະມາເຖິງ.

ສ ນຍາ evfta ຊ ວຍໃຫ ຫວຽດນາມມ ທ ຕ ງບ ດບາດຢ າງສະດວກໃນສະພາບການໃໝ ຂອງ ເສດຖະກ ດສາກ ນ ລັດຖະສະພາເອີລົບ ຕີລາຄາສູງຄວາມກຽມພ້ອມຂອງຫວຽດນາມຕໍ່ກັບສັນຍາ EVFTA ແລະ IPA

ຍສໝ - ວັນທີ 31 ຕຸລາ, ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບແລະທ່ານ Jan Zahradil ຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນ.

ບຸນຄົງ

ເຫດການ
302 Found

Found

The document has moved here.