ອາຊຽນ - ອາເມລິກາ: ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດໂຄວິດ-19

05:55 | 24/04/2020

ຍສໝ​ - ໃນຕອນເຊົ້າວັນທີ 23 ເມສາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020  ພ້ອມກັບບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດ ອາຊຽນ - ອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມ ໝັ້ນຄົງໃນພາກພື້ນ, ກໍ່ຄືສະຖານະການການລະບາດຂອງພະຍາດ Covid-19.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19 ອາຊຽນ - ຍີ່ປຸ່ນ: ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19
ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19 ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ໃນການປຶກສາຫາລື ກ່ຽວກັບສະພາບພະຍາດ Covid-19, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ສະແດງຄວາມກັງວົນກ່ຽວກັບການແຜ່ລະບາດຢ່າງສັບສົນ ຂອງພະຍາດ Covid-19; ພ້ອມດຽວກັນນັ້ນ, ໄດ້ຖະແຫຼງຂ່າວກ່ຽວກັບປະສົບການຂອງ ບັນດາປະເທດ ໃນການຮັບມືກັບພະຍາດ.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ. (ພາບ: baoquocte)

ບົນພື້ນຖານນັ້ນ, ບັນດາປະເທດ ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການຫຼາຍຢ່າງ ເພື່ອຄວບຄຸມ ແລະ ປ້ອງກັນພະຍາດ Covid-19, ຢືນຢັນຄວາມກຽມພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຫຼາຍບັນຫາພາກພື້ນ ແລະ ສາກົນອື່ນໆ. ໂດຍສະເພາະ, ບັນດາລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຮີບດ່ວນຂອງການຄົ້ນຄວ້າຜະລິດ ຢາວັກຊິນ ແລະ ຢາປິ່ນປົວ, ພ້ອມກັນນັ້ນ ໄດ້ຮັບປະກັນໃຫ້ທຸກໆປະເທດ ສາມາດເຂົ້າເຖິງຢາວັກຊິນພະຍາດໄດ້ຢ່າງເທົ່າທຽມກັນ. ບັນດາລັດຖະມົນຕີ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນ ພົນລະເມືອງຂອງແຕ່ລະປະເທດ ທີ່ໄດ້ຮັບຜົນກະທົບຈາກພະຍາດ Covid-19 ແລະ ປະສານງານການປະຕິບັດ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມ ໃຫ້ໜ້ອຍທີ່ສຸດ. ສອງຝ່າຍໄດ້ຢືນຢັນວ່າ ໄດ້ຮັບປະກັນສະຖຽນລະພາບດ້ານລາຄາ ແລະ ຮັກສາລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ທົ່ວໂລກ.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19
ທ່ານຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ ບັນດາປະເທດຕ້ອງຮັບປະກັນສັນຕິພາບ ແລະ ສະແດງຄວາມເຄົາລົບກົດໝາຍສາກົນ. (ພາບ: baoquocte)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ອາຊຽນໄດ້ສະແດງຄວາມຕັດສິນໃຈດ້ານການເມືອງຂອງຕົນ ໃນລະດັບສູງສຸດ, ຊຸກຍູ້ການປະຕິບັດຮ່ວມກັນ ແລະ ຮັບມືຕາມຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວໃຫ້ແທດເໝາະ” ຂອງອາຊຽນໃນປີ 2020.

ໂດຍພິຈາລະນາເຖິງສະພາບການພາກພື້ນ ແລະ ສາກົນ, ກອງປະຊຸມໄດ້ເນັ້ນໜັກວ່າ, ໃນສະພາບການທີ່ບັນດາປະເທດພວມສຸມໃສ່ຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງກ່ຽວກັບການຕ້ານພະຍາດ, ບັນດາປະເທດຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ສະແດງຄວາມເຄົາລົບກົດໝາຍສາກົນ. ບັນດາລັດຖະມົນຕີ ໄດ້ກ່າວວ່າ ປະຈຸບັນນີ້ ບັນດາປະເທດຕ້ອງເພີ່ມຄວາມໝັ້ນໃຈ ແລະ ຄວາມຈະແຈ້ງ, ຫລີກລ້ຽງການເຄື່ອນໄຫວໃດໆທີ່ເຮັດໃຫ້ສະຖານະການສັບສົນ.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ.

ອາຊຽນ ອາເມລ ກາ ຍ ແຮງການຮ ວມມ ຫລ ດຜ ອນຜ ນກະທ ບດ ານເສດຖະກ ດ ສ ງຄ ມຂອງໂລກລະບາດໂຄວ ດ 19 ອາຊຽນ 2020: ສົ່ງເສີມການຮ່ວມມືອາຊຽນໃນການປ້ອງກັນພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປ້ອງກັນພະຍາດ COVID-19, ໃນຮູບແບບການປະຊຸມອອນລາຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.