ບັນດາປະເທດອາຊຽນ: ຊອກຫາທິດທາງໃໝ່ ພາຍຫຼັງ Covid-19

16:45 | 12/05/2020

ຍສໝ - ເພື່ອຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ ຈາກການລະບາດຂອງພະຍາດ Covid-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຮ່ວມກັນ, ບັນດາປະເທດອາຊຽນ ກຳລັງຊອກຫາທິດທາງໃໝ່ຢ່າງຫ້າວຫັນ ພາຍຫຼັງ Covid-19.

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19 ຫວຽດນາມ ນຳໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona
ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19 ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

ໃນໄລຍະຜ່ານມາ, ຄຳສັ່ງປິດລ້ອມໄດ້ນຳໃຊ້ໃນຫຼາຍປະເທດ, ເຮັດໃຫ້ພື້ນຖານເສດຖະກິດຂອງຫຼາຍປະເທດໃນພາກພື້ນ ຖືກຮັບຜົນກະທົບເຊັ່ນ: ການສົ່ງອອກ, ນ້ຳມັນ ແລະ ອາຍແກັດ, ການທ່ອງທ່ຽວ, ການຄ້າຍ່ອຍ, ການບັນເທີງ, ອາຫານ...

ໂດຍສະເພາະ, ປະເທດມາເລເຊຍ ແມ່ນປະເທດ ມີພື້ນຖານເສດຖະກິດທີ່ມີຄວາມສ່ຽງຫຼາຍທີ່ສຸດໃນອາຊຽນ, ເພາະວ່າ ປະເທດມາເລເຊຍ ມີຕົວເລກສະແດງລະດັບການເງິນສູງໃນການໜີ້ສິນໃຊ້ຈ່າຍ, ໜີ້ສິນຕ່າງປະເທດ ແລະ ໜີ້ສິນຂອງລັດ. ນອກຈາກນີ້, ການຫຼຸດລົງຂອງລາຄານ້ຳມັນ ຈະສົ່ງຜົນກະທົບຢ່າງໜັກຕໍ່ແຫຼ່ງຮັບງົບປະມານຂອງປະເທດມາເລເຊຍ, ຍ້ອນວ່າມີ 25% ຂອງລາຍຮັບງົບປະມານຂອງປະເທດມາເລເຊຍ ແມ່ນມາຈາກນ້ຳມັນ ແລະ ຂະແໜງການເຮັດທຸລະກິດທີ່ກ່ຽວຂ້ອງ.

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19
ຄຳສັ່ງປິດລ້ອມໄດ້ນຳໃຊ້ໃນຫຼາຍປະເທດເຮັດໃຫ້ພື້ນຖານເສດຖະກິດຂອງຫຼາຍປະເທດໃນພາກພື້ນຖືກຮັບຜົນກະທົບ. (ພາບ: kinhtedothi)

ຈາກນັ້ນ, ປະເທດໄທ, ອິນໂດເນເຊຍ ແລະ ຟີລິບປິນ ກໍ່ອາດຈະຕ້ອງໄດ້ບັນທຶກການຂາດດຸນເປັນຄູ່ ສຳລັບງົບປະມານ ແລະ ບັນຊີທຽວໄປມາ.

ໃນສະພາບການດັ່ງກ່າວ, ເມື່ອບໍ່ດົນມານີ້ ບັນດາຜູ້ນຳອາຊຽນ ໄດ້ເປັນເອກະພາບຕົກລົງທີ່ຈະພັດທະນາແຜນການຟື້ນຟູເສດຖະກິດ ຫລັງການລະບາດພະຍາດ Covid-19, ໃນນັ້ນມີການສ້າງຄວາມເຂັ້ມແຂງດ້ານການຄ້າພາຍໃນກຸ່ມອາຊຽນ, ການຊຸກຍູ້ຂໍ້ຕົກລົງການຮ່ວມມືດ້ານເສດຖະກິດທີ່ກຳລັງປະຕິບັດເຈລະຈາ ແລະ ປະຕິບັດມາດຕະການກະຕຸກຊຸກຍູ້ເສດຖະກິດ, ປັບປຸງຄວາມສາມາດໃນການຮັບມືກັບບັນຫາພາຍນອກ. ການຕັ້ງສາງສຳຮອງສຳລັບເຄື່ອງອຸປະກອນທາງການແພດ ເພື່ອຕອບສະໜອງຄວາມຕ້ອງການອັນຮີບດ່ວນເມື່ອເກີດລະບາດພະຍາດ, ລິເລີ່ມຈັດຕັ້ງການເຝິກຊ້ອມທາງອອນລາຍ ກ່ຽວກັບການຕອບໂຕ້ການລະບາດ… ກໍ່ແມ່ນບູລິມະສິດຂອງ ອາຊຽນ ໃນອະນາຄົດອັນໃກ້ນີ້.

ໃນໄລຍະທີ່ຜ່ານມາ, ຫວຽດນາມຍາມໃດກໍ່ຕັ້ງໜ້າ ແລະ ພະຍາຍາມເພື່ອເຮັດໃຫ້ບັນດາການເຄື່ອນໄຫວ ອາຊຽນ ໃນປີ 2020 ໄດ້ດຳເນີນໄປຕາມແຜນການທີ່ວາງໄວ້. ໝາກຜົນຂອງບັນດາກອງປະຊຸມສະແດງໃຫ້ເຫັນວ່າ ຫວຽດນາມໄດ້ຊຸກຍູ້ການເພີ່ມທະວີຄວາມສາມັກຄີ ແລະ ການເໝາະສົມຢ່າງເປັນເຈົ້າການ ເຮັດໃຫ້ບັນດາປະເທດຮ່ວມກັນເພື່ອຜ່ານຜ່າໂລກລະບາດພະຍາດ Covid-19.

ເມື່ອບໍ່ດົນມານີ້, ທ່ານ ເຈີ່ນຕ໋ວນແອັງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະເປັນປະທານຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ໄດ້ມີການໂອ້ລົມກັບເລຂາທິການໃຫຍ່ອາຊຽນ, ທ່ານ Lim Jock Hoi ເພື່ອປຶກສາຫາລືກ່ຽວກັບແຜນການຟື້ນຟູເສດຖະກິດ ແລະ ການຮັກສາລະບົບການສະຫນອງ ພາຍຫຼັງການລະບາດຂອງ Covid-19.

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19
ທ່ານ ເຈີ່ນຕ໋ວນແອັງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການໂອ້ລົມກັບເລຂາທິການໃຫຍ່ອາຊຽນ, ທ່ານ Lim Jock Hoi. (ພາບ: VGP)

ທ່ານເຈີ່ນຕ໋ວນແອັງ ແລະ ທ່ານ Lim Jock Hoi - ເລຂາທິການໃຫຍ່ອາຊຽນ ກໍ່ໄດ້ເຫັນດີເປັນເອກະພາບ ໃນການຕິດຕາມກວດກາ ແລະ ສົ່ງເສີມບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສາມປະເທດ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຕົກລົງເນື້ອໃນໂດຍໄວ ແລະ ຮັບຮອງເອົາ "ຖະແຫຼງການລັດຖະມົນຕີອາຊຽນ +3 ກ່ຽວກັບການຕອບສະໜອງ ຕໍ່ການລະບາດຂອງພະຍາດ Covid-19”.

ທ່ານ Lim Jock Hoi - ເລຂາທິການໃຫຍ່ອາຊຽນ ໄດ້ຢືນຢັນວ່າ: "ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາສາມາດຜ່ານຜ່າສິ່ງທ້າທາຍຈາກໂລກລະບາດ Covid-19, ຖ້າບັນດາປະເທດໃນພາກພື້ນ ໄດ້ຮ່ວມກັນດ້ວຍດວາມສາມັກຄີ ແລະ ກ້າແກ່ນ".

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19 ອາຊຽນ - ອາເມລິກາ: ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດໂຄວິດ-19

ຍສໝ​ - ໃນຕອນເຊົ້າວັນທີ 23 ເມສາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ພ້ອມກັບບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດ ອາຊຽນ - ອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມ ໝັ້ນຄົງໃນພາກພື້ນ, ...

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19 ອິນໂດເນເຊຍ ຕີລາຄາສູງ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື

ຍສໝ - ບັນດາຜູ້ແທນຕີລາຄາສູງ ຫວຽດນາມ ໄດ້ຕັ້ງຫນ້າ ເປັນເຈົ້າການຈັດຕັ້ງກອງປະຊຸມຄັ້ງນີ້ສຳເລັດຜົນ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການສະກັດກັ້ນໂລກລະບາດໂຄວິດ 19 ຂອງພາກພື້ນ ແລະປະຊາຄົມສາກົນ.

ບ ນດາປະເທດອາຊຽນ ຊອກຫາທ ດທາງໃໝ ພາຍຫ ງ covid 19 ອາຊຽນ ແລະ ອີຢູ ຢັ້ງຢືນການຮ່ວມມືຢ່າງປະສິດຕິຜົນໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid-19

ຍສໝ - ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.