ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19

09:54 | 04/06/2020

ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນ ນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.    

ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19 ບໍລິສັດ DOW Chemical ຫວຽດນາມ ມອບອຸປະກອນດ້ານການແພດລວມມີມູນຄ່າຫຼາຍກວ່າ 100 ລ້ານດົ່ງໃຫ້ແກ່ໂຮງໝໍພະຍາດເຂດຮ້ອນ ສູນກາງ 2 ເພື່ອປ້ອງກັນ ແລະ ຄວບຄຸມ COVID - 19
ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19 ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຊົມ​ເຊີຍ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19
ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.(ພາບ:Baoquocte)

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການ ແລະ ໝາກຜົນຂອງການປ້ອງກັນ COVID-19 ໃນແຕ່ລະປະເທດ; ເຫັນດີສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນເພື່ອເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ ພະຍາດ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.

ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ຊົມເຊີຍບັນດາຜົນງານທີ່ໜ້າປະທັບໃຈຂອງຫວຽດນາມໃນການຄວບຄຸມໂລກລະບາດ COVID-19, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນຍີ່ປຸ່ນ ໃນດ້ານຜ້າອັດປາກດ້ານການແພດ, ໜູນຊ່ວຍຜູ້ຄຸ້ມຄອງ ແລະ ຊ່ຽວຊານຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດນາມ. ທ່ານກ່າວວ່ານອກເໜືອຈາກການຊ່ວຍເຫຼືອທີ່ຜ່ານມາສຳລັບການປ້ອງກັນ ພະຍາດ COVID-19, ຍີ່ປຸ່ນຈະສືບຕໍ່ສະໜັບສະໜູນ ຫວຽດນາມດ້ວຍອຸປະກອນການແພດ ແລະ ການສະ ໜອງໂດຍອີງໃສ່ຄວາມຕ້ອງການຂອງຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນລວມທັງອາຊຽນແລະ ແມ່ນໍ້າຂອງ - ຍີ່ປຸ່ນ; ຊຸກຍູ້ການຈັດຕັ້ງປະຕິບັດຄຳສະເໜີສ້າງຕັ້ງສູນອາຊຽນວ່າດ້ວຍພະຍາດທີ່ກຳລັງເກີດຂື້ນ ແລະບັນຫາທາງການແພດສຸກເສີນໂດຍນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ໃນກອງປະຊຸມສຸດຍອດພິເສດອາຊຽນ +3 ໃນວັນທີ 14 ເມສາ 2020.

ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19 ຫວຽດ​ນາມ​ແມ​່ນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ບົດ​ຂຽນ​ກໍ່​ຖື​ວ່າ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດນັ້ນ ​ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ​ແມ່ນ​ ສະ​ຖານ​ທີ່ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໝາຍ​ໃຫ້​ແກ່​ບັນ​ດາບໍ​ລິ​ສັດອາ​ເມ​ລິ​ກາ ຫຼື ເອີ​ລົບເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ໃນໄລ​ຍະຫຼັງ Covid – 19.

ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19 ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານໃໝ່​ຫຼ້​າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ຕະຫຼ​າ​ດ​ເກີບ​ອາ​ເມ​ລິ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ Covid – 19 ທີ່​ມີ​ຕໍ່​ຕະຫຼາດ ແລະ ຄວາມ​ເປັນ​ໄປ​ໄດ້, ທ່າ​ອ່ຽງພັດ​ທະ​ນາ​ຂອງ​ຕະຫຼາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ,

ຫວຽດນາມ ຍ ປ ນ ຊ ກຍ ເສດຖະກ ດຫ ງ covid 19 ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ

ຍ​ສໝ - ການ​ນຳ 2 ທ່ານໄດ້ເຫັນດີເພີ່ມທະວີການສົມທົບກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງນອກແວ-ອາຊຽນ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດໃຫ້ເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.