ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA)

12:29 | 21/05/2020

ຍສໝ - ສັນຍາ EVFTA ໄດ້ຮັບຄວາມຫວັງວ່າ, ເມື່ອນຳເຂົ້າປະຕິບັດຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເລື່ອງຊອກຫາຕະຫຼາດ, ເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພີ່ມລະດັບພັດທະນາ, ໃນສະພາບໂລກລະບາດໂຄວິດ-19.

ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19
ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ
ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta
ທ່ານ ເຈີ່ນຕ໊ວນແອັງ, ລັດຖະມົນຕີການກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.(ພາບ:TTXVN)

ກ່ຽວກັບແຜນການປະຕິບັດສັນຍາ EVFTA ກໍຄືບັນດາເນື້ອໃນຈຸດສຸມຂອງໂຄງການດຳເນີນງານ, ທ່ານລັດຖະມົນຕີ ເຈີ່ນຕ໊ວນແອັງ, ໃຫ້ຮູ້ວ່າ: “ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ໂຄງການດຳເນີນງານຂອງລັດຖະບານຫວຽດນາມ. ໂຄງການດຳເນີນງານນັ້ນບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ໜ້າທີ່ເທົ່ານັ້ນ, ຫາກພວກເຮົາຕ້ອງເປັນເອກະພາບໃນລະບົບການເມືອງ ກໍຄືພາຍໃຕ້ການຊີ້ນຳນຳພາຂອງລັດຖະບານ ໃຫ້ແກ່ບັນດາກະຊວງ, ຂະແໜງການ, ສຳນັກງານ, ອົງການຈັດຕັ້ງ ໃນການກວດກາຄືນ, ດັດປັບ, ສ້າງກົດໝາຍໃຫ້ສົມບູນແບບ ເພື່ອລາຍງານຕໍ່ສະພາແຫ່ງຊາດ ຮັບຮອງເອົາ, ກໍ່ຄືໃນບັນດາການເຄື່ອນໄຫວທາງດ້ານການບໍລິຫານຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດ, ສັງຄົມ… ໂຄງການກະທຳນີ້ກໍ່ແມ່ນພື້ນຖານເພື່ອໃຫ້ສະຫະພາບເອີລົບ ສົມທົບກັບຫວຽດນາມ ເພື່ອຈັດຕັ້ງການປະຕິບັດ ແລະ ກວດກາຕິດຕາມການປະຕິບັດສັນຍາດັ່ງກ່າວ”.

ໃນມື້ເຮັດວຽກທຳອິດຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ສະພາແຫ່ງຊາດໄດ້ສະຫງວນເວລາ ເພື່ອປຶກສາຫາລືກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຝ່າຍ ຫວຽດນາມ, ຝ່າຍ EU ແລະ ບັນດາປະເທດສະມາຊິກ (EVIPA).

ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta
ກອງປະຊຸມສະໄໝສາມັນເທື່ອທີ9, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ: TTXVN)

ປຶກສາຫາລືກ່ຽວກັບການໃຫ້ສັດຕະຍາບັນ EVFTA, ຕອນບ່າຍໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດຢັ້ງຢືນວ່າ ເລື່ອງຫວຽດນາມ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ໃນຈຸດເວລານີ້ແມ່ນມີຄວາມເໝາະສົມແລະຖືກກັບເວລາທີ່ສຸດ, ສືບຕໍ່ສ້າງທ່ວງທ່າໃຫ້ແກ່ການເຊື່ອມໂຍງເສດຖະກິດສາກົນ ແລະ ຟື້ນຟູການພັດທະນາເສດຖະກິດພາຍໃນປະເທດໃນໄລຍະຫຼັງໂລກລະບາດ Covid – 19.

ເຖິງຢ່າງໃກໍ່ຕາມ, ບາງຄຳເຫັນສະເໜີຂອງສະມາຊິກສະພາແຫ່ງຊາດຄວນຕີລາຄາບັນດາຜົນກະທົບຂອງສັນຍາເພື່ອຫຼີກລ້ຽງການຂຶ້ນກັບ, ສະເໜີໃຫ້ເອົາໃຈໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດຫວຽດນາມໃຫ້ດີກ່ວາອີກ, ເອົາໃຈໃສ່ເຖິງລັກສະນະເປີດເຜີຍ, ໂປ່ງໃສກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ກາລະໂອກາດຕື່ມອີກ ແລະ ເປັນເຈົ້າການຮັບມືກັບສິ່ງທ້າທາຍໃຫຍ່. ກ່ຽວກັບສັນຍາ EVIPA ລະຫວ່າງ ສອງຝ່າຍແມ່ນ ຫວຽດນາມ, EU ແລະບັນດາປະເທດສະມາຊິກ EVIPA, ບັນດາສະມາຊິກສະພາແຫ່ງຊາດກໍ່ສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງຕໍ່ການໃຫ້ສັດຕະຍາບັນສັນຍາສຳຄັນນີ້.

ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta ລັດຖະບານ​ຫວຽດນາມຄາດ​ຄະ​ເນສອງ​ແຜນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2020

ຍສໝ - ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງ ແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ.

ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta ສື່ມວນຊົນລາວ: ຕ້ອງໄດ້ປົກປ້ອງ ແລະ ຖະນຸຖະໜອມສາຍພົວພັນພິເສດ ລາວ - ຫວຽດນາມ

ຍສໝ - ໃນຊຸມມື້ຜ່ານມາ, ສື່ມວນຊົນລາວ ໄດ້ລົງພິມບົດຂຽນຫຼາຍບົດກ່ຽວກັບຊີວິດ ແລະ ອາຊີບຂອງ ປະທານ ໂຮ່ຈີມິນ ຢ່າງຕໍ່ເນື່ອງ; ກ່ຽວກັບສາຍພົວພັນສະໜິດສະໜົມ ຂອງ ເພິ່ນກັບການປະຕິວັດລາວ…

ສະພາແຫ ງຊາດ ຫວຽດນາມ ປ ກສາຫາລ ກ ຽວກ ບເລ ອງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງຫວຽດນາມ ແລະ ສະຫະພາບ ເອ ລ ບ evfta ຄວາມໂປ່ງໃສດ້ານງົບປະມານ: ຫວຽດນາມໄດ້ຈັດຢູ່ອັນດັບທີ 77/117 ປະເທດ, ເພີ່ມຂຶ້ນ 14 ຂັ້ນເມື່ອທຽບໃສ່ກັບປີ 2017

ຍສໝ - ຕາມໝາກຜົນການສຳຫຼວດທົ່ວໂລກກ່ຽວກັບດັດຊະນີການເປີດເຜີຍງົບປະມານເປີດປີ 2019 ຫາກໍ່ໄດ້ປະກາດ, ຄະແນນຄວາມໂປ່ງໃສງົບປະມານຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບບັນດາຄັ້ງຕີລາຄາກ່ອນໜ້ານັ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.