ວາລະສານ Forbes: ເປັນຫຍັງບັນດານັກລົງທືນສາກົນຄວນລົງທືນເຂົ້າໃນຫວຽດນາມ ພາຍຫຼັງ Covid-19?

11:47 | 25/05/2020

ຍສໝ - ບັນດານັກລົງທືນສາກົນ ຄວນມາລົງທືນຢູ່ປະເທດຫວຽດນາມ ຍ້ອນວ່າ ໃນປະຈຸບັນ, ມີຫລາຍໆປະເທດ ກຳລັງປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid-19 ແລະ ຄວາມສ່ຽງຂອງການເສດຖະກິດຖົດຖອຍ ກຳລັງປົກຄຸມທົ່ວໂລກ.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19 ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ
ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມອອນໄລ ລະຫວ່າງບັນດາປະເທດ E10 ແລະ ເລຂາທິການໃຫຍ່ສະຫະປະຊາຊາດ

ອີງຕາມວາລະສານ Forbes, ຫວຽດນາມ ໄດ້ບັນລຸລະດັບເຕີບໂຕ GDP 7,02% ໃນປີ 2019, ແມ່ນໜຶ່ງໃນບັນດາປະເທດທີ່ສູງທີ່ສຸດໃນໂລກ. ນີ້ກໍ່ແມ່ນປີທີ 2 ທີ່ການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ ໄດ້ບັນລຸສູງກວ່າ 7%. ຂະແໜງອຸດສາຫະກຳການຜະລິດ ແລະ ການປຸງແຕ່ງ ໄດ້ເຕີບໂຕເພີ່ມຂຶ້ນ 8,9% ແລະ ສືບຕໍ່ເປັນກຳລັງໜູນ ໃນການຂະຫຍາຍຕົວຂອງເສດຖະກິດປະເທດຫວຽດນາມ.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19
ສະຫະພາບເອີຣົບ EU ໄດ້ເຊັນສັນຍາການຄ້າເສລີກັບ ຫວຽດນາມ ໃນເດືອນມິຖຸນາປີ 2019. (ພາບ: vnexpress)

ກ່ຽວກັບດ້ານການຄ້າ, ວົງເງິນສົ່ງອອກຂອງຫວຽດນາມ ໄດ້ບັນລຸ 500 ຕື້ໂດລາສະຫະລັດ ແລະ ໄດ້ສ່ວນເກີນເປັນເວລາ 4 ປີຕິດຕໍ່ກັນ ໃນສະພາບການຫຼຸດລົງການຄ້າໃນຫລາຍປະເທດ. ຕົວເລກສະແດງຄວາມສາມາດແກ່ງແຍ້ງທົ່ວໂລກຂອງຫວຽດນາມ ໃນປີ 2019 ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ເພີ່ມຂຶ້ນ 10 ລະດັບຈາກປີກາຍ, ເຊິ່ງເປັນລະດັບທີ 67 ແລະ ກາຍເປັນປະເທດທີ່ເພີ່ມຂຶ້ນໄວທີ່ສຸດໃນປີ 2019. ລັດຖະບານຫວຽດນາມ ໄດ້ສຸມໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ເປີດກວ້າງ, ອຳນວຍຄວາມສະດວກ ແລະ ຊຸກຍູ້ການຫັນປ່ຽນໂຄງປະກອບການເສດຖະກິດ.

ຕາມທະນາຄານໂລກ, ຫວຽດນາມ ໄດ້ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢ່າງກະໂດດຂັ້ນໃນ 10 ປີທີ່ຜ່ານມາ. ບົດລາຍງານທຸລະກິດປີ 2020 ຂອງທະນາຄານໂລກ ໄດ້ຈັດອັນດັບໃຫ້ ຫວຽດນາມເປັນອັນດັບທີ 70 ໃນຈຳນວນ 190 ພື້ນຖານເສດຖະກິດ.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19
ໃນເດືອນມິຖຸນາປີ 2019, ສະຫະພາບເອີຣົບ EU ໄດ້ເຊັນສັນຍາການຄ້າເສລີກັບ ຫວຽດນາມ, ເຊິ່ງເປັນຄັ້ງທຳອິດ ສຳຫຼັບປະເທດທີ່ກຳລັງພັດທະນາຢູ່ໃນອາຊີ, ໂດຍໄດ້ເປີດຊ່ອງທາງໃຫ້ແກ່ການຫຼຸດຜ່ອນພາສີຂອງສິນຄ້າ ຈຳນວນ 99% ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ EU. (ພາບ: baoquocte)

ໃນເດືອນມິຖຸນາປີ 2019, ສະຫະພາບເອີຣົບ EU ໄດ້ເຊັນສັນຍາການຄ້າເສລີກັບ ຫວຽດນາມ, ເຊິ່ງເປັນຄັ້ງທຳອິດ ສຳຫຼັບປະເທດທີ່ກຳລັງພັດທະນາຢູ່ໃນອາຊີ, ໂດຍໄດ້ເປີດຊ່ອງທາງໃຫ້ແກ່ການຫຼຸດຜ່ອນພາສີຂອງສິນຄ້າ ຈຳນວນ 99% ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ EU.

ຕາມສຳນັກຂ່າວ Reuters, ສະຫະພາບເອີລົບ EU ໃຫ້ຮູ້ວ່າ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແມ່ນສັນຍາການຄ້າເສລີທີ່ ເປັນຢ່າງ “ມັກໃຫຍ່ໃຝ່ສູງ” ທີ່ສຸດທີ່ເຄີຍໄດ້ລົງນາມສຳຫຼັບ ປະເທດກຳລັງພັດທະນາ. ສະຫະພາບເອີລົບ EU ແມ່ນຕະຫຼາດສົ່ງອອກໃຫຍ່ທີສອງຂອງ ຫວຽດນາມ, ຖັດຈາກ ປະເທດອາເມລິກາ.

ຫວຽດນາມ ໄດ້ຮັກສາສະຖຽນລະພາບເສດຖະກິດ - ສັງຄົມ ເປັນເວລາຫລາຍທົດສະວັດ. ນີ້ແມ່ນສັນຍານຢ່າງຕັ້ງໜ້າ ເພື່ອຊ່ວຍຮັກສາເຕີບໂຕ ຂອງພື້ນຖານເສດຖະກິດຫວຽດນາມ. ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ອຳນວຍຄວາມສະດວກ ແລະ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະຊ່ວຍເພີ່ມການລົງທຶນຕ່າງປະເທດຢູ່ ຫວຽດນາມ ໃນອະນາຄົດ, ໂດຍສະເພາະແມ່ນພາຍຫຼັງທີ່ ຫວຽດນາມ ໄດ້ບັນລຸບັນດາຜົນງານສຳຄັນ ໃນການຮັບມືກັບການລະບາດຂອງ Covid-19.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19 ຜູ້ຊ່ຽວຊານອາເມລິກາ: ຫວຽດນາມ ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19

ຍສໝ - ໃນການໃຫ້ສຳພາດກັບ ບົດຂຽນທີ່ລົງໃນໜັງສືພິມ Washington Post, ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19 ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມອອນໄລ ລະຫວ່າງບັນດາປະເທດ E10 ແລະ ເລຂາທິການໃຫຍ່ສະຫະປະຊາຊາດ

ຍສໝ - ບັນດາປະເທດສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ (E10) ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫລາຍໆບັນຫາໃນລາຍການປຶກສາຫາລື ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີ ໂລກລະບາດ Covid-19.

ວາລະສານ forbes ເປ ນຫຍ ງບ ນດານ ກລ ງທ ນສາກ ນຄວນລ ງທ ນເຂ າໃນຫວຽດນາມ ພາຍຫ ງ covid 19 ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສຳພາດກັບ ບັນດາສຳນັກຂ່າວສານຕ່າງປະເທດ ທີ່ປະຈຳຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.