ຍສໝ - ແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນຈະສືບຕໍ່ສ້າງແຜນການເພື່ອເປີດກວ້າງການເຄື່ອນໄຫວແລກປ່ຽນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຢູ່ລຽບຕາມເຂດຊາຍແດນ.
ຍສໝ - ກອງປະຊຸມແລກປ່ຽນບົດຮຽນວຽກງານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ສຸມໃສ່ແລກປ່ຽນກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະພາແຫ່ງຊາດຫວຽດນາມ.
ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ຫາຍາກໃນປະຫວັດສາດ, ແມ່ນແບບຢ່າງໃນການພົວພັນສາກົນ.
ຫວຽດນາມ - ລາວ ມີເສັ້ນຊາຍແດນຍາວປະມານ 2.337 ກິໂລແມັດ, ທີ່ຕິດກັບ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ. ເຂດຊາຍແດນຫວຽດນາມ - ລາວ ມີທີ່ຕັ້ງຍຸດທະສາດສຳຄັນຕໍ່ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະເສດຖະກິດ - ສັງຄົມຂອງສອງປະເທດ.
ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບລາວ-ຫວຽດນາມເພື່ອຊ່ວຍເຫຼືອປ້ອງກັນ ແລະສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ຈິ່ງມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ນໍາເອົາເງິນຈໍານວນ 5 ຕື້ດົງ (ສະກຸນເງິນຫວຽດນາມ) ມາມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ແຂວງຊຽງຂວາງ 500 ລ້ານດົງ, ແຂວງບໍລິຄໍາໄຊ 500 ລ້ານດົງ...
ວັນທີ 22 ຕຸລາ, ລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໄດ້ດຳເນີນຜ່ານລະບົບທາງໄກ.
ຍສໝ - ວັນທີ 5 ຕຸລາ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກາວບັ່ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2021 - 2026. ທ່ານ ເລຫາຍຮວ່າ - ຮອງປະທານຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ຖືກເລືອກໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ແຂວງ ກາວບັ່ງ, ຊຸດທີ II, ອາຍຸການ 2021 - 2026.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ປາດຖະໜາວ່າ ບັນດາອົງການສື່ມວນຊົນຂອງ ລາວ ແລະ ຫວຽດນາມ ຈະສືບຕໍ່ຍູ້ແຮງການໂຄສະນາ, ເຜີຍແຜ່ກ່ຽວກັບສາຍພົວພັນລະຫວ່າງສອງປະເທດ; ສືບຕໍ່ໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳ ລາວ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍຢັ້ງຢືນວ່າຈະສົມທົບຢ່າງຕັ້ງໜ້າ ແລະ ໜູນຊ່ວຍສູງສຸດໃຫ້ແກ່ບັນດາອົງການສື່ມວນຊົນ ລາວ ເພື່ອນັບມື້ນັບພັດທະນາ.
ຍສໝ - ໃນວັນທີ 14 ສິງຫາ, ຢູ່ເຂດເສດຖະກິດດ່ານຊາຍແດນ ນາມຢາງ, ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ນາມຢາງ (ກວ໋າງນາມ) ແລະ ດັກຕາອ໋ອກ (ເຊກອງ, ລາວ).
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.
ຍສໝ - ທີ່ການພົບປະເຈລະຈາໃນວັນທີ 9 ສິງຫາ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນ ແລະ ວິທີການແກ້ໄຂ ເພື່ອສືບຕໍ່ຊຸກຍູ້ການພັດທະນາຢ່າງຮອບດ້ານ ຂອງສາຍພົວພັນ ສອງປະເທດຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ເປັນສັກຂີພິຍານການລົງນາມຂອງເອກະສານການຮ່ວມມືສອງຝ່າຍ ຈຳນວນ 14 ສະບັບ ...
ຍສໝ - ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ຢ່າງເປັນທາງການ ຂອງການນຳຂັ້ນສູງພັກ, ລັດ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ຍສໝ - ບັນດາຈຸດໃໝ່ ແລະ ທິດທາງໃຫຍ່ໃນການພົວພັນຫວຽດນາມ - ລາວ ໃນໄລຍະຈະມາເຖິງ ແມ່ນໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນ ແລະ ວິທີການແກ້ໄຂຈັດຕັ້ງປະຕິບັດ.
ຍສໝ - ໃນວັນທີ 28 ມິຖຸນາ, ສື່ມວນຊົນປະເທດລາວ ໄດ້ມີຫຼາຍການລາຍງານຂ່າວທີ່ເຂັ້ມຂົ້ນ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ໂດຍເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ໄດ້ຢັ້ງຢືນຫຼັກໝັ້ນຍາມໃດກໍ່ເປັນອັນໜຶ່ງອັນດຽວ ຂອງພັກ, ລັດ ແລະ ປະຊາຊົນລາວ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນໝັ້ນແກ່ນລະຫວ່າງ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 28 ມິຖຸນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ.
.
ໂດຍໄດ້ຮັບຄໍາເຊີນຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດແຫ່ງ ສສ. ຫວຽດນາມ ແລະພັນລະຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ໄດ້ມາຢ້ຽມຢາມສັນຖະວະໄມຕີປະເທດ ສສ. ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28-29 ມິຖຸນາ.
ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ຄັ້ງທີ 6. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຫຼາຍເນື້ອໃນເພື່ອສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກກວ່າອີກ…