ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ

12:08 | 17/05/2022

ໃນພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດໄດ້ສວມບົດບາດສຳຄັນ.

ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ພວມມີການເດີນທາງໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຈາກທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແຕ່ວັນທີ 15 – 17 ພຶດສະພາ. ການຢ້ຽມຢາມສະແດງໃຫ້ເຫັນເລື່ອງຖືເປັນສຳຄັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງພິເສດ ແລະ ການໃຫ້ບຸລິມະສິດຢ່າງສູງຂອງພັກ, ລັດ ຫຽດນາມ ໃນການປັບປຸງ ແລະ ຍົກລະດັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ການເດີນທາງໄປປະເທດ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ດຳເນີນໄປໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ຖືເອົາປີ 2022 ແມ່ນປີສາມັກຄີ ແລະ ມິດຕະພາບ.

ຂີດໝາຍການຮ່ວມມືທາງການທູດລັດຖະສະພາ

ໃນພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດໄດ້ສວມບົດບາດສຳຄັນ. ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ສືບຕໍ່ໄດ້ຮັບການຊຸກຍູ້, ໃນນັ້ນພົ້ນເດັ່ນຂຶ້ນແມ່ນການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ຂັ້ນກຳມາທິການ, ລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາ.

ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍຕາມ, ການພົວພັນຮ່ວມມືລະຫວ່າງປະຊາຊົນ 2 ປະເທດ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ດ້ວຍຫຼາຍຮູບແບບຢ່າງມີໄຫວພິບທັງແບບທາງໄກ ແລະ ໂດຍກົງ. ເດືອນ ເມສາ 2021, ພາຍຫຼັງໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດປະເທດ ສສ.ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ເດືອນ ທັນວາ 2021, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ພາຍຫຼັງໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ລາວ ອາຍຸການ 2021 – 2026. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຕິດຕາມກວດກາບັນດາຂໍ້ຕົກລົງລະຫວ່າງລັດຖະບານ 2 ປະເທດ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ຊຸກຍູ້ການຍົກລະດັບກົນໄກຮ່ວມມື 3 ຝ່າຍ ຫວຽດນາມ - ລາວ - ກຳປູເຈຍ ຢູ່ເຂດ 3 ຫຼ່ຽມພັດທະນາ.

ມີຂີດໝາຍພົ້ນເດັ່ນໃນການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ນັ້ນແມ່ນເລື່ອງ ສົມທົບກັນຈັດກອງປະຊຸມສຳມະນາຫຼາຍຄັ້ງ ເພື່ອແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ ແລະ ກຳນົດບັນດາບັນຫາສຳຄັນຂອງປະເທດຊາດ. ໄລ່ສະເພາະໃນອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ແລະ ອາຍຸການສະພາແຫ່ງຊາດ ລາວ ຊຸດທີ VIII, ສະພາແຫ່ງຊາດ 2 ປະເທດໄດ້ສົມທົບກັນຈັດກອງປະຊຸມຫົວເລື່ອງສະເພາະ 8 ຄັ້ງ, ໃນນັ້ນກອງປະຊຸມສຳມະນາໂດຍປະທານສະພາແຫ່ງຊາດ 2 ປະເທດເປັນປະທານຮ່ວມ.

ຮັດແໜ້ນການພົວພັນຮ່ວມມືຮອບດ້ານ

ຈາກພື້ນຖານການຮ່ວມມືຮອບດ້ານດັ່ງກ່າວ, ການເດີນທາງໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແມ່ນໂອກາດເພື່ອໃຫ້ 2 ຝ່າຍເປັນເອກະພາບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນທຸກຂົງເຂດ. ທ່ານປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ໃຫ້ຮູ້ວ່າ:

“ນີ້ແມ່ນການເດີນທາງໄປຢ້ຽມຢາມຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃນຖານະເປັນປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ກໍແມ່ນການເດີນທາງໄປຢ້ຽມຢາມເປັນຄັ້ງທຳອິດຂອງການນຳພັກ, ລັດ ໃນປີສາມັກຄີມິດຕະພາບ. ການຢ້ຽມຢາມເພື່ອປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ, ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ 2 ສະພາແຫ່ງຊາດ. ການຢ້ຽມຢາມກໍ່ເປັນການຢັ້ງຢືນອີກເທື່ອໜຶ່ງການໃຫ້ບຸລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໃນການພົວພັນກັບ ລາວ ແລະ ອີກຄັ້ງໜຶ່ງກໍ່ເພື່ອສ້າງການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ລັດ, ກໍຄືການນຳຂອງ 2 ປະເທດ”.

ການເດີນທາງໄປຢ້ຽມຢາມປະເທດ ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີລາຍການເຮັດວຽກທີ່ອຸດົມສົມບູນໃນຫຼາຍຂົງເຂດ, ຈາກການພົວພັນດ້ານການເມືອງ, ການຕ່າງປະເທດ ຕະຫຼອດຮອດການຮ່ວມມືຢ່າງລະອຽດໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ໃຫ້ຮູ້ວ່າ:

“ທ່ານປະທານສະພາແຫ່ງຊາດໄດ້ພົບປະກັບການນຳສູງສຸດຂອງລາວ ເພື່ອແລກປ່ຽນ, ເຮັດໃຫ້ສາຍພົວພັນແບບພິເສດທີ່ມີຢູ່ແລ້ວລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ, ສ້າງການຫັນປ່ຽນຢ່າງແທດຈິງໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດໄດ້ມີການເຄື່ອນໄຫວກັບວິສາຫະກິດ ຫວຽດນາມ ທີ່ລົງທຶນເຂົ້າ ລາວ, ມີບັນດການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ສ້າງພື້ນຖານເລີ່ມກໍ່ສ້າງສວນສາທາລະນະ ຫວຽດນາມ - ລາວ ຢູ່ນະຄອນຫຼວງ ວຽງຈັນ. ພິເສດ, ສະພາແຫ່ງຊາດ 2 ປະເທດ ໄດ້ເປັນເອກະພາບຈັດກອງປະຊຸມສຳມະນາເພື່ອແບ່ງປັນບົດຮຽນຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ, ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ”.

ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ໄດ້ມີປະຫວັດຄວາມເປັນມາແຕ່ດົນນານແລ້ວ. ການເດີນທາງໄປຢ້ຽມຢາມປະເທດ ສປປ.ລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໃນຄັ້ງນີ້ເປັນການສືບຕໍ່ປັບປຸງຄວາມສາມັກຄີແບບພິເສດ, ພ້ອມກັນຮ່ວມມືພັດທະນາໃນໄລຍະຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.