ຫວຽດນາມ - ລາວ ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະທຸກຂັ້ນ

20:45 | 17/05/2022

2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ.

ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳໃນການພົວພັນ ຫວຽດນາມ - ລາວ ຍົກລະດັບການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳໃນການພົວພັນ ຫວຽດນາມ - ລາວ
ຫວຽດນາມ - ລາວ ເສີມຂະຫຍາຍມູນເຊື້ອ, ເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນທຸກຂົງເຂດ ຫວຽດນາມ - ລາວ ເສີມຂະຫຍາຍມູນເຊື້ອ, ເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍໃນທຸກຂົງເຂດ
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຈັດພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ່າງເປັນທາງການ
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຈັດພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ່າງເປັນທາງການ

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ ລາວ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຈັດພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢ່າງເປັນທາງການ. ພາຍຫຼັງການຕ້ອນຮັບ, ປະທານສະພາແຫ່ງຊາດ 2 ປະເທດໄດ້ດຳເນີນການພົບປະເຈລະຈາ.

ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ໝາກຜົນການຢ້ຽມຢາມຂັ້ນສູງຫວ່າງມໍ່ໆມານີ້ຢ່າງມີປະສິດທິຜົນ. 2 ຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເຂດຊາຍແດນ.

2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ 2 ປະເທດ. ປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນສືບຕໍ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ອາຊຽນ, ເປັນເອກະພາບທັດສະນະກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ພາກພື້ນ ແລະ ໃນໂລກ, ໃນນັ້ນ, ມີບັນຫາທະເລຕາເວັນອອກ ໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ. 2 ຝ່າຍເຫັນດີສືບຕໍ່ສືບທອດມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ເຂດອານຸແມ່ນ້ຳຂອງ.

ພາຍຫຼັງການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄລຍະ 2022 – 2026.

ແລະກໍ່ໃນຕອນເຊົ້າວັນທີ 16 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປວາງພວງມາລາຢູ່ເຂດອະນຸສາວະລີອາໄລຫາບັນດານັກຮົບນີລະນາມຢູ່ນະຄອນຫຼວງ ວຽງຈັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.