ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ 2019

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ 2019

ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການ ເຄື່ອນໄຫວປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການປະຈຳ 6 ເດືອນທ້າຍ ປີ 2019 ຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ສຳນັກງານນາຍົກລັດຖະມົນຕີ.

ກອງປະຊຸມກ່ຽວກັບການຈັດງານພົບປະມິດຕະພາບຊາຍແດນ ລາວ-ຫວຽດ ຄົບຮອບ 15 ປີ ແຫ່ງການແຮກສ່ຽວ

ກອງປະຊຸມກ່ຽວກັບການຈັດງານພົບປະມິດຕະພາບຊາຍແດນ ລາວ-ຫວຽດ ຄົບຮອບ 15 ປີ ແຫ່ງການແຮກສ່ຽວ

ເມື່ອມໍ່ໆມານີ້, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງນອງ ແຂວງສະຫວັນນະເຂດ ທາງຄະນະທິມງານ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສ.ສ ຫວຽດນາມ ເຊິ່ງນໍາໂດຍ ທ່ານ ພັທ ເຈິ່ນ ຕ່ວນ ແອັ໋ງ ຮອງກອງບັນຊາການທະຫານຊາຍແດນ ແລະ ທິມງານຈຳນວນ 6 ສະຫາຍ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ມີຄະນະຫ້ອງການ, ຫົວໜ້າຫ້ອງການ, ຫົວໜ້າ ປກສ,ປກຊ ເຂົ້າຮ່ວມ.

ອົງການໄອຍະການປະຊາຊົນແຂວງແທັງຮ໊ວາ ຊຸກຍູ້ການຮ່ວມມືກັບ ອົງການໄອຍະການປະຊາຊົນແຂວງຫົວພັນ

ອົງການໄອຍະການປະຊາຊົນແຂວງແທັງຮ໊ວາ ຊຸກຍູ້ການຮ່ວມມືກັບ ອົງການໄອຍະການປະຊາຊົນແຂວງຫົວພັນ

ຍສໝ - ໃນວັນທີ 9 ກໍລະກົດ 2019, ຄະນະຜູ້ແທນຂອງອົງການໄອຍະການປະຊາຊົນ ແຂວງ ຫົວພັນ ໄດ້ນຳພາໂດຍທ່ານ ກິ່ງເພັດ ບົວລະພັນ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳອົງການໄອຍະການປະຊາຊົນ ແຂວງ ແທັງຮ໊ວາ.

ໄຂງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4

ໄຂງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4

ຍສໝ - ໃນວັນທີ 8 ກໍລະກົດ, ຢູ່ສູນການຄ້າ ລາວ-ໄອເຕັກ ໄດ້ຈັດຕັ້ງງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳປີ 2019 ໄຂຂຶ້ນເປັນທາງການ. ເຂົ້າຮ່ວມພິທີໄຂງານວາງສະແດງ ມີ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະບໍລິຫານສະມາຄົມເຟີນີເຈີ (ສຟລ) ຫົວໜ່ວຍທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ລັດຖະມົນຕີກະຊວງພາຍໃນ ສປປ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 9 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຕ້ອນຮັບ ທ່ານ ຄໍາໝັ້ນ ສູນວິເລີດ, ລັດຖະມົນຕີກະຊວງພາຍໃນ ສປປ ລາວ.

ຢ່າຫລົງເຊື່ອ ເຟສບຸກ ຂ່າວສານປະເທດລາວ ປອມ

ຢ່າຫລົງເຊື່ອ ເຟສບຸກ ຂ່າວສານປະເທດລາວ ປອມ

ໃນປັດຈຸບັນໄດ້ມີບຸກຄົນອ້າງຊື່ ສຳນັກຂ່າວສານປະເທດລາວ ໄປສ້າງເປັນໜ້າຂ່າວອອນລາຍໃນເຟສບຸກ (Facebook) ໂດຍໃສ່ນາມຕົນເອງວ່າ: ຂ່າວສານປະເທດລາວ ເຊິ່ງເຟສນີ້ບໍ່ມີສ່ວນກ່ຽວຂ້ອງກັບສຳນັກຂ່າວສານປະເທດລາວ ແຕ່ປະການໃດ.

ຍູ້ແຮງການຊ່ວຍເຫຼືອຊາວຫວຽດນາມ ແລະ ນັກທຸລະກິດ ຢູ່ ສປປ ລາວ

ຍູ້ແຮງການຊ່ວຍເຫຼືອຊາວຫວຽດນາມ ແລະ ນັກທຸລະກິດ ຢູ່ ສປປ ລາວ

ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ທີ່ ສະຖານກົງສຸນ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 460 ກິໂລແມັດ ໄປທາງພາກໃຕ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ຫງວ໋ຽນ ບ໋າ ຮຸ່ງ ໄດ້ມີການພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ ລົງທຶນ ຢູ່ ແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ມີ ຕາງຫນ້າພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ບັນດານັກທຸລະກິດຫວຽດນາມ. ທ່າານກົງສຸນໃຫຍ່ ຫວຽດນາມ ຫວູ໋ ແອັງ ຢຸງ ເຂົ້າຮ່ວມກອງປະຊຸມເຊັ່ນກັນ.

ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

ຍສໝ - ໃນວັນທີ 8 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂດມິນິກ ໂກ (Dominic goh) ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

ຄະນະປະຕິບັດງານ ແຂວງ ດົ່ງຖາບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ, ສປປ ລາວ

ຍສໝ - ຄະນະຜູ້ແທນ ແຂວງດົ່ງຖາບ ໂດຍທ່ານ ຟ້າມ ທ້ຽນ ເຫງຍ, ຮອງປະທານ ຄະນະກໍາມະການປະຊາຊົນ ແຂວງ ໄດ້ນຳພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຈໍາປາສັກ ສປປ ລາວ. ໂດຍຝ່າຍແຂວງຈຳປາສັກ ໂດຍ ທ່ານ ບຸນທອງ ສີວິໄຊ - ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ສປປ ລາວ ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະ.

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ຍສໝ - ເມື່ອມໍ່ໆມານີ້, ທີ່ສະຖາບັນພົວພັນການຕ່າງປະເທດຫວຽດນາມ, ໄດ້ຈັດພິທີມອບ-ຮັບໃບປະກາດ ລະບົບປະລິນຍາຕີຊຸດທີ່ 1 ຫລຸ້ນ ທີ 42 ໃນນັ້ນມີນັກສຶກສາລາວຈຳນວນ 18 ຄົນ.

ຫວຽດ​ນາມ - ລາວ: ເພີ່ມທະວີການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ

ຫວຽດ​ນາມ - ລາວ: ເພີ່ມທະວີການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ

ຍສໝ - ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິງ ເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ.

ຫວຽດນາມ - ລາວ:  ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ຍສໝ - ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2019, ທີ່ນະຄອນຫລວງວຽງຈັນ ສປປ ລາວ ໄດ້ດຳເນີນກອງປະຊຸມການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ແລະ ກຳລັງຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງທີ 10.

ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ ເປີດໂຄງການ ສົ່ງເສີມ ການພັດທະນາ ການຄ້າແບບຍືນຍົງ ໃນ ສປປ ລາວ ຂຶ້ນໃນວັນທີ 9 ກໍລະກົດ 2019 ທີ່ນະຄອນຫລວງ ວຽງຈັນ, ເພື່ອສ້າງ ຄວາມສາມາດ, ສ້າງຄວາມເຂັ້ມແຂງ ໃນການພັດທະນາ ຫລັກສູດ ຜູ້ປະກອບການ ສະໜອງ ການຊ່ວຍເຫລືອ ດ້ານວິຊາການ ໃຫ້ແກ່ຜູ້ປະກອບການ ທຸລະກິດ ຂະໜາດນ້ອຍ ແລະ ກາງ, ໂດຍສົ່ງເສີມ ຄວາມຮູ້ ພ້ອມເຕັກນິກ ໃນການຈັດຕັ້ງ ໃນການ ເຮັດທຸລະກິດ.

ພິທີເປີດນຳໃຊ້ດ່ານສຳຮອງ ນ້ຳແລ້ງ (ແຂວງເຊີນລາ) ແລະ ເມືອງເປີ (ແຂວງຫົວພັນ, ສປປ ລາວ)

ພິທີເປີດນຳໃຊ້ດ່ານສຳຮອງ ນ້ຳແລ້ງ (ແຂວງເຊີນລາ) ແລະ ເມືອງເປີ (ແຂວງຫົວພັນ, ສປປ ລາວ)

ຍສໝ - ໃນວັນທີ 9 ກໍລະກົດ, ຢູ່ທີ່ ດ່ານຊາຍແດນ ນຳ້ແລ້ງ (ເມືອງ ສົກກົບ, ແຂວງ ເຊີນລາ ແລະ ແຂວງ ຫົວພັນ (ສປປ ລາວ) ໄດ້ຈັດພິທີເປີດ ຄູ່ດ່ານຊາຍແດນ ນຳ້ແລ້ງ (ສສ ຫວຽດນາມ) ແລະ ເມືອງ ເປີ (ເມືອງເມືອງຊອນແຂວງຫົວພັນ, ສປປ ລາວ).

ລາວ ກຳລັງປະສົບກັບ ການລະບາດຂອງ​ໄຂ້​ຍຸງລາຍ ແລະ ໄຂ້ເລືອດ​ອອກ

ລາວ ກຳລັງປະສົບກັບ ການລະບາດຂອງ​ໄຂ້​ຍຸງລາຍ ແລະ ໄຂ້ເລືອດ​ອອກ

ທົ່ວ​ປະ­ເທດ​ມີ​ຜູ້​ເປັນ­ໄຂ້​ຍຸງ​ລາຍ 10.778 ກໍ­ລະ­ນີ ເສຍ​ຊີ­ວິດ 25 ກໍ­ລະ­ນີ ໃນ​ນີ້ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 6 ເດືອນ​ຕົ້ນ​ປີ ມີ​ຕົວ​ເລກ​ສະ​ສົມ​ທັງ​ໝົດ 1.978 ກໍ­ລະ­ນີ ເສຍ​ຊີ­ວິດ 6 ກໍ­ລະ­ນີ. ອີງຕາມການລາຍງານຂອງກະຊວງ​ສາທາລະນະ​ສຸກ​ ໄດ້​ລາຍ​ງານ​ຕົວ​ເລກກໍລະນີ ຜູ້ຕິດ​ເຊື້ອພະຍາດໄຂ້ຍຸງລາຍ ​ໃນ​ທົ່ວ​ປະ​ເທດ ​​ໃນ​ວັນ​ທີ 4 ກໍລະກົດ 2019 ​ມີ​ຈຳນວນເພີ່ມ​ຂຶ້ນ​​ເປັນ 10.990 ກໍລະນີ ແລະ ເສຍຊີວິດ 25 ກໍລະນີ​ແລ້ວ, ສະ​ເພາະຕົວ​ເລກ​ຜູ້​ທີ່​ມີ​ເຊື້ອ​ໄຂ້ຍຸງ​ລາຍ ​ຢູ່ ນະຄອນຫລວງ​ວຽງ​ຈັນ ມີ 1.978 ຄົນ ​ແລະ ​ເສຍ​ຊີວິດ 6 ຄົນ. ສຳລັບຄົນ​ເຈັບ​ທີ່​ໄດ້​ເຂົ້າ​ມາ​ປິ່ນປົວ​ຢູ່​ທີ່​ໂຮງໝໍ​ເສດ​ຖາ​ທິລາດ ມີ​ 298 ຄົນ ​ແລະ ຍັງ​ບໍ່​ທັນ​ມີ​ຕົວ​ເລກ​ທີ່​ເສຍ​ຊີວິດ ຖ້າ​ທຽບ​​ໃສ່ໄລຍະ​ດຽວ​ກັນ​ໃນ​ປີຜ່ານມາ​ແມ່ນ​ເພີ່ມ​ຂຶ້ນ 123 ຄົນ.

ປກສ, ປກຊ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານຊາຍແດນປະຈຳປີ 2019

ປກສ, ປກຊ ລາວ-ຫວຽດນາມ ພົບປະແລກປ່ຽນວຽກງານຊາຍແດນປະຈຳປີ 2019

ໃນທ້າຍອາທິດທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມພົບປະແລກປ່ຽນ ລະຫວ່າງ ປກສ, ປກຊ ລາວ ແລະ ຫວຽດນາມ ກ່ຽວກັບ ການປະສານສົມທົບຄຸ້ມຄອງປ້ອງກັນຊາຍແດນ ແລະ ເອກະພາບເນື້ອໃນງານພົບປະມິດຕະພາບຊາຍແດນ ລາວ-ຫວຽດນາມ ປະຈໍາປີ 2019.

ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ວຽກກໍ່ສ້າງລວມຄວາມຄືບໜ້າຮອດເດືອນມິຖຸນາ ປະຕິບັດສຳເລັດ 72,8% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 2,7%, ການມອບພື້ນທີ່ເພື່ອການກໍ່ສ້າງ ມາຮອດປັດຈຸບັນຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງ, ການຊົດເຊີຍສິ່ງກີດຂວາງ ປັດຈຸບັນການເບີກຈ່າຍຄ່າຊົດເຊີຍ ໄດ້ຮັບການຈັດຕັ້ງປະຕິບັດແລ້ວ ໂດຍເລີ່ມການເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບຸລິມະສິດຂອງໂຄງການ ຊຶ່ງລວມທັງໝົດມີ 7 ງວດ ລວມເປັນມູນຄ່າ 851,53 ຕື້ກີບ.

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ປະເທດສະວິດສະແລນ ຊ່ວຍເຫຼືອການພັດທະນາ ຢູ່ ສປປ ລາວ ໃນຫຼາຍຂະແໜງ

ທ່ານ ອີ​ໂວ ຊີ​ເບີ( Ivo Sieber) ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນ​ຜູ້​ມີ​ອໍາ​ນາດ​ເຕັມ​ແຫ່ງ​ສະ​ວິດ ປະ​ຈໍາ​ລາວ ​ເຂົ້າ​ຢ້ຽມ​ຄໍາ​ນັບ​ອໍາລາ ຮອງ​ປະທານ​ປະເທດ​ແຫ່ງ​ສປປ ລາວ ທ່ານ ພັນ​ຄໍາ ວິພາ​ວັນ ທ້າຍອາທິດທີ່ຜ່ານມາ.

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ປະເທດສະວິດເຊີແລນ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ປະເທດສະວິດເຊີແລນ

ຫວ່າງແລ້ວນີ້, ຢູ່ທຳນຽບປະທານປະເທດ (ຫໍຄຳ) ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ Ivo Sieber ເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະວິດເຊີແລນ ປະຈຳ ສປປ ລາວ, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ບາງກອກ ປະເທດໄທ.

ມະຫາວິທະຍາໄລແຫ່ງຊາດລາວ ເປີດຮັບສະໝັກລັດຖະກອນໃໝ່

ມະຫາວິທະຍາໄລແຫ່ງຊາດລາວ ເປີດຮັບສະໝັກລັດຖະກອນໃໝ່

ມະຫາວິທະຍາໄລແຫ່ງຊາດ (ມຊ) ລາວ, ຫ້ອງການກວດກາ ແຈ້ງການຮັບສະມັກລັດຖະກອນໃໝ່ ລົງວັນທີ 3 ກໍລະກົດ 2019 ໂດຍແຈ້ງການລະບຸວ່າ: ຫ້ອງການກວດກາ ມຊ ຂໍຖືເປັນກຽດແຈ້ງມາຍັງຜູ້ທີ່ມີຄວາມສະໝັກເຂົ້າເປັນລັດຖະກອນ ຫ້ອງການກວດກາ ມຊ ເພື່ອຈະໄດ້ຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃໝ່. ສໍາລັບສາຂາວິຊາທີ່ຕ້ອງການປະກອບມີ: ບັນຊີ, ການເງິນ, ບໍລິການທຸລະກິດ, ກົດໝາຍ ແລະ ການເລືອງລັດຖະກິດ.