ສ່ວນເງື່ອນໄຂແມ່ນເປັນພົນລະເມືອງລາວ, ເພດຊາຍ ຫຼື ຍິງອາຍຸ 18 ປີ ຂຶ້ນໄປ, ແຕ່ບໍ່ເກີນ 35 ປີ, ສ່ວນລາຍລະອຽດອື່ນເພີ່ມຕື່ມໄດ້ທີ່ແຈ້ງການ ໃນຮູບດ້ານລຸ່ມ.
|
ແຈ້ງການຮັບສະໝັກລັດຖະກອນໃໝ່
ມະຫາວິທະຍາໄລແຫ່ງຊາດລາວ ສະໜອງການສຶກສາຊັ້ນສູງ ລະດັບອານຸປະລິນຍາຕີ, ປະລິນຍາຕີ ແລະ ເໜືອປະລີນຍາຕີ ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃນສາຂາ ວິຊາຕ່າງໆ ຕອບສະໜອງໄດ້ທັງປະລິມານ ແລະ ຄຸນະພາບໃຫ້ແກ່ສັງຄົມ. ຈັດຕັ້ງການຄົ້ນຄ້ວາວິທະຍາສາດສາຂາຕ່າງໆພ້ອມທັງເຜີຍແຜ່ຜົນຂອງການຄົ້ນຄ້ວາວິທະຍາສາດທີ່ມີຜົນປະໂຫຍດແກ່ການພັດທະນາເສດຖະກິດ - ສັງຄົມ. ປົກປັກຮັກສາ ແລະ ເສີມຂະຫຍາຍສິລະປະ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດຂອງປະຊາຊົນ ບັນດາເຜົ່າຄຽງຄູ່ໄປກັບການ ສຶກສາຮຽນຮູ້ແລກປ່ຽນ ແລະ ຮັບເອົາວັດທະນະທຳສາກົນຢ່າງມີການເລືອກເຟັ້ນ. ຈັດຕັ້ງການບໍລິການທາງດ້ານວິຊາການແກ່ສັງຄົມ.
(ໄຊພອນ)