ຫວຽດ​ນາມ - ລາວ: ເພີ່ມທະວີການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ

17:31 | 09/07/2019

ຍສໝ - ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິງ ເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ.

ຫວຽດ​ນາມ - ລາວ: ເພີ່ມທະວີການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ

ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາ (ພາບ: nhandan.com.vn)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງພາຍໃນ ເລ ວິງ ເຕິນ ໄດ້ແນະນຳໝາກຜົນຂອງການປະຕິບັດໜ້າທີ່ວຽກງານຂອງ ກະຊວງພາຍໃນ ຫວຽດນາມ ໃນໄລຍະ 6 ເດືອນຕົ້ນປີ 2019. ພ້ອມທັງເນັ້ນໜັກເຖິງ ໝາກຜົນການຮ່ວມມືລະຫວ່າງກະຊວງພາຍໃນຂອງສອງປະເທດ ຫວຽດນາມ - ລາວ ໃນຫຼາຍຂົງເຂດ, ພິເສດແມ່ນການພົວພັນສະໜິດຕິດພັນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງພາຍໃນຂອງສອງປະເທດໃນຊຸມປີມໍ່ໆມານີ້. ສ່ວນ ທ່ານ ຄຳໝັ້ນ ສູນວິເລີດ ມີຄວາມມຸ່ງຫວັງປາດຖະໜາຢາກສືບຕໍໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງພາຍໃນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ. ເນື່ອງໃນໂອກາດນີ້, ມະຫາວິທະຍາໄລພາຍໃນ ຮ່າໂນ້ຍ ແລະ ກົມຕີລາຄາ - ພັດທະນາລັດຖະກອນ (ຂຶ້ນກັບກະຊວງພາຍໃນລາວ) ໄດ້ລົງນາມໃນບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາ.

(ໄຊພອນ)

ເຫດການ