ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

09:26 | 10/07/2019

ຍສໝ - ໃນວັນທີ 8 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂດມິນິກ ໂກ (Dominic goh) ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນ​ໂອ­ກາດ​ນີ້ ທ່ານ​ລັດ­ຖະ­ມົນ­ຕີ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຊົມ­ເຊີຍ​ທີ່​ໄດ້​ສຳ­ເລັດ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່ ສປປ ລາວ. ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ສະ­ແດງ​ຄວາມ​ຂອບ­ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ສະ­ໜັບ­ສະ­ໜູນ ແລະ ການ​ຊ່ວຍ­ເຫຼືອ​ຂອງ​ສິງ­ກະ­ໂປ ທີ່​ມີ​ຕໍ່ ສປປ ລາວ ໃນ​ໄລ­ຍະ​ຜ່ານ​ມາ​ໃນ​ຫຼາຍ​ດ້ານ ເຊັ່ນ: ດ້ານ​ການ­ເມືອງ ເສດ­ຖະ­ກິດ ແລະ ວັດ­ທະ­ນະ­ທຳ-ສັງ­ຄົມ ເປັນ­ຕົ້ນ ໄດ້​ປະ­ກອບ­ສ່ວນ​ຊຸກ­ຍູ້​ການ​ພົວ­ພັນ ແລະ ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ໃຫ້​ແກ່​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ ລະ­ຫວ່າງ​ສອງ​ປະ­ເທດ.

ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

ທ່ານ ສະເຫຼີມໄຊ ກົມມະສິດ ມອບຫຼຽນໄຊມິດຕະພາບໃຫ້ທ່ານ ໂດມິນິກ ໂກ (Dominic Goh). (ພາບ: vientianemai.net)

ໃນດ້ານ​ການ​ຄ້າ ແລະ ການ​ລົງ­ທຶນ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ຢັ້ງຢືນວ່າ ​ໄດ້​ຊຸກ­ຍູ້​ໃຫ້​ນັກ​ລົງ­ທຶນ​ສິງ­ກະ­ໂປ​ມາ​ລົງ­ທຶນ​ຢູ່ ສປປ ລາວ ມາ​ເຖິງ​ປັດ­ຈຸ­ບັນ ລວມ​ມີ​ມູນ​ຄ່າ​ການ​ລົງ­ທຶນ​ຂອງ​ສິງ­ກະ­ໂປ ຢູ່​ລາວ​ປະ­ມານ 187 ລ້ານ​ໂດ​ລາ​ສະ­ຫະ­ລັດ ກວມ​ເອົາ​ໃນ 79 ໂຄງ­ການ ແລະ ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 11 ຂອງ ສປປ ລາວ.

ໃນດ້ານວັດທະນະທໍາ, ລັດຖະບານ ລາວ ໄດ້​ສົ່ງນັກ­ສະ­ແດງ​ເຕັ້ນ​ບາ​ເລ້​ຂອງ​ລາວ ຈຳ­ນວນ 14 ຄົນ ໄປ​ຖອດ​ຖອນ​ບົດ­ຮຽນ​ທີ່​ປະ­ເທດ​ສິງ­ກະ­ໂປ ດ້ານ​ການ​ສຶກ​ສາ ໄດ້​ຂົນ­ຂວາຍ​ຍາດ​ແຍ່ງ​ທຶນ​ເຝິກ­ອົບ­ຮົມ​ພາ­ສາ​ອັງ­ກິດ​ໃຫ້​ແກ່​ການ​ນຳ​ລາວ ຈຳ­ນວນ 35 ທ່ານ ຊ່ວຍ​ຂົນ­ຂວາຍ​ທຶນ​ເຝິກ­ອົບ­ຮົມ​ແກ່​ພະ­ນັກ­ງານ​ລາວ​ໃນ​ສາ­ຂາ​ຕ່າງໆ​ຢູ່​ສິງ­ກະ­ໂປ ຫຼາຍ​ກວ່າ 100 ທຶນ ແລະ ຍັງ​ໄດ້​ຊ່ວຍ​ເຝິກ­ອົບ­ຮົມ​ຢູ່​ສູນ​ຮ່ວມ​ມື​ລາວ-ສິງ­ກະ­ໂປ ໃຫ້​ແກ່​ພະ­ນັກ­ງານ​ລາວ​ອີກ​ຫຼາຍ​ກວ່າ 90 ຫຼັກ­ສູດ ແລະ ມີ​ພະ­ນັກ­ງານ​ລາວ​ຫຼາຍ​ກວ່າ 2.000 ຄົນ​ເຂົ້າ​ຮ່ວມ ພິ­ເສດ​ທ່ານ​ທູດ​ຍັງ​ໄດ້​ຂົນ­ຂວາຍ​ອາ­ສາ​ສະ­ໝັກ ນັກ­ຮຽນ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ສຳ­ຄັນ​ຂອງ​ສິງ­ກະ­ໂປ ມາ​ຊ່ວຍ­ເຫຼືອ​ແກ່​ໂຮງ­ຮຽນ​ຕ່າງໆ​ຂອງ ສປປ ລາວ ມີ​ຈຳ­ນວນ​ຫຼາຍ​ກວ່າ 1.800 ຄົນ.

ນອກ­ຈາກ​ນັ້ນ ທ່ານ​ທູດ​ຍັງ​ໄດ້​ປະ­ກອບ­ສ່ວນ​ຊຸກ­ຍູ້​ໃຫ້​ລັດ­ຖະ­ບານ​ສິງ­ກະ­ໂປ​ຊ່ວຍ­ເຫຼືອ​ລາວ ໃນ​ໄລ­ຍະ​ທີ່​ເປັນ​ປະ­ທານ​ອາ​ຊຽນ ເຊິ່ງ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 200.000 ໂດ​ລາ​ສະ­ຫະລັດ ແລະ ໃນ​ໄລ­ຍະ​ເວ­ລາ​ເກີດ​ອຸ­ບັດ­ເຫດ​ສັນ​ກັ້ນ​ນ້ຳ​ເຂື່ອນ​ໄຟ­ຟ້າ ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ທີ່​ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ລັດ­ຖະ­ບານ​ສິງ­ກະ­ໂປ ກໍ​ໄດ້​ໃຫ້­ການ​ຊ່ວຍເຫຼືອ​ແກ່ ສປປ ລາວ ເຊິ່ງ​ຈັດ​ເປັນ​ປະ­ເທດ​ອັນ​ດັບ​ຕົ້ນໆ. ໃນ​ໂອ­ກາດ​ດຽວ​ກັນ​ນີ້ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ຍັງ​ໄດ້​ຕາງ­ໜ້າ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ ປະ­ດັບ​ຫຼຽນ​ກາ​ມິດ­ຕະ­ພາບ​ໃຫ້​ແກ່​ທ່ານ​ທູດ​ສິງ­ກະ­ໂປ ເພື່ອ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຜົນ­ສຳ­ເລັດ​ອັນ​ໃຫຍ່​ຫຼວງ ຕໍ່​ຜົນ­ງານ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ໄລ­ຍະ​ການ​ປະ­ຕິບັດ​ໜ້າ­ທີ່​ທາງ​ການ​ທູດ​ຢູ່ ສປປ ລາວ ເປັນ​ເວ­ລາ 4 ປີ​ ກວ່າ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.