ໃນອາທິດຜ່ານມາ, ຫ້ອງການກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ ເລີ່ມແຕ່ວັນທີ 12/07/2019.
ຍສໝ - ບັນດາການເຄື່ອນໄຫວການຕ່າງປະເທດ ຍາມໃດກໍ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີປະສິດຕິຜົນ ໂດຍທະຫານ ຊາຍແດນແຂວງຮ່າຕິ໋ງ, ປະກອບສ່ວນ ຮັກສາສະຖຽນລະພາບ ດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແນວຊາຍແດນ, ສ້າງສັນຕິພາບ, ມິດຕະພາບ.
ຍສໝ - ໃນວັນທີ 15 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານເລຂາສູນກາງພັກກອມມູນິດຫວຽດນາມ, ປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິງ ພົບປະເຈລະຈາກັບທ່ານປະທານສານປະຊາຊົນສູງສຸດແຫ່ງ ສປປລາວ ຄຳພາ ແສງດາຣາ ທີ່ກຳລັງຢ້ຽມຢາມຫວຽດນາມແຕ່ວັນທີ 14-17 ກໍລະກົດ 2019.
ທ້າຍອາທິດທີ່ຜ່ານມາ, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວ ສົ່ງຕົວແທນ ປະເທດລາວສູ່ເວທີ Miss Friendship Internationl 2019 ໂດຍການຮ່ວມຖະແຫລງ ຂອງ ທ່ານ ຄົມປັນຍາ ເພງວິໄນຍາ ປະທານໂຄງການ ນາງສາວລາວ, ທ່ານ ນາງ ຕ໋ອດ ລີນ້າ ຄູຝຶກ ແລະ ຜູ້ຈັດການໂຄງ Miss Friendship Laos, ທ່ານ ນາງ ມະຍຸລີ ຄໍາວັນດີ, ທ່ານ ທະນູສອນ ແກ້ວວຽງຄໍາ ທີ່ປຶກສາໂຄງການນາງສາວລາວ ແລະ ທ່ານ ເກດສະໜາ ແພງສົມບັດ ທີ່ປຶກສາໂຄງການນາງສາວລາວ ພ້ອມດ້ວຍບັນດາສື່ມວນຊົນທຸກພາກສ່ວນ ເຂົ້າຮ່ວມ.
ຍສໝ - ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ.
ແຕ່ດົນນານມາແລ້ວ, ປະຊາຊົນບ້ານກາຕັງ, ເທດສະບານລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ ຍາມໃດກໍ່ມີຄວາມສະໜິດຕິດພັນ, ຮ່ວມທຸກຮ່ວມສຸກນຳກັນ. ສາຍຈິດມິດໃຈນັ້ນນັບມື້ນັບສະແດງອອກຢ່າງເລິກເຊິ່ງ ແລະໄດ້ຍົກຂຶ້ນສູ່ລະດັບສູງໃໝ່ນັບແຕ່ພາຍຫຼັງສອງບ້ານແຮກສ່ຽວນຳກັນໃນເດືອນເມສາ 2005. ນັບແຕ່ນີ້, ປະຊາຊົນສອງບ້ານກາຕັງ ແລະແດນສະຫວັນໄດ້ກາຍເປັນອ້າຍນ້ອງໃນຄອບຄົວດຽວ.
ຍສໝ - ໃນວັນທີ 12 ກໍລະກົດ 2019 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ, ໄດ້ໄຂພິທີວາງສະແດງຮູບພາບ, ເອກະສານ ພາຍໃຕ້ຫົວຂໍ້ “ປະທານ ສຸພານຸວົງ ກັບວຽກງານແນວໂຮມແຫ່ງຊາດ”.
ໃນວັນທີ 14 ກໍລະກົດ 2019 ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ, ຜູ້ຕາງໜ້າຈາກກົງສູນຈີນ ປະຈຳແຂວງຫຼວງພະບາງ, ທ່ານຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ປະຈຳແຂວງ, ຫົວໜ້າຂະແໜງວັດທະນະທຳ ແລະແຂກຖືກເຊີນຈາກພະແນກການ, ຫ້ອງການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ຍສໝ - ເມື່ອມໍ່ໆມານີ້, ທີ່ສູນການຄົ້ນຄວ້ານໍາໃຊ້ ແລະ ການສົ່ງມອບເຕັກໂນໂລຢີ ຂ໋ວາຍ ເຈົ່າ (ຮືງ ອຽນ), ກຸ່ມບໍລິສັດ VINASEED ມີຄວາມຍິນດີໄດ້ຕ້ອນຮັບຄະນະຜູ້ນໍາຂອງກະຊວງກະສິກໍາ 3 ປະເທດ: ມຽນມາ, ມາເລເຊຍ, ລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກເພື່ອແລກປ່ຽນປະສົບການໃນການກໍ່ສ້າງ ແລະ ພັດທະນາລະບົບປົກປ້ອງພັນຕົ້ນໄມ້ເພື່ອກະກຽມພ້ອມເຂົ້າຮ່ວມສົນທິສັນຍາ UPOV ຂອງບັນດາປະເທດເຫຼົ່ານີ້.
ໃນວັນທີ 13 ກໍລະກົດ 2019, ຢູ່ ນະຄອນຫຼວງວຽງຈັນ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ລາຍງານໃນພິທີ ສະເຫຼີມສະຫຼອງວັນອານຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ວ່າ ໃນປີ 2019 ລັດຖະບານມີແຜນຈະປ່ອຍປາ ຄືນສູ່ທຳມະຊາດ ຈຳນວນ 50 ລ້ານໂຕ ໃນຂອບ ເຂດທົ່ວປະເທດ.
ໃນວັນທີ 13 ກໍລະກົດ ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນຢູ່ ສປປ ລາວ ໄດ້ລົງໄປຢ້ຽມຍາມການປະຕິບັດວຽກງານຂອງ ເຈົ້າໜ້າທີ່ລາວຢູ່ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ່ໜຶ່ງ ເພື່ອເປັນການກະຕຸກຊຸກຍູ້ໃນການປະຕິບັດໜ້າທີ່ຢ່າງເຂັ້ມງວດຕໍ່ບັນຫາລັກລອບຄ້າຂາຍຢາເສບຕິດລະຫວ່າງປະເທດ.
ໃນວັນທີ 12 ກໍລະກົດ, ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13-7-1909/13-7-2019) ອະດີດປະທານປະເທດແຫ່ງ ສປປ ລາວ ຕາມປະເພນີຂອງລາວ.
15 ປີ ຜ່ານມານັບແຕ່ເມື່ອຄູ່ບ້ານກາຕັງ (ແຂວງກວ໋າງຈິ, ຫວຽດນາມ) - ແດນສະຫວັນ (ແຂວງສະຫວັນນະເຂດ, ລາວ) ຈັດຕັ້ງການແຮກສ່ຽວ, ຕໍ່ຈາກນັ້ນໄດ້ຂະຫຍາຍການແຮກສ່ຽວບັນດາຄູ່ບ້ານຢູ່ຕິດກັບຊາຍແດນຂອງແຂວງກວ໋າງຈິ, ສາລະວັນ, ສະຫວັນນະເຂດ. ຈາກການເຄື່ອນໄຫວແຮກສ່ຽວ, ອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນໄດ້ມີເງື່ອນໄຂ ເພື່ອຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຊ່ວຍເຫຼືອກັນໃນທຸກດ້ານ, ຈາກນັ້ນປະກອບສ່ວນເຮັດໃຫ້ຊີວິດດ້ານເສດຖະກິດ-ວັດທະນະທໍາ-ສັງຄົມມີການປ່ຽນແປງ, ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບຖານອ້າຍນ້ອງຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດແໜ້ນ, ໝັ້ນແກ່ນ.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີຍ້ອງຍໍນັກຮຽນທີ່ສາມາດຍາດໄດ້ຫຼຽນລາງວັນ ແລະ ສ້າງຜົນງານໂດດເດັ່ນຈາກເຂົ້າຮ່ວມແຂ່ງຂັນຫຸ່ນຍົນຊາວໜຸ່ມ ຄັ້ງທີ 5 ແລະ ການແຂ່ງຂັນໃນໂຄງການນັກວິທະຍາສາດໜຸ່ມນ້ອຍອາຊຽນ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2019 ທີ່ສະຖາບັນການຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ.
ຍສໝ - ໃນຕອນບ່າຍຂອງວັນທີ 12 ກໍລະກົດ 2019, ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນ ວັນ ມີ້, ຮອງປະທານທັງເປັນເລຂານຸການສະມາຄົມມິດຕະພາບຫວຽດນາມ - ລາວ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາ, ຮອງປະທານປະເທດລາວ.
ຍສໝ - ໃນວັນທີ 09 ກໍລະກົດ, ຢູ່ທີ່ຫ້ອງປະຊຸມກອງບັນຊາການ, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງ ໄດ້ຕ້ອນຮັບການເຄື່ອນໄຫວ ຢ້ຽມຢາມຂອງຄະນະຜູ້ແທນ ຈາກໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນ ຫວຽດນາມ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ຫູວ ແທ້ງ ວິງ ຮອງອຳນວຍການໂຮງຮຽນນາຍທະຫານ ບົກເລກ 1 ກອງທັບປະຊາຊົນ ຫວຽດນາມ.
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກ ປະເທດຍີ່ປຸ່ນ ທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ປະຈຳປີ 2019.
ໂຄງການປູກໄມ້ ແລະ ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ຈະປະກອບສ່ວນສຳຄັນໃນການຍູ້ເສດຖະກິດຂອງ ສປປ ລາວ ໄປຕາມທິດ ຍືນຍົງ ແລະ ສີຂຽວໃນຕໍ່ໜ້າ.
ຍສໝ - ໃນວັນທີ 10 ກໍລະກົດ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 13 (ADMM-13) ທີ່ບາງກອກ, ໄທ, ທ່ານພົນເອກ ໂງ ຊວນ ລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນຕວນແອັງ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກກັບເມືອງສະໝ້ວຍ, ແຂວງສາລະວັນ ແລະ ເມືອງນອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ສປປ ລາວ.