ສະເຫຼີມສະຫຼອງ 15 ປີ ການຈັດຕັ້ງແຮກສ່ຽວ ລະຫວ່າງ ບ້ານກາຕັງ ແຂວງກວ໋າງຈິ, ຫວຽດນາມ ແລະ ແດນສະຫວັນ ແຂວງສະຫວັນນະເຂດ, ລາວ

09:26 | 14/07/2019

15 ປີ ຜ່ານມານັບແຕ່ເມື່ອຄູ່ບ້ານກາຕັງ (ແຂວງກວ໋າງຈິ, ຫວຽດນາມ) - ແດນສະຫວັນ (ແຂວງສະຫວັນນະເຂດ, ລາວ) ຈັດຕັ້ງການແຮກສ່ຽວ, ຕໍ່ຈາກນັ້ນໄດ້ຂະຫຍາຍການແຮກສ່ຽວບັນດາຄູ່ບ້ານຢູ່ຕິດກັບຊາຍແດນຂອງແຂວງກວ໋າງຈິ, ສາລະວັນ, ສະຫວັນນະເຂດ. ຈາກການເຄື່ອນໄຫວແຮກສ່ຽວ, ອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນໄດ້ມີເງື່ອນໄຂ ເພື່ອຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ຊ່ວຍເຫຼືອກັນໃນທຸກດ້ານ, ຈາກນັ້ນປະກອບສ່ວນເຮັດໃຫ້ຊີວິດດ້ານເສດຖະກິດ-ວັດທະນະທໍາ-ສັງຄົມມີການປ່ຽນແປງ, ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບຖານອ້າຍນ້ອງຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດແໜ້ນ, ໝັ້ນແກ່ນ.

ຈາກສະພາບຕົວຈິງຢູ່ເຂດຊາຍແດນ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ມອບໃຫ້ທະຫານຊາຍແດນແຂວງກວ໋າງຈິ ຄົ້ນຄວ້າສະເໜີຮູບການ, ມາດຕະການເພື່ອຍົກສູງຄຸນນະພາບ, ປະສິດທິຜົນວຽກງານປົກປັກຮັກສາຊາຍແດນ ແລະເພີ່ມທະວີວຽກງານພົວພັນກັບຕ່າງປະເທດໃນສະພາບການໃໝ່.

ສະເຫຼີມສະຫຼອງ 15 ປີ ການຈັດຕັ້ງແຮກສ່ຽວ ລະຫວ່າງ ບ້ານກາຕັງ ແຂວງກວ໋າງຈິ, ຫວຽດນາມ ແລະ ແດນສະຫວັນ ແຂວງສະຫວັນນະເຂດ, ລາວ

ກິດຈະກຳແຮກສ່ຽວດ້ວຍຕົ້ນໄມ້ 1.000 ກົກ ໂດຍຄ້າຍທະຫານຊາຍແດນເຮື໋ອງເລິ້ບ ມອບໃຫ້ແຂວງສະຫວັນນະເຂດ ໄດ້ຊ່ວຍໃຫ້ປະຊາຊົນລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ

ໃນວັນທີ 2 ສິງຫາ 2005, ຄະນະປະຈໍາຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໄດ້ອະນຸມັດຜ່ານແຜນຮ່າງ “ຂະບວນມະຫາຊົນເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍບ້ານຢູ່ເຂດຊາຍແດນເອງ” ແລະຫົວຂໍ້ວິທະຍາສາດ “ກໍ່ສ້າງ ແລະຂະຫຍາຍການແຮກສ່ຽວຊຸມຊົນ, ພັດທະນາແບບຍືນຍົງທີ່ບັນດາບ້ານຢູ່ສອງຟາກຊາຍແດນລະຫວ່າງແຂວງກວ໋າງຈິ, ຫວຽດນາມ ກັບສອງແຂວງສາລະວັນ ແລະສະຫວັນນະເຂດ, ລາວ”.

ຈາກຮູບແບບແຮກສ່ຽວລະຫວ່າງບ້ານກາຕັງ, ເທດສະບານລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ມີຫຼາຍຄູ່ບ້ານສືບຕໍ່ໄດ້ຮັບການແຮກສ່ຽວ. ມາຮອດເດືອນ ກັນຍາ 2010, ມີ 23/23 ຄູ່ບ້ານຢູ່ຕິດກັບຊາຍແດນລະຫວ່າງແຂວງກວ໋າງຈິ ແລະສາລະວັນ, ສະຫວັນນະເຂດໄດ້ຈັດຕັ້ງການແຮກສ່ຽວ.

ການແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍດ້ານ, ປະກອບສ່ວນປັບປຸງ, ພັດທະນາສາຍພົວພັນສາມັກຄີ, ສະໜິດຕິດພັນແບບພິເສດຫວຽດນາມ-ລາວ ແບບຍືນຍົງ. ນັ້ນແມ່ນການປ່ຽນແປງທີ່ສໍາຄັນໃນຄວາມຮັບຮູ້ຂອງທຸກຂັ້ນ, ບັນດາຂະແໜງການ ແລະປະຊາຊົນສອງຟາກຊາຍແດນກ່ຽວກັບອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ຈາກນັ້ນເສີມຂະຫຍາຍກໍາລັງແຮງມະຫາຊົນໃນການກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ. ພິເສດ, ຮູບແບບແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນແມ່ນຮູບການໃໝ່ກ່ຽວກັບການລະດົມປະຊາຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜຶນແຜ່ນດິນ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

ແຕ່ລະປີ, ແຂວງກວ໋າງຈິ ນໍາໃຊ້ງົບປະມານຂອງທ້ອງຖິ່ນເພື່ອໜູນຊ່ວຍການກໍ່ສ້າງໂຮງຮຽນ, ສຸກສາລາ, ສະໜອງເບ້ຍໄມ້, ສັດລ້ຽງໃຫ້ສອງແຂວງສາລະວັນ, ສະຫວັນນະເຂດ. ທະຫານຊາຍແດນແຂວງກວ໋າງຈິ ກໍ່ປະຕິບັດສອງໂຄງການກໍ່ສ້າງໂຮງຮຽນຢູ່ເມືອງ ນອງ, ສະມ້ວຍ. ປະຊາຊົນສອງຟາກຊາຍແດນໄດ້ມີການເຄື່ອນໄຫວຊ່ວຍເຫຼືອກັນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຫຼາຍຢ່າງ, ລະອຽດຄືການແລກປ່ຽນບົດຮຽນຜະລິດ, ໜູນຊ່ວຍເບ້ຍໄມ້ແນວພັນ, ສັດລ້ຽງ, ນໍາໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ, ສ້າງເງື່ອນໄຂສະດວກໃຫ້ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ປະຊາຊົນ. ຈາກການແຮກສ່ຽວ, ປະຊາຊົນສອງຟາກຊາຍແດນຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອກັນເມື່ອປະສົບກັບຄວາມທຸກຍາກ, ໄພທໍາມະຊາດ, ໂລກລະບາດ...

ຍ້ອນຮາກຖານການແພດຢູ່ບັນດາກຸ່ມບ້ານຂອງລາວ ຍັງຈໍາກັດຢູ່, ສະນັ້ນປະຊາຊົນຢູ່ບັນດາແຂວງຕິດກັບຊາຍແດນຂອງລາວ ກໍ່ໄດ້ຮັບເງື່ອນໄຂສະດວກໃນການໄປກວດ, ປິ່ນປົວພະຍາດຢູ່ບັນດາຮາກຖານການແພດແຂວງກວ໋າງຈິ ແລະສຸກສາລາສົມທົບກັນລະຫວ່າງທະຫານ ແລະປະຊາຊົນຂອງທະຫານຊາຍແດນແຂວງ ກວ໋າງຈິ.

ທ່ານພັນເອກ ຫງວຽນຊວນຕ໋ວານ, ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງຈິ ຕີລາຄາວ່າ: ເລື່ອງຈັດຕັ້ງການແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບຢ່າງສູງຂອງການນໍາແຂວງກວ໋າງຈິ, ສະຫວັນນະເຂດ ແລະສາລະວັນ, ສອດຄ່ອງກັບແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງມະຫາຊົນ.

ໝາກຜົນຂອງຂະບວນການນີ້ໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີີສາຍພົວພັນສາມັກຄີລະຫວ່າງສອງປະເທດ, ປະຊາຊົນບັນດາເຜົ່າຢູ່ຕິດກັບຊາຍແດນ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມ, ຍົກສູງລະດັບຄວາມຮູ້, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພ້ອມທັງເປັນເຈົ້າການສະກັດກັ້ນ, ຄົ້ນພົບ, ແກ້ໄຂໄດ້ເຫດການຕ່າງໆທີ່ເກີດຂຶ້ນຢູ່ເຂດຊາຍແດນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ເປັນເສນາທິການໃຫ້ຂັ້ນເທິງ, ອໍານາດການປົກຄອງທ້ອງຖິ່ນມີບັນດາການເຄື່ອນໄຫວໜູນຊ່ວຍກວ່າອີກ ເພື່ອໃຫ້ການແຮກສ່ຽວບ້ານ-ບ້ານເຂົ້າສູ່ລວງເລິກ, ນຳເອົາປະສິດທິຜົນທີ່ແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຮັດໃຫ້ໂສມໜ້າຢູ່ເຂດຊາຍແດນມີການປ່ຽນແປງກວ່າອີກ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.