ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

09:38 | 14/07/2019

ໃນວັນທີ 12 ກໍລະກົດ, ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13-7-1909/13-7-2019) ອະດີດປະທານປະເທດແຫ່ງ ສປປ ລາວ ຕາມປະເພນີຂອງລາວ.

ຄະນະຜູ້ແທນສະຖານທູດຫວຽດນາມ ນຳໂດຍທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມພິທີ, ນອກຈາກນັ້ນ, ຍັງມີການນໍາບັນດາກະຊວງ, ຂະແໜງການສູນກາງຂອງລາວ ຕື່ມອີກ.

ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ຄະນະຜູ້ແທນສະຖານທູດຫວຽດນາມ ໄດ້ຖະຫວາຍດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ. (ພາບ: TTXVN)

ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ໄດ້ດໍາເນີນໃນບັນຍາກາດທີ່ເຄັ່ງຂຶມ. ຕາມປະເພນີຂອງລາວ, ບັນດາຄູບ່າອາຈານ ແລະຜູ້ແທນຫຼາຍຄົນເຂົ້າຮ່ວມພິທີໄດ້ສູດມົນ, ພາວະນາອາໄລຫາຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ ຕໍ່ກັບປະຊາຊົນບັນດາເຜົ່າລາວ, ທີ່ມີຕໍ່ການປະຕິວັດລາວ ແລະການປະຕິວັດຫວຽດນາມ, ຕໍ່ກັບສາຍພົວພັນມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງ ແລະສັດຊື່ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໃນຕອນເຊົ້າວັນທີ 12 ກໍລະກົດ, ຄະນະຜູ້ແທນສະຖານທູດຫວຽດນາມ ແລະບັນດາອົງການອ້ອມຂ້າງສະຖານທູດຫວຽດນາມ ປະຈໍາ ລາວ ກໍ່ໄປຖະຫວາຍຊໍ່ດອກໄມ້ອວຍພອນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ ທີ່ເຂດອະນຸສອນສະຖານປະທານ ສຸພານຸວົງ ຢູ່ນະຄອນຫຼວງວຽງຈັນ.

ສະຖານທູດຫວຽດນາມ ປະຈໍາ ລາວ ເຂົ້າຮ່ວມພີທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ທ່ານ ຫງວຽນບ໋າຮູ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໃນພິທີ. (ພາບ: TTXVN)

ໃນວັນດຽວກັນ, ຍັງມີສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍ ທານ ຫງວຽນວັນມິ໋, ຫົວໜ້າຄະນະ ເອເຊຍ - ອາຟຣິກາ, ສະຫະພັນບັນດາສະມາຄົມມິດຕະພາບຫວຽດນາມ ແມ່ນຜູ້ນໍາ ໄດ້ໄປຢ້ຽມຢາມ ເທສະບານແຂວງ ທ່າແຂກ, ແຂວງ ຄໍາມ່ວນ ບ້ານເກີດເມືອງນອນ ຂອງ ປະທານ ສຸພານຸວົງ. ໃນໄລຍະການຢ້ຽມຢາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງກ່ຽວກັບຊີວິດ ແລະ ພາລະກິດ ຂອງທ່ານ ສຸພານຸວົງ; ຕອບສະຫນອງແລະພົວພັນກັບນັກຮຽນຊາວລາວແລະພີ່ນ້ອງຂອງທ່ານ ສຸພານຸວົງ; ພົບປະແລກປ່ຽນກັບນັກຮຽນຊາວລາວ ແລະ ພີ່ນ້ອງຂອງທ່ານ ສຸພານຸວົງ...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.