ວາງສະແດງຮູບພາບ ສະຫລອງວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

11:42 | 15/07/2019

ຍສໝ - ໃນວັນທີ 12 ກໍລະກົດ 2019 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ, ໄດ້ໄຂພິທີວາງສະແດງຮູບພາບ, ເອກະສານ ພາຍໃຕ້ຫົວຂໍ້ “ປະທານ ສຸພານຸວົງ ກັບວຽກງານແນວໂຮມແຫ່ງຊາດ”.

ເຂົ້າຮ່ວມພິທີການ ມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານອາວຸໂສບຳນານ, ຄອບຄົວລູກຫລານ, ອາດີດພະນັກງານຮັບໃຊ້, ໃກ້ສິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ວາງສະແດງຮູບພາບ ສະຫລອງວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ພິທີການວາງສະແດງຮູບພາບ ສະຫລອງວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ.(ພາບ: facebook KPL photo)

ການວາງສະແດງຄັ້ງນີ້, ຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ ວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ (13 ກໍລະກົດ 1909-13 ກໍລະກົດ 2019) ເພື່ອເປັນການຫວນຄືນມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານ, ຜົນງານອັນໃຫຍ່ຫລວງຂອງແນວໂຮມແຫ່ງຊາດ ໃນທຸກຍຸກສະໄໝປະຫວັດສາດຜ່ານມາ, ຄວາມປີຊາສາມາດ, ຄວາມສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການຊີ້ນຳ-ນຳພາ ການປະຕິວັດ ທັງເປັນການລະນຶກຈົດຈຳເຖິງໄຊຊະນະອັນຍິງໃຫຍ່ ຂອງປະຊາຊົນບັນດາເຜົ່າ ກໍຄື ຜົນງານອັນລ້ຳເລີດ ແລະ ຄຸນງາມຄວາມດີ ທີ່ການນຳຮຸ່ນກ່ອນ ໂດຍສະເພາະແມ່ນ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳທ່ານອື່ນໆ ທີ່ໄດ້ນຳພາພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ຈົນສາມາດກ້າວໄປເຖິງ ການສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ວາງສະແດງຮູບພາບ ສະຫລອງວັນເກີດປະທານ ສຸພານຸວົງ ຄົບຮອບ 110 ປີ

ຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ເຂົ້າຮ່ວມເປີດງານວາງສະແດງ. (ພາບ: ຊົນເຊີນ/baonhandan)

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ຍົກໃຫ້ເຫັນມູນເຊື້ອຂອງ ປະທານ ສຸພານຸວົງ, ເຊິ່ງມີເນື້ອໃນບາງຕອນສຳຄັນວ່າ: ປະທານ ສຸພານຸວົງ ເປັນໃຈກາງ ແຫ່ງການເຕົ້າໂຮມຄວາມສາມັກຄີ ຂອງປວງຊົນລາວບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດໄວ ປຸກລະດົມຂົນຂວາຍປະຊາຊົນ ໃຫ້ໂຮມເຂົ້າເປັນກ້ອນກຳລັງສາມັກຄີ ອັນໜຶ່ງອັນດຽວກັນ ໃນແນວໂຮມເອກະພາບແຫ່ງຊາດ ເພື່ອຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ເຊິ່ງນັ້ນແມ່ນໜຶ່ງໃນບັນດາປັດໄຈທີ່ສຳຄັນ ທີ່ຮັບປະກັນໄຊຊະນະ. ຕະຫລອດໄລຍະຂະບວນວິວັດ ແຫ່ງການຕໍ້ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ສຸພານຸວົງ ໄດ້ສຸມໝົດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດເມື່ອຍ ປະກອບສ່ວນເຂົ້າໃນພາລະກິດຂອງຊາດ ເພື່ອຄວາມເປັນເອກະລາດ, ອິດສະຫລະພາບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບໂລກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.