ກະຊວງກະສິກໍາ 3 ປະເທດ: ມຽນມາ, ມາເລເຊຍ ແລະ ລາວໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ VINASEED ຫວຽດນາມ.

11:08 | 15/07/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ສູນການຄົ້ນຄວ້ານໍາໃຊ້ ແລະ ການສົ່ງມອບເຕັກໂນໂລຢີ ຂ໋ວາຍ ເຈົ່າ (ຮືງ ອຽນ), ກຸ່ມບໍລິສັດ VINASEED ມີຄວາມຍິນດີໄດ້ຕ້ອນຮັບຄະນະຜູ້ນໍາຂອງກະຊວງກະສິກໍາ 3 ປະເທດ: ມຽນມາ, ມາເລເຊຍ, ລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກເພື່ອແລກປ່ຽນປະສົບການໃນການກໍ່ສ້າງ ແລະ ພັດທະນາລະບົບປົກປ້ອງພັນຕົ້ນໄມ້ເພື່ອກະກຽມພ້ອມເຂົ້າຮ່ວມສົນທິສັນຍາ UPOV ຂອງບັນດາປະເທດເຫຼົ່ານີ້.

ໃນກອງປະຊຸມ, ຄະນະຜູ້ແທນ 3 ປະເທດ ໄດ້ຮັບຟັງລາຍງານການແນະນໍາກ່ຽວກັບກຸ່ມ VINASEED ຫວຽດນາມ; ຜະລິດຕະພັນລິຂະສິດ ໄດ້ລົງທະບຽນສໍາລັບການປົກປ້ອງພັນຕົ້ນໄມ້ ໂດຍຮັບຮອງເອົາລະບົບປ້ອງກັນພັນພືດໃນປະເທດຫວຽດນາມ; ແບ່ງປັນບັນດາບົດຮຽນ ແລະ ຜົນປະໂຫຍດຈາກການປົກປ້ອງແນວພັນພືດຕົ້ນໄມ້ ຫຼັງຈາກຫວຽດນາມເຂົ້າຮ່ວມສົນທິສັນຍາ UPOV.

ກະຊວງກະສິກໍາ 3 ປະເທດ: ມຽນມາ, ມາເລເຊຍ ແລະ ລາວໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ VINASEED ຫວຽດນາມ.

ຄະນະຜູ້ແທນ 3 ປະເທດ ເຮັດວຽກກັບກຸ່ມບໍລິສັດ VINASEED ຫວຽດນາມ. (ພາບ: danviet.vn)

ໂດຍສະເພາະ, ກອງປະຊຸມ VINASEED ໄດ້ແບ່ງປັນກັບຜູ້ແທນກ່ຽວກັບບົດຮຽນໃນການສ້າງຮູບແບບການຜະລິດ ໂດຍການນໍາໃຊ້ຜະລິດຕະພັນໄດ້ທີ່ປົກປ້ອງມີຄຸນນະພາບສູງ, ການຝຶກອົບຮົມເພື່ອສົ່ງເສີມຄວາມກ້າວຫນ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີເພື່ອຊ່ວຍຊາວກະສິກອນ ໄດ້ປະຢັດຄ່າໃຊ້ຈ່າຍ, ປັບປຸງການຜະລິດ ແລະ ຍົກສູງລາຍຮັບ.

ທ່ານ ວັນທຽງ ພົມມາສຸລິນ ຮອງຫົວໜ້າກົມການຄຸ້ມຄອງກະເສດສາດ, ກະຊວງກະສິກໍາ ແລະ ປ່າໄມ້ ຕີລາຄາສູງຕໍ່ບັນດາກິດຈະກໍາການຄົ້ນຄວ້າຂອງ VINASEED. ກຸ່ມບໍລິສັດໄດ້ສ້າງຜະລິດຕະພັນທີ່ມີປະສິດທິພາບ, ຄຸນນະພາບສູງ, ການກຳຈັດແມງໄມ້ທີ່ດີ ແລະ ໂດຍສະເພາະແມ່ນຜະລິດຕະພັນກະສິກໍາຫລັງການເກັບກ່ຽວ ໄດ້ຮັບປະກັນຄຸນນະພາບເພື່ອບໍລິໂພກພາຍໃນ ແລະ ການສົ່ງອອກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.