ລາວສົ່ງຕົວແທນເຂົ້າປະກວດ Miss Friendship International 2019

11:35 | 16/07/2019

ທ້າຍອາທິດ​ທີ່​ຜ່ານ​ມາ, ທີ່​ໂຮງ​ແຮມ​ແລນ​ມາກ ນະ​ຄອນຫລວງ​ວຽງ​ຈັນ ​ໄດ້ມີ​ພິທີຖະແຫລງຂ່າວ ສົ່ງຕົວແທນ ປະເທດລາວສູ່ເວທີ Miss Friendship Internationl 2019 ​ໂດຍ​ການ​ຮ່ວມ​ຖະ​ແຫລ​ງ ຂອງ ທ່ານ ຄົມປັນຍາ ເພງວິໄນຍາ ປະທານໂຄງການ ນາງສາວລາວ, ທ່ານ ນາງ ຕ໋ອດ ລີນ້າ ຄູຝຶກ ແລະ ຜູ້ຈັດການໂຄງ Miss Friendship Laos, ທ່ານ ນາງ ມະຍຸລີ ຄໍາວັນດີ, ທ່ານ ທະນູສອນ ແກ້ວວຽງຄໍາ ທີ່ປຶກສາໂຄງການນາງສາວລາວ ແລະ ທ່ານ ເກດສະໜາ ແພງສົມບັດ ທີ່ປຶກສາໂຄງການນາງສາວລາວ ພ້ອມດ້ວຍບັນດາສື່ມວນຊົນທຸກພາກສ່ວນ ​ເຂົ້າຮ່ວມ.

ລາວສົ່ງຕົວແທນເຂົ້າປະກວດ Miss Friendship International 2019

ລາວສົ່ງຕົວແທນເຂົ້າປະກວດ Miss Friendship International 2019

ຜ່ານ​ການ​ຄັດ​ເລືອກ, ປຶກສາ​ຫາລື ​ແລະ ​ເຫັນ​ໄດ້​ເຖິງ​ຄວາມ​ເໝາະ​ສົມຄະນະ​ກຳມະການ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເລືອກ​ເອົາ ນາງ ໄພທິດາ ໂພທິສານ ຫລື ຕຸຕູ່ ນາງສາວ ມິດຕະພາບ ເປັນຕົວແທນປະເທດລາວ ໄປປະກວດໃນເວທີ Miss Friendship International 2019 ທີ່ ເສີນຕູ ປະເທດຈີນ ເຊິ່ງເປັນເວທີໃຫຍ່ ແລະ ມີຄວາມສໍາຄັນເປັນຢ່າງຍິ່ງ ໂດຍຈະເລີ່ມເກັບໂຕຕັ້ງແຕ່ວັນທີ 17-27 ກໍລະກົດ 2019 ມີທັງໝົດ 60 ປະເທດເຈົ້າຮ່ວມ.

ທ່ານ ຄົມປັນຍາ ເພງວິໄນຍາ ປະທານໂຄງການນາງ ສາວລາວ ກ່າວວ່າ: ຈຸດປະສົງໃນການສົ່ງນາງສາວ ໄປປະກວດໃນເວທີສາກົນທີ່ປະເທດຈີນ ກໍເພື່ອເປັນການສ້າງສາຍພົວພັນ ຮ່ວມມືກັນໃນຫລາຍໆດ້ານ ກັບປະເທດຈີນ. ເຊິ່ງປີນີ້ ກໍຄົບຮອບ 58 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ເປັນເວທີໃນການແລກປ່ຽນ ທາງດ້ານວັດທະນະທໍາ ຂອງລາວໃຫ້ຕ່າງຊາດໄດ້ຮູ້ອີກດ້ວຍ.

ທ່ານ ນາງ ຕ໋ອດ ລີນ້າ ຄູຝຶກ ແລະ ຜູ້ຈັດການໂຄງ Miss Friendship Laos ກ່າວວ່າ: ພວກເຮົາໄດ້ກຽມຄວາມພ້ອມຝຶກນ້ອງ ຕຸຕູ່ ທັງພາຍໃນ ແລະ ພາຍນອກ ໃນຫລາຍໆດ້ານບໍ່ວ່າຈະເປັນເລື່ອງບຸກຄະລິກກະພາບ, ການສື່ສານ, ການວາງຕົວ ແລະ ຄວາມສາມາດໃນການສະແດງອອກ. ສ່ວນເລື່ອງຊຸດປະຈໍາຊາດແມ່ນ ຊຸດຜ້າໄໝປັກດິ້ງ ໂດຍຈະເນັ້ນຄວາມລຽບງ່າຍ ໃນແບບບູຮານທີ່ທັນສະໄໝ ດ້ວຍຝີໄມ້ລາຍມື ຈາກຄົນລາວ ແລະ ສະແດງເຖິງ ຄວາມເປັນດັງເດີມ ທີ່ໂດດເດັ່ນຂອງຄົນລາວ ເປັນເອກະລັກພ້ອມທັງ ເປັນການສະເໜີເຖິງ ວັດທະນະທໍາລາວ ທີ່ນຸ່ງສິ້ນບ່ຽງແຜ ມາແຕ່ບູຮານນະການ.

ນາງ ໄພທິດາ ໂພທິສານ ຫລື ຕຸຕູ່ ໃຫ້ສໍາພາດວ່າ: ຕົນເອງຖືເປັນກຽດທີ່ສຸດ ໄດ້ເປັນຕົວແທນປະເທດລາວ ເຂົ້າປະກວດໃນເວທີສາກົນ, ເປັນໂອກາດດີຈະໄດ້ເຜີຍແຜ່ ແລະ ແລກປ່ຽນຄວາມຮູ້ທາງດ້ານວັດທະນະທໍາຫລາຍຂຶ້ນ. ນອກຈາກນີ້, ນ້ອງເອງກໍໄດ້ກຽມຄວາມໝັ່ນໃຈ ແລະ ຄວາມສາມາດພິເສດໄປສະແດງໃນເວທີ Miss Friendship International 2019 ທີ່ ເສີນຕູ ປະເທດຈີນ, ໂດຍໄດ້ກຽມການໂຊເຮັດຢອດກາເຟ ຖືເປັນວ່າເປັນສິ່ງທີ່ນ້ອງຖະນັດທີ່ສຸດກໍວ່າໄດ້ ແລະ ໄດ້ກຽມພ້ອມເລື່ອງຕ່າງໆ ບໍ່ວ່າຈະເປັນຮູບຮ່າງ, ພ້ອມທັງບຸກຄະລິກກະພາບທີ່ພຽບພ້ອມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.