ປາ 50 ລ້ານໂຕຈະໄດ້ປ່ອຍໃນທົ່ວ ປະເທດປີນີ້

08:17 | 15/07/2019

ໃນວັນທີ 13 ກໍລະກົດ 2019, ຢູ່ ນະຄອນຫຼວງວຽງຈັນ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ລາຍງານໃນພິທີ ສະເຫຼີມສະຫຼອງວັນອານຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ ວ່າ ໃນປີ 2019 ລັດຖະບານມີແຜນຈະປ່ອຍປາ ຄືນສູ່ທຳມະຊາດ ຈຳນວນ 50 ລ້ານໂຕ ໃນຂອບ ເຂດທົ່ວປະເທດ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ມີເປົ້າໝາຍຈະປ່ອຍປາ ຈຳນວນ 580,000 ໂຕ ແລະ ພິທີທາງການໃນມື້ນີ້ຈະປ່ອຍປາຫຼາຍຊະນິດລວມທັງພໍ່ພັນ ແລະ ແມ່ນພັນທັງໝົດຈຳນວນ 250.000 ໂຕ.


ປາ 50 ລ້ານໂຕຈະໄດ້ປ່ອຍໃນທົ່ວ ປະເທດປີນີ້

ທ່ານ ທອງພັດ ວົງມະນີ ແລະ ຄະນະຜູ້ແທນ ໃນພິທີ ສະເຫຼີມສະຫຼອງວັນອານຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ. (ພາບ: vientiane online)

ໂດຍເຫັນໄດ້ຄວາມສຳຄັນຂອງປາ, ສັດນໍ້າ ແລະ ສັດປ່າ ຕໍ່ການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ຕໍ່ການປັບປຸງຊີວິດການເປັນຢູ່ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່ານັ້ນ ແລະ ເພື່ອເປັນການອະນຸລັກ ແລະ ປົກປັກຮັກສາຊີວະນາໆພັນໃຫ້ມີຄວາມຍືນຍົງ ພັກ, ລັດ ແລະ ສະພາແຫ່ງຊາດ ໄດ້ກໍານົດເອົາ ວັນທີ 13 ກໍລະກົດ ຂອງແຕ່ລະປີເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດຂອງ ສປປ ລາວ, ຊຶ່ງໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍການປະມົງ.

ປາ 50 ລ້ານໂຕຈະໄດ້ປ່ອຍໃນທົ່ວ ປະເທດປີນີ້

ຄາດຄະເນວ່າ ໃນປີ 2019 ປາ ຈນວນ 50 ລ້ານໂຕ ໄດ້ປ່ອຍ. (ພາບ: vientiane online)

ການກຳນົດເອົາວັນດັ່ງກ່າວຂອງທຸກປີເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດກໍ່ເພື່ອເປັນການລະນຶກເຖິງວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ, ປະທານປະເທດຄົນທຳອິດ ຂອງ ສປປ ລາວ ແລະ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະ ຊົນຂອງຊາດ ກໍ່ຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນໃຫ້ມີສະຕິຮັກແລະຫວງແຫນສັດນໍ້າ ແລະ ສັດປ່າທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນໍ້າ ແລະ ສັດປ່າ ແນໃສ່ເພື່ອ ເຮັດໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງ ໃນການຄໍ້າປະກັນດ້ານສະບຽງອາຫານ, ໂພສະນາການກໍ່ຄືການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ນັບມື້ດີຂຶ້ນ. ພ້ອມທັງເປັນການສືບສານຮີດຄອງປະເພນີ ໃນຊ່ວງເຂົ້າພັນສາ ຫ້າມບໍ່ໃຫ້ຂ້າສັດຕັດຊີວິດ ໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: Lao Press in Foreign Languages)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.