ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

ໃນວັນທີ 14 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງ ຮ່າງກົດໝາຍ ວ່າດ້ວຍ ການຕອບໂຕ້ ການທຸ່ມຕະ ຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ ສະບັບສ້າງໃໝ່, ເຊິ່ງສະເໜີໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ທັງນີ້, ເພື່ອປົກປ້ອງ ຜູ້ຜະລິດພາຍໃນ ທີ່ໄດ້ຮັບຜົນກະທົບ ຈາກການ ແຂ່ງຂັນ ທີ່ບໍ່ເປັນທຳ, ແນໃສ່ຮັບປະກັນ ຜູ້ຜະລິດ ສິນຄ້າ ນຳເຂົ້າ ປະກອບສ່ວນ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14

ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14

ຍສໝ - ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2019, ສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນວາລະອັດກອງປະຊຸມສະໄໝສາມັນເທື່່ອ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຜູ້ແທນອົງການໄອຍະການສູງສຸດສິງກະໂປ

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຜູ້ແທນອົງການໄອຍະການສູງສຸດສິງກະໂປ

ໃນວັນທີ 11 ມິຖຸນານີ້, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ລູ ເຊິນ ວັອງ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ສິງກະໂປ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໃນໂອກາດທີ່ເດີນທາງມາຢ້ຽມຢາມລາວ ລະຫວ່າງ ວັນທີ 10-12 ມິຖຸນານີ້.

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິ ຫຼາຍສະບັບ

ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍ ແລະ ມະຕິ ຫຼາຍສະບັບ

ຍສໝ - ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2019, ດ້ວຍຄວາມເຫັນດີເຫັນພ້ອມເປັນສ່ວນຫຼາຍ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບທີ່ສໍາຄັນຕໍ່ການພັດທະນາຂອງປະເທດຊາດ.

ສະພາແຫ່ງຊາດ ພິຈາລະນາ -ຮັບຮອງຮ່າງກົດໝາຍ ວ່າດ້ວຍອາຊີວະສຶກສາ

ສະພາແຫ່ງຊາດ ພິຈາລະນາ -ຮັບຮອງຮ່າງກົດໝາຍ ວ່າດ້ວຍອາຊີວະສຶກສາ

ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ໄດ້ພິຈາລະ ນາ ແລະ ຮັບຮອງເອົາການສະ ເໜີເລືອກຕັ້ງທ່ານ ຄຳພາ ແສງດາລາ ຮອງປະທານສານປະຊາ ຊົນສູງສຸດ ເປັນປະທານສານປະຊາຊົນສູງສຸດ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ເປັນລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ.

ປະທານສະພາແຫ່ງຊາດ ຫງວຽນ ຖິ ກິມ ເງິນ ໄດ້ຕ້ອນຮັບ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ

ປະທານສະພາແຫ່ງຊາດ ຫງວຽນ ຖິ ກິມ ເງິນ ໄດ້ຕ້ອນຮັບ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ

ຍສໝ - ໃນວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ພົບປະ ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ.

ປະທານສະພາແຫ່ງຊາດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

ປະທານສະພາແຫ່ງຊາດ ຕ້ອນຮັບ ຫົວໜ້າອົງການໄອຍະການສູງສຸດ ສິງກະໂປ

ໃນວັນທີ 11 ມິຖຸນາ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ລູຊຽນ ວົງ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກະ ໂປ ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ມິຖຸນາ 2019 ນີ້.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ຮອງປະທານສະພາຕໍ່າ ສ.ເຊັກ

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ ຮອງປະທານສະພາຕໍ່າ ສ.ເຊັກ

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນ ທິ້ ກິມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip, ຮອງປະທານສະພາຕໍ່າ ສ.ເຊັກ, ປະທານພັກກອມມູນິດ Czech-Morava ທີ່ ພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ທ່ານນາງ ຫງວຽນ ຖິ ກິມ ເງິນ  ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານສະພາຕ່ຳ  ສາທາລະນະລັດ ເຊັກ

ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານສະພາຕ່ຳ ສາທາລະນະລັດ ເຊັກ

ຍສໝ - ວັນທີ 10 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນກຽດໃຫ້ການຕ້ອນຮັບ ທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກ (ສ.ເຊັກ), ປະທານພັກກອມມູນິດ ເຊັກ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ຍສໝ - ໃນວັນທີ 05 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte.

ສະພາແຫ່ງຊາດ ສືບຕໍ່ປະກອບຄຳຄິດເຫັນໃສ່ ບົດລາຍງານຂອງລັດຖະບານ

ສະພາແຫ່ງຊາດ ສືບຕໍ່ປະກອບຄຳຄິດເຫັນໃສ່ ບົດລາຍງານຂອງລັດຖະບານ

ໃນວັນທີ 6 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ, ໃນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ ສະ​ໄໝ​ສາ​ມັນ ​ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ VIII ໃນ​ພາກ​ເຊົ້ານີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນ​ດາສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ​) ໄດ້​ພ້ອມ​ກັນ ສືບຕໍ່​ສຸມ​ໃສ່​ ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ລັດ​ຖະ​ບານ.

ສ​ສ​ຊ ສະ​ເໜີ​ລັດ​ຖະ​ບານ​​ ພິ​ຈາ​ລະ​ນາ​ຄືນບັນ​ຫາ ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ຂົງ​ເຂດ​ກະ​ສິ​ກຳ ແລະ ຄູ

ສ​ສ​ຊ ສະ​ເໜີ​ລັດ​ຖະ​ບານ​​ ພິ​ຈາ​ລະ​ນາ​ຄືນບັນ​ຫາ ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ຂົງ​ເຂດ​ກະ​ສິ​ກຳ ແລະ ຄູ

ໃນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ VIII ວັນ​ທີ 6 ມິ​ຖຸ​ນາ 2019 ພາຍ​ໃຕ້​ ການ​ເປັນ​ປະ​ທານ ​ຂອງ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ ສະ​ພາ​ ແຫ່ງ​ຊາດນັ້ນ, ບັນ​ດາ ສະ​ມາ​ຊິກ​ ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ພ້ອມ​ທັງ​ສະ​ເໜີ​ ລັດ​ຖະ​ບານ​ພິ​ຈາ​ລາ​ນາ​ຄືນ ​ກ່ຽວ​ກັບ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ, ໂດຍ​ສະ​ເພາະ​ການ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ໃຫ້​ໄປ​ຕາມ​ຂະ​ແໜງ​ການ​ບູ​ລິ​ມະ​ສິດ ເປັນ​ຕົ້ນ ຂົງ​ເຂດ​ກະ​ສິ​ກຳ ແລະ ຂົງ​ເຂດຄູ ໂດຍ​ສະ​ເພາະ​ບັນ​ຫາ​ຄູ​ເຫລືອບໍ່​ພໍ ເນື່ອງ​ຈາກວ່າໄລ​ຍະ​ຜ່ານ​ມາ​ເຫັນ​ວ່າ​ຍັງ​ບໍ່​ສອດ​ຄ່ອງ​ກັບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເທົ່າ​ທີ່​ຄວນ.

ສະພາແຫ່ງຊາດ ສະເໜີໃຫ້ ກະຊວງ ຖວທ ປັບປຸງ ແລະ ແກ້ໄຂຫລາຍບັນຫາ

ສະພາແຫ່ງຊາດ ສະເໜີໃຫ້ ກະຊວງ ຖວທ ປັບປຸງ ແລະ ແກ້ໄຂຫລາຍບັນຫາ

ຜ່ານການ ຕິດຕາມ ກວດກາ ຂອງຄະນະ ປະຈຳສະພາ ແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ການສັງລວມຈາກຫາງສຽງສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ 2018 ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ໃນປີ 2019 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIIIໂດຍຄະນະປະຈໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳຂະແໜງ ການທີ່ກ່ຽວຂ້ອງປັບປຸງ ແລະ ແກ້ໄຂຫລາຍບັນຫາ ເພື່ອຮັບປະກັນການສືບຕໍ່ພັດທະນາວຽກງານການ ທ່ອງທ່ຽວ ໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດແຜນປີທ່ອງທ່ຽວລາວ-ຈີນ 2019 ໃຫ້ບັນລຸຄາດໝາຍດັ່ງກ່າວ.

ການຊັກຖາມ ແລະ ຕອບຄໍາຊັກຖາມ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

ການຊັກຖາມ ແລະ ຕອບຄໍາຊັກຖາມ ທີ່ ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14

ຍສໝ - ໃນວັນທີ 5 ມິຖຸນາ 2019, ເປັນມື້ທີ 2 ທີ່ສືບຕໍ່ດໍາເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.

ໃນປີ 2020 ສະພາແຫ່ງຊາດ ຕິດຕາມ-ກວດກາ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການທຳຮ້າຍເດັກ

ໃນປີ 2020 ສະພາແຫ່ງຊາດ ຕິດຕາມ-ກວດກາ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການທຳຮ້າຍເດັກ

ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລື ໃບຍຶນສະເໜີ ກ່ຽວກັບຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2020.

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບປະທານສະພາແຫ່ງຊາດກຳປູເຈຍ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງ ຊຳຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ທີ່ ນະຄອນຫຼວງວຽງຈັນ.

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

Vietjet ພົບບັນຫາຢ່າງຕໍ່ເນື່ອງ ຜູ້ແທນສະພາແຫ່ງຊາດ ສະເໜີ “ ບໍ່ແມ່ນຍ້ອນແຕ່ຜົນກຳໄລ ບໍ່ໃສ່ໃຈຕໍ່ຄວາມປອດໄພ”

ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ຜູ້ແທນສະພາ ສືບຕໍ່ການປຶກສາຫາລື ກ່ຽວກັບສະພາບການເສດຖະກິດ-ສັງຄົມ. ຜູ້ແທນສະພາ ແຂວງອາຢາງ ສະຫາຍ ໂດນ ຕ໋ວນ ຟອງ ສະແດງຄວາມເປັນຫ່ວງ ກ່ຽກັບບັນຫາ ຄວາມປອດໄພ ຂອງສາຍການບິນໃນປະຈຸບັນ ພາຍຫຼັງພົບຄວວາມຂັດຂໍ້ຢ່າງຕໍ່ເນື່ອງ, ພິເສດແມ່ນ ສາຍການບິນ Vietjet

ປະທານສະພາແຫ່ງຊາດ ກໍາປູເຈຍ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ກໍາປູເຈຍ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ໃນວັນທີ 30 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກໍາປູເຈຍ ນໍາໂດຍທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກໍາປູເຈຍ Samdech Heng Samrin ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 30 ພຶຶດສະພາ 2019, ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖິ ກິມ ເງິນ.

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຢາມີລາ ພີນາ ໂອຈີດາ ກໍາມະການສູນກາງພັກກອມມູນິດ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ, ເມື່ອວັນທີ 29 ພຶດສະພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.