ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານສະພາຕ່ຳ ສາທາລະນະລັດ ເຊັກ

11:22 | 12/06/2019

ຍສໝ - ວັນທີ 10 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນກຽດໃຫ້ການຕ້ອນຮັບ ທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກ (ສ.ເຊັກ), ປະທານພັກກອມມູນິດ ເຊັກ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍຮ່ວມກັນປະສານສົມທົບຈັດຕັ້ງການເຄື່ອນໄຫວ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2020. ທ່ານນາງ ຫງວຽນ ຖິ ກິມ ເງິນ ຍັງປາດຖະໜາວ່າທັງສອງຝ່າຍ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສຶກສາ - ບໍາລຸງສ້າງ, ພະລັງງານ, ປົກປັກຮັກສາສິ່ງແວດລ້ອມ, ວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ, ກະສິກໍາ, ສູ້ຊົນຍົກວົງເງິນດ້ານການຄ້າສອງສົ້ນໃຫ້ບັນລຸໄດ້ ສົມກັບທ່າແຮງບົ່ມຊ້ອນ ແລະ ຄວາມມຸ່ງມາດປາດຖະໜາຂອງທັງສອງຝ່າຍ.

ທ່ານນາງ ຫງວຽນ ຖິ ກິມ ເງິນ  ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານສະພາຕ່ຳ  ສາທາລະນະລັດ ເຊັກ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ເຊັກ. ( ພາບ: TTXVN)

ສ່ວນທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ເຊັກ ກໍ່ຫວັງເປັນຢ່າງຍິ່ງວ່າ: ການນໍາສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ບັນດາຄະນະການວິຊາການ ຍູ້ແຮງການຮ່ວມມື, ແລກປ່ຽນປະສົບການ ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ ລະຫວ່າງ ບັນດາອົງການນິຕິບັນຍັດ ລະຫວ່າງ ເຊັກ ແລະ ຫວຽດນາມ ໃຫ້ໄດ້ດີຂື້ນຕື່ມ.

ໃນວັນດຽວກັນ, ທ່ານນາງ ຕ່ອງ ຖິ ຟ໋ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຈລະຈາ ກັບ ທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກ. ນະທີ່ນີ້, ທ່ານນາງ ຕ່ອງ ຖິ ຟ໋ອງ ກໍ່ມີຄວາມມຸ້ງມາດປາດຖະໜາວ່າ: ສອງຝ່າຍຈະດໍາເນີນການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງສອງຝ່າຍໂດຍໄວ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນການສົ່ງອອກແຮງງານ, ສ້າງພື້ນໃຫ້ຖານແກ່ການນໍາ ພະນັກງານການແພດ ໄປເຮັດວຽກຢູ່ ສ.ເຊັກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.