ປະທານສະພາແຫ່ງຊາດ ຫງວຽນ ຖິ ກິມ ເງິນ ໄດ້ຕ້ອນຮັບ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ

11:07 | 13/06/2019

ຍສໝ - ໃນວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການຕ້ອນຮັບ ແລະ ພົບປະ ທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ລາຍງານກ່ຽວກັບສະຖານະການ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນຂອງປະຊາຊົນ ຢູ່ ແຕ່ລະປະເທດ. ໃນປັດຈຸບັນ, ມີຊາວຫວຽດນາມ ປະມານ 200.000 ຄົນ ພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ ສ.ເກົາຫຼີ. ສ່ວນຊາວ ສ.ເກົາຫຼີ ປະມານ 170.000 ຄົນພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກ ຢູ່ຫວຽດນາມ; ມີປະມານ 65.000 ຄອບຄົວ ທີ່ເຕັມໄປດ້ວຍວັດທະນະທໍາ ຫຼາຍຮູບຫຼາຍແບບ ຫຼາກສີສັນ. ໂດຍສະເພາະ, ຄູຝຶກ Park Hang Seo ໄດ້ນໍາພາບັນດາທິມບານເຕະຫວຽດນາມ ບັນລຸຜົນສໍາເລັດຫຼາຍຢ່າງ ໃນໄລຍະ 2 ປີ ຜ່ານມາ.

ປະທານສະພາແຫ່ງຊາດ ຫງວຽນ ຖິ ກິມ ເງິນ ໄດ້ຕ້ອນຮັບ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Kim Hack Yong ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ - ຫວຽດນາມ. (ພາບ: TTXVN)

ກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານນາງ ຫງວ໋ຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດ ຫວັງວ່າ: ການພົວພັນລັດຖະສະພາກັບຕ່າງປະເທດ ຈະໄດ້ຮັບການຊຸກຍູ້ ແລະ ເປັນພື້ນຖານ ໃຫ້ແກ່ການຮ່ວມມືໃນຂົງເຂດອື່ນໆ ຂອງສອງປະເທດ ສືບຕໍ່ພັດທະນາ ໃຫ້ດີຂື້ນກວ່າເກົ່າ. ທ່ານນາງ ຫງວ໋ຽນ ຖິ ກິມ ເງິນ ຢັ້ງຢືນວ່າ: ການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ລະຫວ່່າງ ຫວຽດນາມ - ສ.ເກົາຫຼີ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ຂອງສອງປະເທດ.

ສ່ວນທ່ານ Kim Hack Yong ຢັ້ງຢືນວ່າ: ລັດຖະບານແຕ່ລະປະເທດ ມີໜ້າທີ່ອັນສໍາຄັນທີ່ສຸດແມ່ນການປົກປ້ອງຊາວ ສ.ເກົາຫຼີ ທີ່ອາໄສ ຢູ່ ປະເທດ ຫວຽດນາມ ແລະ ປົກປ້ອງຊາວ ຫວຽດນາມ ທີ່ອາໄສຢູ່ ສ.ເກົາຫຼີ, ເພື່ອເ່ຮັດໃຫ້ປະຊາຊົນສອງຊາດ ຮູ້ສຶກວ່າກຳລັງດຳລົງຊີວິດຢູ່ໃນປະເທດຂອງຕົນ. ທ່ານ Kim Hack Yong ໃຫ້ຮູ້ວ່່າ: ມີນັກທຸລະກິດ, ການນໍາບັນດາວິສາຫະກິດ ສ.ເກົາຫຼີ ຫຼາຍຄົນ ປາດຖະໜາຢາກມາຊອກຮູ້ກ່ຽວກັບສະພາບແວດລ້ອມລົງທຶນຢູ່ຫວຽດນາມ. ສ່ວນໃນນາມສ່ວນຕົວ ຍາມໃດທ່ານກໍສົ່ງເສີມ ເຂົາເຈົ້າມາລົງທຶນທໍາການຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.